ເຣື້ອງທີ່ເກັບບັນທຶກໄວ້
2010-06-08
ແມ່ນໍ້າຂອງ ກໍາລັງຕົກ ຢູ່ໃນ ອັນຕະລາຍ ອະນາຄົດ ຂອງແມ່ນ້ຳຂອງ ກໍາລັງ ຖຶກນາບຂູ່ ຈາກພັຍ ທັມມະຊາດ ນາໆປະການ ຕົວຢ່າງການ ປ່ຽນແປງຂອງ ສະພາບອາກາດ ເຊັ່ນ: ອາກາດທີ່ຮ້ອນ ອົບເອົ້າ ເປັນເວລາ ຍາວນານ ໃນແຕ່ລະປີ ແລະນ້ຳແຂງ ໃນພູເຂົາ ຫິມະໄລ ທີ່ເປື່ອຍ ລະລາຍໄວ ກໍ່ໃຫ້ເກີດ ສະພາບແຫ້ງແລ້ງ ຫຼືເກິດພັຍ ນໍ້າຖ້ວມ ຢ່າງວ່ອງໄວ. ໃນເວລາ ດຽວກັນ ແມ່ນ້ຳຂອງ ກໍຖືກນາບຂູ່ ຈາກການ ກະທໍາຂອງຄົນ ໂດຍສະເພາະ ໂຄງການ ກໍ່ສ້າງເຂື່ອນ ພລັງໄຟຟ້າ ນໍ້າຕົກໃສ່ ແມ່ນໍ້າຂອງ ໂດຍກົງ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-06-08
ໃນສມັຍນີ້ ຄົນລາວ ຫລາຍຄົນ ມັກຫາລ້ຽງຊີບ ດ້ວຍວິທີ ທີ່ຜິດກົດໝາຍ ເຊັ່ນການ ສໍ້ຣາສບັງຫລວງ ຄ້າໄມ້ເຖື່ອນ ຢາເສບຕິດ ແລະ ສັດປ່າ. ອາວະຣີ ມີຣາຍງານ… ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-06-08
ບໍຣິສັດ ຣັຖວິສະຫະກິຈ ໄຟຟ້າລາວ ເຊັນບັນທຶກ ຄວາມເຂົ້າໃຈ MOU ຮ່ວມພັທນາ ໂຄງການ ເຂື່ອນໄຟຟ້າ ດອນສະໂຮງ.
2010-06-08
ກົມພາສີ ເອົາມາຕກາຣ ແກ້ໄຂບັນຫາ ກາຣລັກໜີ ພາສີ ດ້ວຍກາຣ ກວດກາສິນຄ້າ ປາຍທາງ ຢ່າງເຂັ້ມງວດ.
2010-06-08
ເດັກນ້ອຍຍິງລາວ ລັກລອບເຂົ້າໄທ ແລະ ເຮັດວຽກແບບ ຜິດກົດໝາຍ ຕາມຮ້ານ ຄາຣາໂອເກ ໃນເຂດເມືອງ ສັຕຫີບ ແຂວງຊົນບູຣີ ຕາມຣາຍງານຂ່າວ ຜູ້ຈັດການ online ວັນທີ 8 ມິຖຸນານີ້.
