ເຂື່ອນໄຊຍະບຸຣີແລະ ຜົນເສັຍຂອງຊາວບ້ານ

ປະຊາຊົນ ກວ່າ 20 ພັນຄົນ ຈະໄດ້ຮັບ ຜົນກະທົບ ໂດຍກົງ ຈາກໂຄງການ ເຂື່ອນ ໄຊຍະບຸຣີ.
ໂພໄຊສວັດ
2012.09.11
F-people-XD ຊາວບ້ານ ທີ່ຢູ່ໃກ້ເຂດ ກໍ່ສ້າງເຂື່ອນ ໄຊຍະບູຣີ
International-river

ໃນການຫາລື ແຜນຕໍ່ຕ້ານ ການສ້າງເຂື່ອນ ໄຊຍະບຸຣີ ທີ່ໄດ້ຈັດຂຶ້ນຢູ່ ບາງກອກ ປະເທດໄທ ທ່ານ ມົນຕຣີ ຈັນທະວົງ ຜູ້ຊ່ຽວຊານ ດ້ານພະລັງງານ ແລະ ເຂື່ອນ ຈາກ ມູລນິທິ ຟື້ນຟູຊີວິດ ແລະ ທັມມະຊາດ ເປີດເຜີຍວ່າ ຊາວລາວ ທີ່ອາສັຍຢູ່ໃກ້ ບໍຣິເວນສ້າງເຂື່ອນ ໄຊຍະບຸຣີ ບໍ່ຕໍ່າກວ່າ 20,000 ຄົນ ຈະໄດ້ຮັບຜົນ ກະທົບໂດຍກົງ. ທ່ານເວົ້າວ່າ:

"ແຕ່ເດີມເຮົາມີ ເຂື່ອນ ຈີນຢູ່ເທິງ ການປ່ຽນແປງ ຂອງຣະດັບນໍ້າ ໃນແມ່ນໍ້າຂອງ ຍ້ອນເຂື່ອນຈີນ ຈະໃຊ້ເວລາ 5 ມື້ ແຕ່ຈາກເຂື່ອນ ໄຊຍະບຸຣີ ນີ້ການປ່ຽນແປງ ຈະເກີດຂຶ້ນ ພາຍໃນເວລານື່ງມື້. ຣັຖບານລາວ ເວົ້າເຖິງເຣື່ອງການ ໂຍກຍ້າຍ ອົພຍົບຊາວບ້ານ ຈາກ 10 ໝູ່ບ້ານ ກໍມີຊາວບ້ານພຽງ ແຕ່ 2,000 ຄົນ ແລ້ວຄົນອີກ 2 ໝື່ນຄົນ ຈາກ 30 ໝູ່ບ້ານເດ໋ ທີ່ຈະໄດ້ຮັບຜົນກະທົບ ຈາກເຂື່ອນ ໄຊຍະບຸຣີ ຂຶ້ນໄປຮອດເມືອງ ຫລວງພຣະບາງ".

ທ່ານເວົ້າຕໍ່ໄປອີກວ່າ ຈາກການສຶກສາ ພົບວ່າ ຫາກສ້າງເຂື່ອນ ໄຊຍະບຸຣີ ຣະດັບນໍ້າໃນເທິງ ເຂື່ອນ ແລະ ລຸ່ມເຂື່ອນ ຈະສູງຂຶ້ນກວ່າ ຣະດັບ ປົກກະຕິ ຢ່າງຕໍ່າ 3 ແມັດ ແລະ ນໍ້າກໍຈະຖ້ວມ ບໍຣິເວນເທິງເຂື່ອນ ໄປຈົນຮອດ ເມືອງຫລວງພຣະບາງ ແລະ ລຸ່ມເຂື່ອນ ເປັນເວີງກວ້າງ. ການປ່ຽນແປງ ຂອງຣະດັບນໍ້າ ຈະໃຊ້ເວລາ ພຽງແຕ່ມື້ດຽວ. ຈະສ້າງຜົນກະທົບ ຮຸນແຮງ ຕໍ່ວິຖີຊີວິດ ອາຊີພຫາກິນ ຂອງຊາວບ້ານ.

ເຖິງຢ່າງໃດກໍຕາມ ທ່ານກໍບໍ່ໄດ້ ອະທິບາຍ ຢ່າງແຈ່ມແຈ້ງ ກ່ຽວກັບການຂຶ້ນລົງ ຂອງຣະດັບນໍ້າ ດັ່ງນັ້ນຈຶ່ງບໍ່ສາມາດ ຈະພິສູດໄດ້. ນອກຈາກນັ້ນ ຍັງເຫັນວ່າ ເຂື່ອນ ໄຊຍະບຸຣີ ຈະສົ່ງຜົນກະທົບ ຂ້າມເຂດຊາຍແດນ ໄປຫາປະເທດ ເພື່ອນບ້ານເຊັ່ນໄທ. ຊຶ່ງການປ່ຽນແປງ ຂອງກະແສນໍ້າ ຈະເຮັດໃຫ້ເກີດ ນໍ້າຖ້ວມ ດິນຕະຝັ່ງເຈື່ອນ ສົ່ງຜົນ ຕໍ່ການກະເສຕ.

ສ່ວນຊາວປະມົງ ໃນກໍາພູຊາ ໃນຕົງເລສາບ ກໍຈະໄດ້ຮັບ ຄວາມເດືອດຮ້ອນ ສ່ວນວຽດນາມ ກໍຈະໄດ້ຮັບ ຜົນກະທົບ ໃນເຂດປູກເຂົ້າ ສາມຫລ່ຽມ ປາກແມ່ນໍ້າຂອງ. ທ່ານເວົ້າສລຸບວ່າ ທີ່ຜ່ານມາ ມີແຕ່ທາງການລາວ ຊຸກຍູ້ຢາກກໍ່ສ້າງ ເຂື່ອນ ຕໍ່ໄປ ໂດຍທີ່ ຊາວບ້ານເຄືອຂ່າຍ ບໍ່ສັງກັດຣັຖບານ ນັກອະນຸຮັກ ທັມມະຊາດ ແລະ ປະເທດ ສະມາຊິກ ລຸ່ມແມ່ນໍ້າຂອງ ອື່ນໆ ກໍບໍ່ເຫັນດີ ກັບໂຄງການນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.