ໂຄງການເຂື່ອນໄຟຟ້າ ດອນສະໂຮງ
2010.06.08
ບໍຣິສັດ ຣັຖວິສະຫະກິດ ການໄຟຟ້າລາວ ລົງນາມ ໃນບັນທຶກ ຄວາມເຂົ້າໃຈ MOU ກັບບໍຣິສັດ Mega First Corporation ຈໍາກັດ ຈາກປະເທດ ມາເລເຊັຽ ເພື່ອຮ່ວມພັທນາ ໂຄງການເຂື່ອນ ໄຟຟ້າ ດອນສະໂຮງ ໃນແຂວງ ຈໍາປາສັກ ເມື່ອວັນທີ່ 3 ມິຖຸນາ ຜ່ານມາ. ຕາມຄໍາເວົ້າຂອງ ເຈົ້າໜ້າ ທີ່ໄຟຟ້າລາວ:
"MOU ຈະຮ່ວມກັນ ພັທນາ ກັບບໍຣິສັດ ຂອງ ມາເລເຊັຽນະ ລາຍລະອຽດ ຍັງບໍ່ທັນໄດ້ ຕົກລົງ ມີແຕ່ວ່າສິ ຮ່ວມຮຸ້ນ ເອົາຊິເອົາ 20 ເປີເຊັນບໍ່ ຫລື 30 ເປີເຊັນກໍຍັງ ບໍ່ທັນໄດ້ຕົກລົງ".
ໂຄງການນີ້ ຖືວ່າ ຜ່ານການ ສຶກສາສໍາຣວດ ເບື້ອງຕົ້ນຮຽບຮ້ອຍແລ້ວ ຍັງການສໍາຣວດ ສຶກສາລາຍ ລະອຽດ ແລະຜ່ານບົດ ປະເມີນຜົລກະທົບ ດ້ານສິ່ງແວດລ້ອມ ແລະສັງຄົມຕ່າງໆ. ຫລັງຈາກນັ້ນ ຈຶ່ງຈະໄດ້ປະເມີນ ງົປມານຂອງໂຄງການ ແລະຕົກລົງລາຍ ລະອຽດ ເລື່ອງການຮ່ວມຮຸ້ນ. ໄຟຟ້າ ທີ່ຜລິດໄດ້ຈາກ ໂຄງການນີ້ ກໍຈະຂາຍໃຫ້ ການໄຟຟ້າລາວ.
ທ່ານກ່າວຕໍ່ໄປວ່າ ການເຊັນ MOU ຮ່ວມກັນໃນຄັ້ງນີ້ ຖືໄດ້ວ່າ ມີຄວາມ ເປັນໄປໄດ້ສູງ ທີ່ໂຄງການຈະ ຜ່ານການ ອະນຸມັດ ຊຶ່ງໃນ MOU ຣະບຸວ່າ ໂຄງການ ຈະຕ້ອງໄດ້ເລີ່ມ ຫລັງຈາກນີ້ 12 ເດືອນ:
"ເປັນໄປໄດ້ສູງ ເພາະວ່າ MOU ມີອັນນັ້ນຢູ່ 12 ເດືອນ ພາຍໃນ 12 ເດືອນຕ້ອງໄດ້ ສໍາເຣັດ ຕ້ອງມີລາຍລະອຽດ ການໂຍກຍ້າຍ ສະພາບແວດລ້ອມ ຕ້ອງຢູ່ພາຍໃນ 12 ເດືອນ".
ໂຄງການພັທນາເຂື່ອນ ດອນສະໂຮງ ໃນພື້ນທີ່ ເມືອງໂຂງ ແຂວງຈໍາປາສັກ ມີການສໍາຣວດ ຄວາມເປັນໄປໄດ້ ຕັ້ງແຕ່ປີ 2007 ຈະມີກໍາລັງ ການຜລິດ 240 ແມັກກາວັດ. ເປັນທີ່ຄາດກັນວ່າ ເຂື່ອນນີ້ ຈະເປັນເຂື່ອນ ທີ່ມີການຊຸກຍູ້ ໃຫ້ເກີດຂຶ້ນໃນ ແມ່ນໍ້າຂອງ ຕອນລຸ່ມເປັນເຂື່ອນ ທໍາອິດ ຖ່າມກາງຄວາມກັງວົນ ຂອງໜ່ວຍ ງານ ພາກເອກກະຊົນ NGO ກ່ຽວກັບຜົລກະທົບ ດ້ານສິ່ງແວດລ້ອມ ທີ່ອາຈເກີດຂຶ້ນ ຊຶ່ງຈະສ້າງຄວາມ ເດືອດຮ້ອນ ໃຫ້ປະຊາຊົນ ທີ່ຕ້ອງເພິ່ງພາ ຊັພຍາກອນ ໃນບໍຣິເວນ ດັ່ງກ່າວ.