ເຂື່ອນໃນນ້ຳຂອງທີ່ອາຈ ບັ່ນທອນອາຫາຣກາຣກິນ

ໂຄງກາຣ ສ້າງເຂື່ອນ ໃສ່ແມ່ນ້ຳຂອງ ອາຈເຮັດໃຫ້ ປະຊາຊົນ ຫລາຍລ້ານຄົນ ໄດ້ຮັບ ຜົລກະທົບ ດ້ານອາຫາຣ.
ຫວາດ ສີມູນ
2012.08.27
F-mekong-dam-graphic ແຜນທີ່ຂົງເຂດ ໂຄງການ ສ້າງເຂື່ອນ ໃນເຂດລຸ່ມ ແມ່ນໍ້າຂອງ ຮວມທັງຈໍານວນ ປະຊາກອຣ ໃນເຂດນັ້ນ ແລະຝຸງໝູ່ປາ ທີ່ອາຈໄດ້ ຜົນກະທົບ
WWF

ໂຄງກາຣ ສ້າງເຂື່ອນ ໃສ່ໃນເຂຕລຸ່ມ ແມ່ນ້ຳຂອງ ອາຈບັ່ນທອນ ຫຼືເຮັດໃຫ້ ຈຳພວກ ສັຕນ້ຳນາໆ ຊນິດ ສູນພັນໄປ ກໍເປັນໄດ້ ອັນຈະສ້າງ ຜົລກະທົບ ຕໍ່ ປະຊາຊົນ ກວ່າ 60 ລ້ານ ຄົນ ໃນກາຣ ດຳຣົງອາຊີພ ແລະ ຊີວີຕປະຈຳວັນ ໂດຽສະເພາະ ທີ່ຕ້ອງໄດ້ອາສັຍ ຈຳພວກປາ ມາເປັນອາຫາຣ ນັ້ນ.

ຜົລຂອງກາຣ ສຳຣວຈວິຈັຍ ດ້ານຄວາມເສັຍຫາຍ ຈາກໂຄງກາຣ ສ້າງເຂື່ອນຫລາຍແຫ່ງ ໃສ່ ແມ່ນ້ຳຂອງ ທີ່ທາງອົງກາຣ ອະນຸຮັກ ສັຕປ່າ ແລະ ມະຫາວິທຍາລັຍ ອອສເຕຣເລັຽ ໄດ້ນຳອອກເຜີຍແຜ່ ໃນມື້ ວັນຈັນ ຜ່ານມານີ້ວ່າ ຜົລກະທົບ ຈາກໂຄງກາຣ ສ້າງເຂື່ອນ ໃສ່ໃນເຂຕລຸ່ມ ແມ່ນ້ຳຂອງ ຈະສ້າງຄວາມ ເດືອດຮ້ອນ ບໍ່ແມ່ນແຕ່ ສະເພາະ ປະຊາກອຣ ທີ່ອາສັຍຢູ່ຕາມ ແຄມແມ່ນ້ຳຂອງ ເທົ່ານັ້ນ ແຕ່ກໍຫາກຈະກວມ ໄປເຖີງບັນຫາ ທີ່ປະຊາຊົນ ເຫລົ່ານີ້ ຈະຕ້ອງໄດ້ປ່ຽນ ວິຖີຊີວີຕ ໄປສູ່ກາຣ ທຳມາ ຫາກິນ ດ້ານກະສິກັມ ຫລາຍກວ່າແຕ່ກ່ອນ ທີ່ອາຈຕ້ອງໄດ້ ມີກາຣທຳລາຍ ຊັພຍາກອຣທັມຊາຕ ອື່ນໆ ນຳອີກ ຢ່າງແນ່ນອນ.

ຜົລຂອງກາຣສຳຣວຈ ແລະ ວິຈັຍ ດັ່ງກ່າວ ແສດງໃຫ້ເຫັນ ບັນຫາເພີ່ມວ່າ ຖ້າຫາກທາງກາຣ ກ່ຽວຂ້ອງ ຍັງຈະສ້າງເຂື່ອນ ໃສ່ແມ່ນ້ຳຂອງ ໄປຕາມແຜນ ທັງໝົດ 11 ເຂື່ອນ ມັນຈະເຮັດໃຫ້ ມີກາຣສູນເສັຍ ອາຫາຣ ກາຣກິນ ຈາກແມ່ນໍ້າຂອງ ເຊັ່ນຈຳພວກປາ ບໍ່ຕໍ່າກວ່າ 16% ຊື່ງເປັນກາຣສູນເສັຽ ທີ່ມີມູລຄ່າ ເຖີງ 476 ລ້ານດອລລາຣ໌ ສະຫະຣັຖ ຕໍ່ປີ.

ເຖີງຢ່າງໃດ ກໍຕາມ ນອກຈາກ ໂຄງກາຣສ້າງເຂື່ອນ ໃສ່ເຂຕລຸ່ມ ແມ່ນ້ຳຂອງ ທັງໝົດ 11 ແຫ່ງ ແລ້ວນັ້ນ ທາງກາຣກ່ຽວຂ້ອງ ໃນບັນດາ ປະເທສລຸ່ມ ແມ່ນ້ຳຂອງ ຍັງມີແຜນ ທີ່ຈະສ້າງເຂື່ອນ ຕາມລໍານໍ້າ ສາຂາຕ່າງໆ ຕື່ມອີກກວ່າ 77 ແຫ່ງພາຍໃນ ປີ 2030 ທີ່ຍີ່ງຈະສ້າງ ຜົລກະທົບ ຢ່າງໃຫຍ່ຫລວງ ໃນອະນາຄົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.