ເຣື້ອງທີ່ເກັບບັນທຶກໄວ້
2009-04-28
ຫອ້ງການຣະບາດ ວິທຍາ ສປປລາວ ວາງມາຕການ ເຝົ້າຣະວັງ ໂຣຄໄຂ້ຫວັດຫມູ ຢ່າງເຂັ້ມງວດ ຫລັງຈາກທີ່ ມີການຣະບາດ ຢູ່ເມກຊີໂກ ເຮັດໃຫ້ຄົນ ເສັຽຊີວີດກວ່າ ນື່ງຮ້ອຍຄົນແລ້ວ.
2009-04-27
ຕາມແຜນການ ທີ່ໄດ້ປະກາດ ອອກເມື່ອປີ 2001 ໃນໂອກາດ ກອງປະຊຸມ ພັກປະຊາຊົນ ປະຕິວັດລາວ ເພື່ອປະກອບສ່ວນ ເຂົ້າໃນການ ຕໍ່ຕ້ານຄວາມ ທຸກຍາກໂດຍ ທົ່ວໄປ ແລະເພື່ອຮັກສາ ສະພາບແວດລ້ອມ ການເຮັດໃຮ່ຕ້ອງ ໃຫ້ລຸດໜ້ອຍຖອຍລົງ ພ້ອມກັບເຕົ້າໂຣມ ປະຊາຊົນ ຊາວເຂົາ ເພື່ອໃຫ້ເຂົາເຈົ້າ ຫັນປ່ຽນວິທີ ການດຳຣົງ ຊີວິຕຂອງ ພວກເຂົາເຈົ້າ...... ເກືອບ 10 ປີແລ້ວທີ່ ແຜນດັ່ງກ່າວ ໄດ້ຖືກນຳ ອອກປະຕິບັດ ໄດ້ຮັບຜົນ ໜ້ອຍຫລາຍປານ ໃດນັ້ນເຊີນທ່ານ ຕິດຕາມຮັບຟັງ ບົດຄວາມ ປະຈຳສັປດາ ສເນີໂດຍ ພົງສວັນ
2009-04-27
ສປປລາວ ຢູ່ຣະຫວ່າງ ການຫາຣື ເອົາມາຕການ ປ້ອງກັນການ ປະກົດຕົວ ຂອງເຊື້ອພະຍາດ ໄຂ້ຫວັດໝູ ເຂັ້ມງວດຂຶ້ນ
2009-04-27
ທາງກາຣ ສປປລາວ ມີໂຄງກາຣ ປະຕິຮູບ ກາຣສຶກສາ ດ້ວຍກາຣປ່ຽນ ຣະບົບມັທຍົມ ຕົ້ນໃຫ້ເປັນ 4 ປີໃນສົກປີ 2009-2010 ນີ້
2009-04-27
ຊາວມົ້ງລາວ 158 ຄົນ ທີ່ສູນກັກກັນ ຕ.ມ ໜອງຄາຍ ພ້ອມທີ່ຈະໄປ ທຸກປະເທດ ພາຍໄຕ້ການ ຮັບຮອງຂອງ ສະຫະປະຊາຊາດ
2009-04-27
ກະຊວງຍຸຕິທັມ ຂອງລາວເຊື່ອວ່າ ການເຮັດວຽກ ຂອງສານ ແມ່ນໃຊ້ຫລັກການ ຕາມຣະບຽບ ກົດໝາຍໃນ ການຕັດສິນຄະດີ
2009-04-27
ຣັຖມົນຕຣີ ຕ່າງປະເທດໄທ ໄດ້ປຶກສາ ຫາລືກັບ ຣັຖມົນຕຣີ ຕ່າງປະເທດ ສະຫະຣັດ ກ່ຽວກັບ ບັນຫາ ຊາວມົ້ງລາວ ໃນໄທ
2009-04-25
