ກົມພາສີກວດສິນຄ້າ ຢ່າງເຂັ້ມງວດ
2010.06.08
ກົມພາສີ ໄດ້ວາງມາຕກາຣ ໃນກາຣແກ້ໄຂ ບັນຫາ ເຣື່ອງກາຣລັກລອບ ພາສີຂອງຜູ້ ປະກອບກາຣ ນຳສິນຄ້າເຂົ້າ ປະເທສ ດ້ວຍກາຣກວດກາ ສິນຄ້າ ຕາມພື້ນທີ່ ປາຍທາງຢ່າງ ເຂັ້ມງວດ ແລະສາມາດ ກວດໄດ້ງ່າຍ ຍ້ອນຈຳນວນສິນຄ້າ ກໍມີນ້ອຍກວ່າ ຢູ່ດ່ານຊາຍແດນ ແລະ ໃນເມື່ອພົບເຫັນມີ ກາຣລັກລອບໜີ ພາສີ ຜູ້ປະກອບ ກາຣກໍຕ້ອງໄດ້ ເສັຽພາສີຄືນໃໝ່ ພ້ອມກັບຮັບໂທສ ຕາມກົດໝາຍ ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງກະຊວງ ກາຣເງິນນະຄອນ ຫລວງວຽງຈັນທ່ານ ໜຶ່ງໄດ້ກ່າວວ່າ:
“ຂັ້ນຕອນກາຣ ແກ້ໄຂນີ້ ກໍແມ່ນກາຣກວດກາ ບ່ອນຈຸດສິນຄ້າລົງ ທີ່ວ່າເຈົ້າໜ້າທີ່ ພາສີເຮົາຢູ່ ດ່ານຕົ້ນທາງ ບໍ່ສາມາດກວດກາ ລະອຽດໄດ້ ສະນັ້ນແລ້ວເຮົາ ຈຶ່ງເນັ້ນ ໜັກຢູ່ບ່ອນປາຍທາງ ບ່ອນສິນຄ້າລົງ ເປັນຕົ້ນ ຢູ່ວຽງຈັນບໍ? ຫລືວ່າຢູ່ແຂວງ ໃດແຂວງໜຶ່ງທີ່ ວ່າສິນຄ້າ ມັນມາລົງ”.
ພ້ອມດຽວກັນນີ້ ທ່ານກໍວ່າ ກາຣສົມຮູ້ຮ່ວມຄິດ ຣະຫວ່າງພນັກງານ ກົມພາສີ ກັບຜູ້ປະກອບ ກາຣນັ້ນ ກໍມີບາງສ່ວນ ຊຶ່ງສ່ວນຫລາຍແລ້ວ ຈະເປັນພນັກງານ ແລ່ນ ເອກກະສາຣ ດ້ວຍກາຣບັນທຶກ ຈຳນວນສິນຄ້າ ທີ່ບໍ່ກົງກັບ ຄວາມເປັນຈິງ ເພື່ອຈະໄດ້ເສັຽ ຄ່າພາສີຫນ້ອຍລົງ ເປັນກາຣເຮັດໃຫ້ ທາງຣັຖມີຣາຍ ຮັບຫນ້ອຍ ແຕ່ໃນເມື່ອໃດ ຫາກຖືກຈັບ ກໍຈະມີກາຣ ປັບໃໝເຊັ່ນກັນ:
“ກໍຣະນີທີ່ວ່າ ສິນຄ້າໃດມັນ ເປັນສິນຄ້າທີ່ ວ່າພວກເຮົາ ອະນຸຍາຕໃຫ້ ນຳເຂົ້າ ແຕ່ວ່າເກີດມີ ກາຣລັກລອບບໍ່ໄດ້ ເສັຽພາສີ ພວກເຮົາຈະໄດ້ ມີກາຣຈົດ ຫລືວ່າບັນທຶກ ຈຳນວນທີ່ເຫລືອ ໃນເອກສາຣທີ່ ວ່າເສັຽພາສີ ເຂົ້າມາໃນເບື້ອງຕົ້ນ ໃຫ້ມາເສັຽ ພາສີຄືນໃໝ່ ກັບປັບໃໝ”.
ເຈົ້າໜ້າທີ່ລາວ ທ່ານນີ້ ໄດ້ກ່າວເນັ້ນວ່າ ໃນກາຣປັບນັ້ນ ກໍມີຫລາຍ ປະເພທດ້ວຍກັນ ໂດຽຈະມີກາຣ ພິຈາຣະນາ ໄປຕາມກໍຣະນີ ເຊັ່ນວ່າ ມີຄວາມຕັ້ງໃຈ ເພື່ອຫລີກລ້ຽງ ກາຣເສັຽ ພາສີແທ້ຫລືບໍ? ພ້ອມກັບກາຣປັບໃໝ ກໍຈະຕ້ອງໄດ້ ດຳເນີນໄປຕາມ ກົດໝາຍ ວ່າດ້ວຍກາຣ ເສັຽຄ່າພາສີ ຂອງ ສປປລາວ ເອງ.