ຄົນທີ່ໄຮ້ສັນຊາດ ຕາມຊາຍແດນໄທ

ກຸ່ມຄົນ ທີ່ໄຮ້ສັນຊາດ ໃນໄທ ມີຊີວິດເປັນຢູ່ ຢ່າງຍາກລໍາບາກ ເພາະບໍ່ມີສິດທິ ແລະບໍ່ໄດ້ຮັບ ການຊ່ວຍເຫລືອ ຈາກໜ່ວຍງານ ໃດເລີຍ.
ໂພໄຊສວັດ
2010.06.04

ຍັງມີຄົນທີ່ບໍ່ມີ ສັນຊາດ ອາສັຍຢູ່ຕາມ ຊາຍແດນໄທ ຫລັງຈາກທີ່ສູນ ອົພຍົບໄດ້ປິດ ໄປດົນນານແລ້ວ ຊຶ່ງຍັງບໍ່ໄດ້ ກັບໄປລາວຫລື ເດີນທາງຕໍ່ໄປ ຕ່າງປະເທດ ແຕ່ໄດ້ ຕົກຄ້າງ ອາສັຍຢູ່ໃນ ປະເທດໄທ ເພາະເຫັນວ່າໃກ້ ກັບບ້ານເກີດເມືອງນອນ ຂອງຕົນ. ເວລາຜ່ານໄປ ດົນນານເຖິງ ປັດຈຸບັນນີ້ ການທີ່ຈະກັບ ໄປລາວ ກໍມີຂໍ້ຈຳກັດ ຫລາຍຢ່າງ ເຊັ່ນ ສະພາບເສຖກິດ ແລະສັງຄົມ ທີ່ປ່ຽນແປງໄປ ການຖືກກ່າວຫາ ວ່າເປັນລູກຫລານ ຂອງກຸ່ມປະຕິການ ຮວມໄປຮອດການ ບໍ່ສາມາດຫາ ຫລັກຖານ ຢັ້ງຢືນວ່າເປັນ ພົລເມືອງລາວ ທີ່ແທ້ຈິງໄດ້. ກຸ່ມຄົນລາວ ທີ່ອາສັຍຢູ່ໃນໄທ ປັດຈຸບັນມີລູກ ມີຫລານອອກມາ ເຖິງ 3 ຊົ່ວຍຸກຄົນແລ້ວ. ເຈົ້າໜ້າທີ່ NGO ໄທຜູ້ນຶ່ງ ອະທິບາຍວ່າ:

"ຖຶກກ່າວຫາວ່າເປັນ ຝ່າຍປະຕິການ ຄືລູກຫລານລາວ ທີ່ບໍ່ຍອມໄປ ປະເທດທີ 3 ຣັຖບານລາວ ກໍຖືວ່າເປັນຝ່າຍ ປະຕິການ ຣັຖບານລາວ ກໍບໍ່ໄດ້ສົນ ໃຈກັບເມືອ ບ້ານກໍກັບບໍ່ໄດ້ ອ້າງວ່າເປັນຄົນລາວ ແຕ່ຣັຖບານລາວ ກໍວ່າເປັນລາວ ໄດ້ແນວໃດ, ເກີດຢູ່ໃສ? ບ້ານໃດ? ເມືອງໃດ?

ອີງຕາມເຈົ້າໜ້າທີ່ NGO ໄທ, ຄົນລາວໄຮ້ສັນຊາດ ເຫລົ່ານີ້ໄດ້ຮັບ ຄວາມລຳບາກ ເພາະບໍ່ໄດ້ສັນ ຊາດໄທ, ບໍ່ມີບັດ ປະຈຳໂຕໄທ, ບໍ່ມີໂອກາດ ທາງດ້ານການ ສຶກສາ, ດ້ານການຮັກສາ ສຸຂພາບ ຫລືສິດທິອື່ນໆ. ທີ່ຜ່ານມາ ພວກຂະເຈົ້າບໍ່ໄດ້ ຮັບການຊ່ວຍເຫລືອ ຈາກຣັຖບານໄທ, ອົງການລະຫວ່າງຊາດ ຫລືແມ່ນແຕ່ຄົນ ລາວອື່ນໆ. ເຈົ້າໜ້າທີ່ NGO ໄທເວົ້າວ່າ ພວກຂະເຈົ້າຂາດ ສິດທິພື້ນຖານ ຂອງການເປັນຄົນ ພ້ອມທັງບໍ່ໄດ້ ຮັບການຊ່ວຍເຫລືອ ໃດໆເລີຍ. ເຈົ້າໜ້າທີ່ເວົ້າ ກ່ຽວກັບ ເຣື້ອງນີ້ວ່າ:

"ບັນຫາຕອນນີ້ ທຸກຄົນບໍ່ໄດ້ ຮັບສິດທິ ໃນການເປັນຄົນ ເມື່ອປຽບທຽບໃສ່ ຄົນໄທທີ່ມີ ບັດປະຊາຊົນ ທີ່ສຳຄັນທີ່ສຸດຄື ພວກຂະເຈົ້າຕ້ອງການ ຄວາມຊ່ວຍເຫລືອ ຈາກພາກຣັຖ".

ເຖິງຢ່າງໃດກໍຕາມ ບາງຄົນທີ່ໂຊກດີ ໄດ້ແຕ່ງດອງກັບ ຄົນໄທ ແລະໄດ້ຮັບ ສັນຊາດໄທ ແຕ່ກໍເປັນສ່ວນ ໜ້ອຍ ຊຶ່ງສ່ວນຫລາຍ ຍັງຫລົບໆລີ້ໆ ໃຊ້ຊີວິຢູ່ ຢ່າງລຳບາກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.