ໄທ ວ່າມົ້ງ 158 ຄົນໄປຕ່າງ ປະເທດໄດ້

ຊາວມົ້ງລາວ 158 ຄົນ ທີ່ສູນກັກກັນ ຕ.ມ ໜອງຄາຍ ພ້ອມທີ່ຈະໄປ ທຸກປະເທດ ພາຍໄຕ້ການ ຮັບຮອງຂອງ ສະຫະປະຊາຊາດ

0:00 / 0:00

ຊາວມົ້ງລາວ ທີ່ຖືກທາງ ການໄທສົ່ງໄປ ຢູ່ສູນກັກກັນ ດ່ານກວດຄົນ ເຂົ້າເມືອງຫລື ຕໍມໍ ແຂວງໜອງຄາຍ ຕັ້ງແຕ່ທ້າຍປີ 2006 ມານັ້ນ ຫລ້າສຸດ ຣັຖມົນຕຣີ ການຕ່າງປະເທດ ຂອງໄທກໍ ໄດ້ຖແລງວ່າ ສະຫະຣັດ ອະເມຣິກາ ຈະພິຈາຣະນາ ຮັບເອົາທັງໝົດ 158 ຄົນນັ້ນ. ແຫລ່ງຂ່າວ ຊາວມົ້ງລາວ ທີ່ໜອງຄາຍ ທີ່ຂໍສງວນຊື່ ເຜີຍກ່ຽວກັບ ກໍຣະນີທີ່ວ່າ ສະຫະຣັດ ອະເມຣິກາ ອາດຈະ ພິຈາຣະນາ ຮັບເອົາພວກ ເຂົາເຈົ້າໄປ ຢູ່ດ້ວຍນັ້ນ ມາຮອດມື້ນີ້ ຍັງເປັນພຽງ ຂ່າວເທົ່ານັ້ນ ຍັງບໍ່ມີເຈົ້າ ໜ້າທີ່ຈາກ ໜ່ວຍງານໃດ ເຂົ້າມາສັມພາດ ແລະເກັບກໍາ ຂໍ້ມູນ ໃນຊ່ວງນີ້ ຊຶ່ງຊາວມົ້ງລາວ ທີ່ໜອງຄາຍ ມີຄວາມເຫັນວ່າ …

ທຸກຄົນກໍ ໄດ້ຊາບຂ່າວ ນີ້ແລ້ວກໍ ຍັງຕິດຕາມ ຂ່າວນີ້ຕໍ່ໄປ ເຊື່ອຢູ່ ຖ້າມາຈາກ ສະຖານທູດ ພວກເຮົາ ກໍເຊື່ອຢູ່ ຖ້າຢູແອນ ໃຫ້ໄປປະເທດ ໃດກໍໄປໃຫ້ ມີຊີວິດ ຢູ່ກໍພໍ ບໍ່ແມ່ນວ່າ ພວກເຮົາຈະ ເລືອກປະເທດ.

ແຫລ່ງຂ່າວມົ້ງລາວ ຈາກໜອງຄາຍ ໃຫ້ຣາຍລະອຽດ ຕື່ມວ່າໃນ ສະພາບ ຄວາມຈິງນັ້ນ ພວກເຂົາເຈົ້າ ທັງໝົດຖືກກັກ ຢູ່ໃນຫ້ອງ ກັກນີ້ມານານ ກວ່າ 2 ປີແລ້ວແລະ ກໍມີຂ່າວ ຕ່າງໆນາໆ ອອກມາ. ດັ່ງນັ້ນຂ່າວ ທີ່ອອກມາ ຫລ້າສຸດນີ້ ກໍຈະຕິດຕາມ ຕໍ່ໄປໂດຍ ບໍ່ຂໍອອກຄໍາ ເຫັນຫຍັງຫລາຍ ແຕ່ຖ້າຫາກວ່າ ມີປະເທດໃດ ເຂົ້າມາ ພິຈາຣະນາ ແທ້ໆນັ້ນກໍຂໍ ໃຫ້ເປັນເລື່ອງ ຂອງປະເທດທີ່ 3 ນັ້ນໆແລະອົງການ ສະຫະປະຊາຊາດ ເປັນຜູ້ມາ ດໍາເນີນການ. ຢ່າງໃດກໍຕາມ ທ່ານ ກະສິດ ພິຣົມ ຣັຖມົນຕຣີ ການຕ່າງປະເທດ ໄທກໍໄດ້ກ່າວ ເມື່ອວັນທີ 24 ເມສາ 2009 ນີ້ກ່ຽວກັບ ຊາວມົ້ງລາວ ທີ່ສູນ ຕ.ມ ໜອງຄາຍ ໂດຍມີໃຈຄວາມ ຕອນນຶ່ງວ່າ …

ອີກ 150 ຄົນທີ່ຈັດວ່າ ເປັນຜູ້ລີ້ໄພ ທາງການເມືອງ ນັ້ນສາມາດ ທີ່ຈະໄປຂໍ ເພື່ອໄປຕັ້ງ ຖິ່ນຖານໃນ ສະຫະຣັດ ອະເມຣິກາ ຈາກປະເທດໄທ ໄດ້ໂດຍກົງ ມີປະມານ 150 ຄົນກັບລູກ ທີ່ເກີດອີກ 6 ຄົນ.

ສໍາລັບຊາວ ມົ້ງລາວ 5 ພັນຄົນທີ່ບ້ານ ຫ້ວຍນໍ້າຂາວ ແຂວງເພັດສະບູນ ນັ້ນຝ່າຍໄທ ຈະດໍາເນີນການ ສົ່ງກັບ ປະເທດລາວ ໃຫ້ໝົໃນ ທ້າຍປີ 2009 ນີ້ເພາະຖືວ່າ ບໍ່ແມ່ນກຸ່ມ ລີ້ໄພການເມືອງ. ທ່ານກະສິດ ພິຣົມ ໄດ້ໂທໂດຍເຜີຍ ກ່ຽວກັບຜົນການ ພົບປະກັບ ຍານາງ Hillary Clinton ຣັຖມົນຕຣີ ການຕ່າງປະເທດ ສະຫຣັດ ອະເມຣິກາ ຈາກນະຄອນຫລວງ Washington DC ໃຫ້ຊືມວນຊົນ ຂອງໄທຊາບວ່າ ເລື່ອງທີ່ຫາ ຣືກັນສ່ວນໃຫຍ່ ກໍກ່ຽວກັບການ ຮ່ວມືຣະຫວ່າງ ໄທກັບ ສະຫະຣັດ ແລະບັນຫາຊາວ ມົ້ງລາວ ໃນປະເທດໄທ.