ໂຄງການໝໍ້ໄຟ ພູມີພາກ

ປະຊາຊົນລາວ ຈໍານວນນຶ່ງ ເຊື່ອວ່າ ໂຄງການໝໍ້ໄຟ ພູມີພາກ ຈະເຮັດໃຫ້ລາວ ມີຣາຍໄດ້ ຫລາຍຂຶ້ນແລະ ຫລຸດພົ້ນຈາກ ເປັນປະເທດ ດ້ອຍພັທນາ ຫາກຈະມີ ຂໍ້ເສັຽດ້ວຍ
ມະນີຈັນ
2009.04.25

ປະຊາຊົນລາວ ຈໍານວນນຶ່ງ ເຊື່ອວ່າ ໂຄງການສ້າງ ເຂື່ອນໃນທົ່ວ ປະເທດລາວ ຫລືການເຮັດ ໃຫ້ລາວກາຍ ເປັນໝໍ້ໄຟ ໃນພູມີພາກ ຈະເປັນການ ສ້າງຣາຍໄດ້ ເຂົ້າປະເທດ ຢ່າງມະຫາສານ ຈົນເກີດ ຄວາມປ່ຽນແປງ ຊຶ່ງຈະຊ່ວຍ ໃຫ້ແຂວງຕ່າງໆ ທັງໝົດຂອງລາວ ຫລຸດພົ້ນຈາກ ຄວາມຍາກຈົນໄດ້. ທ່ານ ໄຊກອນ ຈັນທະຄໍາວົງ ຊາວລາວເຂດ ແຂວງຄໍາມ່ວນ ຊຶ່ງເປັນທີ່ຕັ້ງ ຂອງໂຄງການ ເຂື່ອນທີ່ ໃຫຍ່ທີ່ສຸດ ຂອງລາວຄື ເຂື່ອນນໍ້າເທີນ ສອງນັ້ນໃຫ້ ຄໍາຄິດເຫັນວ່າ.

ຄືຂໍ້ດີຢູ່ ລາວຈະໄດ້ ມີໄຟຟ້າ ນໍາໄຊ້ໃນເຂດ ຊົນນະບົດ ໂຄງຮ່າງພື້ນຖານ ເຂົາເຈົ້າກໍ ສາມາດເຂົ້າ ໄປຊ່ວຍເຫລືອ ພວກປະຊາຊົນ ຢູ່ໃນເຂດ ດັ່ງກ່າວນັ້ນໄດ້ ມັນຈະມີການ ສ້າງຣາຍຮັບ ໃຫ້ແກ່ ປະເທດ ຊາດແລ້ວ ອີກຕົວນຶ່ງ ກໍມີການ ຂາຍໄຟໃຫ້ ແກ່ໄທ ວຽດນາມແລະຈີນ.

ທ່ານ ໄຊຍະກອນ ກ່າວຕໍ່ໄປວ່າ ການມີ ຊັພຍາກອນ ທັມມະຊາດ ທັງເປັນປ່າໄມ້ ແມ່ນໍ້າລໍາເຊ ແລະ ແຮ່ທາດຕ່າງໆ ຢ່າງຫລວງຫລາຍ ຊຶ່ງບ້ານລາວ ແລະນັກລົງທຶນ ກໍເຊື່ອວ່າ ສາມາດນໍາ ມາປ່ຽນເປັນ ທຶນແລະຣາຍໄດ້ ເຂົ້າປະເທດນັ້ນ ການສ້າງເຂື່ອນ ກໍອາດເປັນ ທາງເລືອກເພື່ອ ໃຫ້ລາວມີ ການປ່ຽນແປງ ສູ່ການພັທນາ ໃນອະນາຄົດ.

ແຕ່ນັ້ນກໍຫລີກ ລ່ຽງບໍ່ໄດ້ຈາກ ຜົນກະທົບ ຕໍ່ສະພາບ ແວດລ້ອມ ທັມມະຊາດ ທີ່ຈະຕາມມາ ຍ້ອນການ ສ້າງເຂື່ອນ ຈະເຮັດໃຫ້ ເກີດການປ່ຽນແປງ ທີ່ມີລັກ ຊະນະລົບຕ່າງໆ.

ຂໍ້ເສັຽຢູ່ ບ່ອນວ່າເວົ້າເລື່ອງ ສີ່ງແວດລ້ອມ ມັນຈະເປັນ ການທໍາຣາຍ ສີ່ງແວດລ້ອມ ສ້າງເຂື່ອນແມ່ນ ບໍ່ມີກັນພື້ນ ທີ່ນໍ້າຖ້ວມ ໝູ່ບ້ານ ປະຊາຊົນ ຫລືເຂດນັ້ນ ໄດ້ຮັບຜົນ ເສັຽທໍາຣາຍສີ່ງ ແວດລ້ອມທໍາຣາຍ ແຫລ່ງທີ່ຢູ່ ຂອງສັດ ຣະບົບນິເວດ ເນາະ.

ໂຄງການກໍ່ ສ້າງເຂື່ອນ ໃນລາວມີ ອີກຫລາຍເຂື່ອນ ຢູ່ໃນຂັ້ນການ ພິຈາຣະນາ ຂອງຂັ້ນເທິງ. ຖ້າຫາກວ່າ ເຂື່ອນໃດຈະ ສ່ຽງຕໍ່ການ ສົ່ງຜົນກະທົບ ໃສ່ສະພາບ ຊີວິດການ ເປັນຢູ່ຂອງ ປະຊາຊົນລາວ ຫລາຍນັ້ນຈະ ຕ້ອງມີການ ພິຈາຣະນາ ເປັນພິເສດ ແຕ່ສ່ວນໃຫຍ່ ທີ່ໄດ້ຮັບ ອະນຸມັດ ການກໍ່ສ້າງ ແລ້ວນັ້ນກໍ ໃຫ້ດໍາເນີນ ການຕໍ່ໄປ.

 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.