ລາວ ເຝົ້າຣະວັງ ໂຣຄໄຂ້ຫວັດຫມູ
2009.04.28
ເຖີງແມ່ນວ່າ ຈະບໍມີ ການຣະບາດທີ່ ສປປລາວ ເທື່ອກໍ່ຕາມ ແຕ່ທາງການລາວ ກໍ່ໄດ້ວາງ ມາຕການ ຢ່າງເຂັ້ມງວດ ເພື່ອບໍ່ໃຫ້ ມັນເກີດຂື້ນ ດັ່ງເຈົ້າຫນ້າທີ່ ລາວຈາກຫ້ອງ ການຣະບາດ ວິທຍາ ທ່ານນື່ງ ກ່າວເປັນ ພາສາໄທວ່າ:
ໄມ່ມີອະໄຣ ເປັນພິເສດ ແຕ່ເຮົາຈະເພີ້ມ ການເຝົ້າຣະວັງ ໂຣຄມາກຂື້ນ ແທນທີ່ເຮົາ ຈະມີລາຍງານ ເປັນລາຍອາທີດ ເຮົາກໍແນະນຳ ໃຫ້ເຈົ້າຫນ້າທີ່ ເຮົາເຝົ້າ ຣະວັງ ປະຈຳວັນ ລາຍງານ ປະຈຳວັນ ແບບນີ້ເປັນຕົ້ນ.
ທ່ານເວົ້າວ່າ ການເຝົ້າຣະວັງ ກໍ່ແມ່ນຈະມີ ການລາຍງານ ເປັນປະຈຳ ໃນແຕ່ລະວັນ ເຖີງສະພາບການ ໃນລາວແລະກໍ່ ຈະມີການ ແຈ້ງການ ໄປຍັງແຂວງ ອື່ນໆໃຫ້ມີ ການເຝົ້າຣະວັງ ຢ່າງໃກ້ຊີດ ໃນເຂດຂອງຕົນ ຫາກມີ ກໍຣະນີ ເກີດຂື້ນກໍ່ ໃຫ້ລາຍງານ ແລະ ປອ້ງກັນໂດຍໃວ ເພື່ອບໍ່ໃຫ້ ມັນລາມໄປ ເຂດອື່ນ. ເຖີງຢ່າງໃດ ກໍ່ຕາມ ທ່ານວ່າ ເທົ່າເຖີງ ປັດຈຸບັນ ກໍ່ຍັງບໍ່ມີ ປາກົດການ ກ່ຽວກັບເຮື້ອງນີ້ ຖ້າມີທາງ ການກໍ່ຈະ ປະຕິບັດ ຕາມກົດຣະບຽບ ສາກົນ ໃນການປີ່ນປົວ ແລະຮັກສາ ທ່ານກ່າວ ເພີ້ມອີກວ່າ:
ປະຕິບັດ ຕາມຄຳແນະນຳ ຂອງກົດຣະບຽບ ສາກົນ ມີການແຍກ ຄົນໄຂ້ແລະ ຕິດຕາມຄົນ ໄຂ້ແລໃຫ້ ການຮັກສາ ແລະເຮົາກໍ່ ແນະນຳໃຫ້ ເຈົ້າຫນ້າທີ່ເຮົາ ປະຕິບັດ ການປອ້ງກັນ ແບບສາກົນ.
ການຣະບາດ ຂອງໂຣຄດັ່ງກ່າວ ທີ່ເມກຊີໂກ ທີ່ເຮັດໃຫ້ຄົນ ເສັຽຊີວີດ ນື່ງຮ້ອຍກວ່າ ຄົນນັ້ນ ໄດ້ຂຍາຍໄປ ໃນຫລາຍປະເທດ ຍ້ອນນັກທ່ອງທ່ຽວ ທີ່ສະຫາຣັຖ ໃນເວລານີ້ ກໍ່ມີຢູ່ ປະມານ 40 ກໍຣະນີ ແລ້ວແລະກໍ່ ມີກໍຣະນີ ທີ່ເກີດຂື້ນ ຈາກນັກສືກສາ ນີວຊີແລນ 13 ຄົນ ແລະຄຣູນື່ງຄົນ ຫລັງຈາກກັບຈາກ ການທັສນະ ສືກສາທີ່ ເມກຊີໂກ ອາທີດນີ້ ແຕ່ທີ່ ສປປລາວ ເຖີງແມ່ນວ່າ ຈະຢູ່ໃກ ຈາກປະເທດ ເມກຊີໂກ ກໍ່ຕາມແຕ່ ຈຳນວນນັກ ທ່ອງທ່ຽວຊາວ ຕ່າງຊາດ ທີ່ເດີນທາງ ເຂົ້າລາວໃນ ແຕ່ລະມື້ກໍ່ ຫລາຍພໍສົມຄວນ.