ປະຕິຮູບ ກາຣສຶກສາ ຂັ້ນມັທຍົມ
2009.04.27
ເຈົ້າໜ້າທີ່ ກະຊວງສຶກສາ ທິກາຣລາວວ່າ: ກາຣປະຕິຮູບ ຣະບົບກາຣ ສຶກສາເປັນ ໜື່ງໃນ 4 ໂຄງກາຣ ບູຣິມະສິດ ທີ່ຈະຕ້ອງ ປະຕິບັຕ ໃນສົກປີ 2009-2010 ນີ້ດັ່ງອາຈາຣ ມີໄຊກອນ ວັນນະຈີຕ ຫົວໜ້າແຜນກ ແຜນກາຣ ກົມແຜນກາຣ ແລະກາຣຮ່ວມ ມືສາກົລ ໄດ້ກ່າວວ່າ:
“ຫລັກສູຕ ມັທຍົມຈາກ 11 ປີເປັນ 12 ປີໝາຍຄວາມ (ວ່າ) ມ.ຕົ້ນ ຜ່ານມາຈະຮຽນ 3 ປີ ແລະ ມ.ປາຍ 3 ປີ ສິປັບ ມ.ຕົ້ນ ສິເປັນ 4 ປີແລະ ມ.ປາຍ 3 ປີຄືເກົ່າ ໝາຍຄວາມວ່າ ຈາກ 11 ປີ ເປັນ 12 ປີ ຣະບົບມັທຍົມ”
ເຈົ້າໜ້າທີ່ ລາວທ່ານນີ້ ໄດ້ແຈ້ງເພີ່ມວ່າ: ກາຣປ່ຽນຣະບົບ ມັທຍົມຕົ້ນຈາກ 3 ປີໃຫ້ເປັນ 4 ປີນັ້ນ ຍັງບໍ່ທັນ ມີກາຣເຣີ່ມ ຕົ້ນເທື່ອເພາະ ຕ້ອງໄດ້ຣໍຖ້າ ໃຫ້ມີກາຣ ປັບປຸງແລະ ພີມປື້ມອ່ານໃຫ້ ເປັນທີ່ສຳເຣັຈ ຮຽບຮ້ອຍເສັຽກ່ອນ ແລະຄາດວ່າຈະ ເຣີ່ມຕົ້ນໄດ້ ໃນສົກ ປີ 2009-2010 ນີ້.
ສະເພາະ ມັທຍົມປາຍ ທີ່ຈະຮວມ ເອົາມັທຍົມ ປີ່ທີ່ 7 ນັ້ນກໍຈະມີ ກາຣເຣີ່ມແຕ່ ສົກປີ 2010-2011 ເປັນຕົ້ນໄປ ໂດຽຈະມີ ກາຣນຳເອົາ ຫລັກສູຕຕຣຽມ ມະຫາ ວິທຍາລັຍ ມາສອນໃນປີ ສຸດທ້າຍຂອງ ມັທຍົມຫລື ມ.7 ນັ້ນເອງດັ່ງທີ່ ອາຈາຣ ມີໄຊກອນ ໄດ້ກ່າວ ເພີ່ມອີກວ່າ:
“ກ່ອນຈະໄປ ຮຽນຣະດັບ ປຣິນຍາຕຣີ ຈະມີຫ້ອງຕຣຽມ ວິທຍາລັຍ ວິທຍາສາຕ ພື້ນຖານເພື່ອ ໃຫ້ໄດ້ຄຸນພາບ ໃກ້ຄຽງກັບສາກົລ ເພີ່ນໄດ້ມີ ກາຣປັບປຸງ ຫລັກສູຕຕ່າງໆ ເພີ່ອເອົາຫລັກ ສູຕຂອງຕຣຽມ ມະຫະວິທຍາລັຍ ມາປັບ ຜສົມຜສານ ໃຫ້ມັນເປັນ ຫລັກສູຕຂອງ ມ.7 ແຕ່ກໍຍັງເປັນ ຫລັກສູຕເກົ່າຢູ່”
ພ້ອມດຽວກັນນີ້ ທ່ານອາຈາຣ ມີໄຊກອນ ກໍວ່າ ປັຈຈຸບັນນີ້ ທາງກົມກາຣ ສຶກສາຊັ້ນສູງ ກົມອະຊີວະ ສຶກສາ ກົມສ້າງຄຣູ ຕລອດຮອດ ມະຫາວິທຍາລັຍ ແລະໂຮງຮຽນ ວິຊາຊີພຕ່າງໆ ກໍກຳລັງມີ ກາຣປັບປຸງ ຫລັກສູດເພື່ອ ຮອງຮັບນັກຮຽນ ທີ່ຈະຮຽນຈົບ ໃນ 2 ປີ ຂ້າງໜ້າ ນີ້ນັ້ນ.