ໝໍຕໍາແຍ ຊຶ່ງເປັນໝໍ ປະຈໍາບ້ານ ທີ່ຊ່ວຍແມ່ມານ ອອກລູກ ຢູ່ຕາມເຂດ ຊົນນະບົດ ຕ່າງໆຂອງລາວ ມາຕັ້ງແຕ່ໃດໆ ນັ້ນ ຍັງມີບົດບາດ ສໍາຄັນຢູ່ ເທົ່າເຖິງ ປັຈຈຸບັນນີ້ ຊຶ່ງໃນນັ້ນກໍ ມີຈໍານວນນຶ່ງ ໄດ້ຮັບການ ພັທນາດີຂຶ້ນ ກວ່າແຕ່ກ່ອນ. ໃນຣາຍການ ຜູ້ຍິງແລະ ເດັກນ້ອຍ ປະຈໍາສັປດານີ້ ມະນີຈັນ ມີບົດຄວາມ ກ່ຽວກັບເລື່ອງນີ້ ມາສເນີທ່ານ ໂດຍອີງໃສ່ ການໂອ້ລົມ ກັບຫົວໜ້າ ຜແນກແມ່ແລະເດັກ ແຂວງບໍ່ແກ້ວ ເມື່ອວັນທີ 21 ເມສາ 2009
2009-04-25
ບັນຫາຮ້ອນ ຢ່າງນຶ່ງໃນປີ 2008 ຄົງແມ່ນເຮື້ອງ ສັມປະທານດີນ ເຂດບຶງທາດຫລວງ ໃຫ້ແກ່ຈີນ ເພື່ອແລກປ່ຽນ ກັບການຊ່ວຍ ສ້າງສນາມກິລາ ໃໝ່ໃຫ້ເພື່ອການ ແຂ່ງຂັນກິລາ SEA Games ຊຶ່ງຈະຈັດຂື້ນ ໃນເດືອນທັນວາ 2009 ໂດຍແມ່ນລາວ ເປັນເຈົ້າພາບ. ອັນດັບຕໍ່ໄປ ເຊີນທ່ານຕິດ ຕາມຮັບຟັງ ວຽງໄຊ ສັມພາດເຈົ້າ ໜ້າທີ່ອາວຸໂສ ຂອງຣັຖບານ ສປປລາວ ກ່ຽວກັບຄວາມ ຄືບໜ້າຂອງ ໂຄງການດັ່ງກ່າວ.
2009-04-25
ທາງກາຣລາວ ມີໂຄງກາຣ ປ່ຽນປື້ມອ່ານ ໃນຣະດັບ ປະຖົມເພື່ອ ໃຫ້ເຂົ້າກັບ ຫລັກສູຕກາຣ ສອນໃໝ່ຕາມ ໂຄງກາຣ ປະຕິຮູບ ກາຣສຶກສາ ຂອງລາວ
2009-04-25
ປະຊາຊົນລາວ ຈໍານວນນຶ່ງ ເຊື່ອວ່າ ໂຄງການໝໍ້ໄຟ ພູມີພາກ ຈະເຮັດໃຫ້ລາວ ມີຣາຍໄດ້ ຫລາຍຂຶ້ນແລະ ຫລຸດພົ້ນຈາກ ເປັນປະເທດ ດ້ອຍພັທນາ ຫາກຈະມີ ຂໍ້ເສັຽດ້ວຍ
2009-04-25
ອົງການທີ່ ບໍ່ຂື້ນກັບ ຣັຖບານຂອງ ຕ່າງປະເທດ ວ່າການ ສໍ້ຣາສ-ບັງຫລວງ ຢູ່ ສປປລາວ ມີຫລາຍ ວິທີທາງ
2009-04-24
ນັກຊ່ຽວຊານ ຄົ້ນພົບວິທີ ສ້າງຣະບົບ ປ້ອງກັນຕາຝັ່ງ ເຈື່ອນທີ່ຖືກກວ່າ ວິທີນັ້ນ ກໍແມ່ນວິທີ ໃຊ້ໄມ້ທ່ອນ ຕີເຂົ້າກັນ ຫລືມັດເຂົ້າກັນ ແລ້ວເປີ້ໃສ່ຕາຝັ່ງ ເວລານໍ້າພັດ ເຂົ້າມາ ທັ່ງໃສ່ທ່ອນໄມ້ ທີ່ປົກຄຸມ ຕາຝັ່ງຢູ່ ແລະເຮັດໃຫ້ ຕາຝັ່ງບໍ່ເຈື່ອນ ເພພັງໄວປານໃດ.