ຣະບົບ ປ້ອງກັນຕາຝັ່ງ ເຈື່ອນ

ນັກຊ່ຽວຊານ ຄົ້ນພົບວິທີ ສ້າງຣະບົບ ປ້ອງກັນຕາຝັ່ງ ເຈື່ອນທີ່ຖືກກວ່າ ວິທີນັ້ນ ກໍແມ່ນວິທີ ໃຊ້ໄມ້ທ່ອນ ຕີເຂົ້າກັນ ຫລືມັດເຂົ້າກັນ ແລ້ວເປີ້ໃສ່ຕາຝັ່ງ ເວລານໍ້າພັດ ເຂົ້າມາ ທັ່ງໃສ່ທ່ອນໄມ້ ທີ່ປົກຄຸມ ຕາຝັ່ງຢູ່ ແລະເຮັດໃຫ້ ຕາຝັ່ງບໍ່ເຈື່ອນ ເພພັງໄວປານໃດ.
ອາວະຣິ
2009.04.24

ທ່ານ ພະກອນຄຳ ຣັດຕະນະ ເຈົ້າໜ້າທີ່ ກະຊວງ ໂຍທາທິການ ແລະຂົນສົ່ງ ຂອງລາວກ່າວວ່າ ການສ້າງຣະບົບ ປ້ອງກັນຕາຝັ່ງ ເຈື່ອນວິທີນີ້ ເປັນວິທີ່ຖືກ ຢູ່ລາວກໍ ມີໄມ້ທ່ອນ ແລະແຮງງານ ກໍມີພຽງພໍ ບໍ່ຈຳເປັນ ຕ້ອງລົງທຶນ ຊື້ອຸບປະກອນ ແລະວັດຖຸຕ່າງໆ ມາຈາກຕ່າງ ປະເທດ. ແຕ່ຣະບົບ ທີ່ສ້າງດ້ວຍ ໄມ້ທ່ອນນີ້ ພັດເປັນຣະບົບ ທີ່ບໍ່ແໜ້ນ ໜາແລະທົນທານ ຄືຈະກຸ້ມພຽງ ແຕ່ປະມານ 10 ປີເທົ່ານັ້ນ.

ຣະບົບປ້ອງ ກັນຕາຝັ່ງ ເຈື່ອນທີ່ດີ ທີ່ສຸດກໍແມ່ນ ຣະບົບກໍ່ດ້ວຍ ຊີເມນຫລື ຄອນກຣີດ ແຕ່ຣະບົບ ນີ້ພັດເປັນ ຣະບົບທີ່ ແພງທີ່ສຸດ ຣັຖບານລາວ ບໍ່ມີເງິນບໍ່ ມີງົບປະມານ ທີ່ຈະສາມາດ ສ້າງໄດ້; ຣະບົບທີ່ ສອງແມ່ນການ ສ້າງດ້ວຍແຜ່ນ ຫິນຜາ ຊຶ່ງ ຣັຖບານລາວ ເຄີຍສ້າງມາ ແລ້ວໃນບາງ ບ່ອນຕາມລຳ ແມ່ນ້ຳຂອງ ແຕ່ຣະບົບ ນີ້ກໍແພງ ເຊັ່ນກັນ ຄືແພງເຖິງ 1,300 ດອນລ່າ ສະຫະຣັຖ ຕໍ່ນຶ່ງແມັດ ສ່ວນຣະບົບ ທີ່ທາງການ ລາວກຳລັງ ສ້າງຢູ່ຕໍ່ ໜ້ານະຄອນ ຫລວງວຽງຈັນ ນັ້ນຈະມີ ຣາຄາປະມານ 2,000 ດອນລ່າ ຕໍ່ນຶ່ງແມັດ.

ຕາຝັ່ງຂອງ ເຈື່ອນເລິກເຂົ້າ ເລິກເຂົ້າທຸກໆປີ ບາງບ່ອນເລິກ ເຂົ້າເຖິງວັດ ວາອາຣາມ ບ້ານແລະ ຖນົນຫົນທາງ. ຢູ່ຫລາຍໆຈຸດ ຢູ່ຝັ່ງໄທ ມີຣະບົບ ປ້ອງກັນຕາ ຝັ່ງເຈື່ອນຢ່າງ ຄັກແນ່ເຊັ່ນ ເປັນຣະບົບ ຊີເມນຄອນກຣິດ ຢ່າງດີ.



ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.