ລາວ ເຊື່ອວ່າ ສານ ໃຊ້ກົດໝາຍ ຕັດສິນຄະດີ

ກະຊວງຍຸຕິທັມ ຂອງລາວເຊື່ອວ່າ ການເຮັດວຽກ ຂອງສານ ແມ່ນໃຊ້ຫລັກການ ຕາມຣະບຽບ ກົດໝາຍໃນ ການຕັດສິນຄະດີ
ຈຳປາທອງ
2009.04.27

ກະຊວງ ຍຸຕິທັມ ຂອງລາວ ເຊື່ອວ່າການ ເຮັດວຽກຂອງ ອັຍຍະການສານ ແມ່ນໃຊ້ຫລັກການ ຕາມຣະບຽບ ກົດໝາຍ ໃນການຕັດ ສິນຄະດີ ເພື່ອຄວາມເປັນ ທັມໃນສັງຄົມ. ແຕ່ກໍຍັງ ມີຄວາມສົງໃສ ຢູ່ວ່າອາດ ມີຄວາມບໍ່ ຍຸຕິທັມ ເຂົ້າແຊກແຊງ ໃນລະຫວ່າງ ການປະຕິບັດ ວຽກງານນັ້ນ ກໍເປັນໄດ້.

ກ່ຽວກັບເລື່ອງ ນີ້ເຈົ້າໜ້າ ທີ່ຫ້ອງການ ກະຊວງຍຸຕິທັມ ຂອງລາວ ໄດ້ກ່າວວ່າ:

ເນື້ອແທ້ເຮົາ ກໍບໍ່ສາມາດ ຕີຣາຄາ ໄດ້ວ່າມີ ຫລືບໍ່ມີເພາະ ວ່າໃນຣະບຽບ ການປະຕິບັດ ໜ້າທີ່ຂອງເຂົາ ເຂົາກໍມີຫລັກ ການຂອງເຂົາ ອັນນີ້ມັນ ເປັນເລື່ອງລຶກລັບ ເລື່ອງອັຍຍະການ ຕ່າງໆເຮົາກໍ ວ່າກັນໃນກຽດ ໜ້າທີ່ຣະອຽດ ຂອງເຂົາ.

ເມື່ອເວົ້າເຖິງວ່າ ໃນຄວາມເປັນ ຈິງມີການ ຕັດສິນຄະດີ ຂອງສານແລະ ການຕິດຕາມ ກວດກາ ການປະຕິບັດ ກົດໝາຍຂອງ ອັຍຍະການ ຣະຫວ່າງຄົນທຸກ ຜູ້ທີ່ມີ ຖານະທາງ ການເງິນ ແລະຜູ້ມີ ຖານະທາງ ການງານຫລື ຜູ້ມີອິດທິພົນ ແຕກຕ່າງກັນ ແນ່ຫລືບໍ່ ນັ້ນເຈົ້າໜ້າທີ່ ທ່ານດຽວກັນນີ້ ບອກວ່າ:

ບໍ່ມັນບໍ່ກ່ຽວກັນ ໃນຫລັກການ ກົດໝາຍຂອງ ພວກເຮົາກໍມີ ວາງໄວ້ຢູ່ວ່າ ທຸກຄົນສເມີພາບ ຕໍ່ໜ້າສານ ແລະຕໍ່ໜ້າ ກົດໝາຍ ຫລັກການຂອງ ພວກເຮົາກໍມີ ແລະເຊື່ອວ່າ ໃນການຕັດ ສິນຄະດີ ອັຍຍະການ ຕ້ອງປະຕິບັດ ຕາມຫລັກການນັ້ນ

ນັບຕັ້ງແຕ່ໄດ້ ມີການສ້າງຕັ້ງ ສປປລາວ ແລະມີຣະບຽບ ກົດໝາຍ ໃຊ້ຢູ່ໃນ ສັງຄົມລາວ ເຫັນວ່າຂະບວນ ການຍຸຕິທັມ ຢູ່ລາວໂດຍ ທົ່ວໄປແລ້ວ ແມ່ນບໍ່ເປັນໄປ ຕາມຂໍ້ກຳນົດ ຂອງຣະບຽບ ກົດໝາຍ ທີ່ໄດ້ບົ່ງເອົາ ໄວ້ພໍເທົ່າໃດ. ເຖິງວ່າ ເຈົ້າໜ້າທີ່ ຂອງກະຊວງ ຍຸຕິທັມ ແລະອັຍຍະການ ເປັນຜູ້ບໍຣິສຸດ ແລະທ່ຽງທັມ ໃນການປະຕິບັດ ໜ້າທີ່ວຽກງານ ຂອງຕົນພຽງໃດ ກໍບໍ່ສາມາດ ເກີດມີຄວາມ ເປັນທັມໃນ ສັງຄົມລາວໄດ້ ຍ້ອນຜູ້ມີສິດ ມີອຳນາດ ມີອິດທິພົນ ແລະມີພັກບັນຊາ ຢູ່ເບື້ອງຫລັງ ເຖິງແມ່ນວ່າ ສັງຄົມລາວ ເປັນຕົ້ນຜູ້ ທີ່ທຸກຍາກ ຂາດເຂິນບໍ່ວ່າ ຈະຢູ່ໃນ ຕົວເມືອງ ຫລືວ່າຢູ່ ຕາມຊົນນະບົດ ຮຽກຮ້ອງໃຫ້ມີ ການປະຕິບັດ ຄວາມສເມີພາບ ແລະຄວາມ ຍຸຕິທັມ ສຳລັບ ທຸກຄົນກໍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Sep 17, 2014 04:22 AM

ຢາກໃຫ້ເບີ່ງ ຕາມຄວາມເປັນຈິງ ບໍ່ແມ່ນເບີ່ງແຕ່ ເອກະສານ ທີ່ສ້ງຂື້ນ ຂໍຄວາມເປັນທຳ ແນ່ ຈະບໍ່ມີບ່ອນຢູ່ ລະນີ້ນະ


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Anonymous
Sep 17, 2014 04:34 AM

ເວ້າຕາມ ກົດໝາຍ ຄົນຂີ້ສໍ້ ຊະນະ ຄົນຮູ້ເທົ່າ ບໍ່ເຖີງການ ບໍ່ເຫຼືອຫຍັງ ປະຊາຊົນ ພົນລະເມືອງເອີ້ຍ ຢູ່ໃສ ຄວາມເປັນທຳ ຂ້ອຍເຫຼືອເວລາ ອີກ20 ມື້ ກະຈະບໍ່ມີບ່ອນຢູ່ ມີໃຜຊ່ວຍຂ້ອຍ ໄດ້ແດ່ 28238637


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]