ທີ່ຜ່ານມາ ທາງການ ສະຫະຣັຖ ໄດ້ຮຽກຮ້ອງໃຫ້ ທາງການລາວ ໂຈະ ການສ້າງເຂື່ອນ ຈົນກວ່າຈະມີ ການສຶກສາ ເຖີງຜົລກະທົບ ຕໍ່ສີ່ງແວດລອ້ມ ສີ້ນສຸດເສັຽກອ່ນ. ກະຊວງການ ຕ່າງປະເທດ ສະຫະຣັຖ ຖແລງໃນວັນທີ 5 ພຶສຈິກາ 2012 ວ່າ ສປປລາວ ໄດ້ປະກາດ ຈຸດປະສົງ ຂອງຕົນ ໃຫ້ເລີ້ມສ້່າງເຂື່ອນ ໄຊຍະບູຣີ ໃນອາທີດນີ້ ທັ້ງໆທີ່ ຫລາຍປະເທດລຸ່ມ ແມ່ນ້ຳຂອງ ຍັງມີຄວາມ ເປັນຫ່ວງນໍາ ຜົນກະທົບ ທີ່ຈະຕາມມາ ນັ້ນຢູ່. ດັ່ງຄົນລາວ ໃນຕ່າງປະເທດ ທ່ານນື່ງ ເວົ້າກ່ຽວກັບ ຜົລກະທົບ ຈາກການ ສ້າງເຂື່ອນ ໃສ່ແມ່ນ້ຳຂອງ ໃນລາວວ່າ: ສຽງ ...
ກະຊວງ ຕ່າງປະເທດ ສະຫະຣັຖ ອອກບົດລາຍງານ ຕໍ່ໄປວ່າ ຄວາມຄືບຫນ້າ ແລະ ຜົລກະທົບ ຈາກການສ້າງເຂື່ອນ ໃສ່ແມ່ນ້ຳຂອງ ໃນລາວ ຕໍ່ວິຖີຊີວີດ ແລະ ການເປັນຢູ່ ທາງດ້ານຄວາມປອດພັຍ ທາງດ້ານອາຫານ ຂອງປະຊາຊົນ ຫລາຍລ້ານຄົນ ແລະອື່ນໆ ກໍຍັງບໍ່ຮູ້ຢ່າງ ແຈ່ມແຈ້ງເທື່ອ.
ທາງການ ສະຫະຣັຖ ຫວັງວ່າ ຣັຖບານສປປລາວ ຈະປະຕິບັດຕາມ ສີ່ງທີ່ຕົນໄດ້ ສັນຍາໃວ້ກັບ ປະເທດ ເພື່ອນບ້ານ ໃນການສ້າງເຂື່ອນ ໃສ່ແມ່ນ້ຳຂອງ ດ້ວຍການ ແກ້ໄຂ ບັນຫາ ທີ່ຫລາຍປະເທດ ເປັນຫວ່ງ ກ່ອນຈະສ້າງ.