2010-06-07
ຣາຍການ ໝໍລໍາລາວ ປະຈໍາສັປດາ ຈັດສເນີທ່ານ ໂດຍ: ໄມຊູລີ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-06-07
ຣາຍການ ສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ 9” ປະຈໍາສັປດາ ຕອນທີ 43 ໃນມື້ນີ້ ຜູ້ຂຽນຍັງ ຈະໄດ້ສືບຕໍ່ ເວົ້າເຖິ່ງ ຊະຕາກັມ ຂອງອະດິດ ນາຍຮ້ອຍເອກ ”ບົວລາ” ນັກໂທດ ສັມມະນາກອນ ຈາກກອງຮ້ອຍ ທີ່ນຶ່ງ ທີ່ຖືກມັດ ສອກນັ່ງຢູ່ ຣົຖບັນທຸກ 66 ມໍຣະນະ ຄັນນັ້ນຢູ່ ແລະກໍຈະໄດ້ ເລົ່າໄປເຖິ່ງ ບັນຫາ ຊາຍແດນລາວ-ວຽດ ທີ່ເມືອງ ”ລາວບາວ”. ສເນີໂດຍ: ໂມທະນາ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-06-07
ສປປລາວ ເປັນປະເທດ ທີ່ອຸດົມສົມບູນ ດ້ວຍ ຊັພຍາກອນ ທັມມະຊາຕ ແຕ່ຖ້າຫາກ ການພັທນາ ເປັນໄປດ້ວຍ ສາຍຕາໃກ້ ໂດຍເຫັນແກ່ ຜົນປໂຍດ ຂອງນັກລົງທຶນ ເປັນສໍາຄັນ ຊັພຍາກອນ ດັ່ງກ່າວ ອາດຈະນໍາ ຄວາມເສັຍຫາຍ ມາສູ່ ປະຊາຊົນ. ພົງສວັນ ໄດ້ຮິບໂຮມ ຂໍ້ມູນກ່ຽວກັບ ເຣື້ອງນີ້ ຊຶ່ງວຽງໄຊ ຈະນໍາມາ ສເນີທ່ານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-06-07
ໜັງສືພິມ ຜູ້ຈັດການ ຂອງໄທ ຣາຍງານວ່າ ນໍ້າຂອງ ກັບມີຊີວິຕ ຊີວາຄືນໃໝ່ ຫລັງຈາກທີ່ ຣະດັບນໍ້າ ສູງຂຶ້ນ ເມື່ອຍ່າງເຂົ້າ ຣະດູຝົນ ເຮັດໃຫ້ເຮືອ ຂອງຈີນ ສາມາດແລ່ນ ຂຶ້ນລ່ອງໄດ້ ຣະຫວ່າງຊຽງຮຸງ ແລະຊຽງແສນ ຫລັງຈາກທີ່ຕ້ອງ ຢຸດຕັ້ງແຕ່ດືອນ ກຸມພາ ຫາເດືອນເມສາ ທີ່ຣະດັບນໍ້າ ບົກລົງຫລາຍ ຈົນເຮັດໃຫ້ ຜູ້ຄົນ 2 ຝັ່ງແມ່ນ້ຳຂອງ ທັງໃນເຂດ ພະມ້າ ລາວ ໄທ ກໍາພູຊາ ແລະວຽດນາມ ປະສົບກັບ ຄວາມເດືອດຮ້ອນ ເປັນເວລາ ດົນນານ ເພາະເຮືອສິນຄ້າ ທ່ອງທຽວ ຕ້ອງເຊົາແລ່ນ.
2010-06-07
Kuwait ສຶກສາ ໂຄງການ ພັທນາ ຊົລປະທານ ຮອບດ້ານ ເພື່ອການປູກເຂົ້າ ໂດຍຫວັງຈະ ຮັບຊື້ເຂົ້າ ຈາກລາວ ໃນພາຍໜ້າ.
2010-06-07
ການທ່ອງທ່ຽວ ສວັນນະເຂດ ເລັ່ງປັບປຸງ ຣະບົບ ເຮັດວຽກພາຍໃນ.
2010-06-07
ສາທາຣະນະສຸຂ ແຂວງຜົ້ງສາລີ ກວດພົບ ປະຊາຊົນ ເປັນໂຣກ ຣະບົບຫາຍໃຈ ມີຈໍານວນ ຫຼາຍຂື້ນໃນ ລະຍະຫົກເດືອນ ຜ່ານມາ.
2010-06-07
ສປປລາວ ເປັນນຶ່ງ ໃນບັນດາ ປະເທດ ທີ່ທຸກຍາກ ໃນເອເຊັຽ ທີ່ຫັວງຈະໃຫ້ ຕົນຫລຸດພົ້ນ ຈາກການດ້ອຍ ພັທນາ ໃນອີກສິບ ປີຂ້າງໜ້າ.
2010-06-07
ທ່ານຮອງນາຍົກ ຣັຖມົນຕຣີ ລາວ ພົບກັບທ່ານ ຮອງນາຍົກ ຣັຖມົນຕຣີ ສິງກະໂປ.
2010-06-04
ກຸ່ມຄົນ ທີ່ໄຮ້ສັນຊາດ ໃນໄທ ມີຊີວິດເປັນຢູ່ ຢ່າງຍາກລໍາບາກ ເພາະບໍ່ມີສິດທິ ແລະບໍ່ໄດ້ຮັບ ການຊ່ວຍເຫລືອ ຈາກໜ່ວຍງານ ໃດເລີຍ.