ຮອງນາຍົກລາວແລະ ສິງກະໂປພົບກັນ
2010.06.07
ທ່ານດວງໃຈ ພີຈິຕ ຮອງນາຍົກ ຣັຖມົນຕຣີ ແລະ ຣັຖມົນຕຣີ ປ້ອງກັນປະເທດ ຂອງສປປລາວ ໄດ້ພົບກັບທ່ານ Teo Chee Hean ຮອງນາຍົກ ຣັຖມົນຕຣີ ແລະ ຣັຖມົນຕຣີ ປ້ອງກັນປະເທດ ຂອງສິງກະໂປ ໃນມື້ວັນຈັນນີ້.
ຕາມຖແລງການຂອງ ກະຊວງປ້ອງກັນ ປະເທດ ສິງກະໂປ ການຢ້ຽມຢາມ ຂອງທ່ານດວງໃຈ ພີຈິຕ ມີເປົ້າໝາຍທີ່ ຈະເນັ້ນໃຫ້ເຫັນ ຄວາມສຳພັນດ້ານ ການປ້ອງກັນ ປະເທດ ຣະຫວ່າງກັນ ແລະມີຂຶ້ນ ຫລັງຈາກທີ່ທ່ານ Teo ໄດ້ພົບພໍ້ກັບ ທ່ານດວງໃຈ ຢູ່ລາວ ເມື່ອປີຜ່ານມາ ຊຶ່ງທ່ານ Teo ໄດ້ເຂົ້າຮ່ວມ ການແຂງຂັນ ກິລາຊີເກມ ຄັ້ງທີ່ 25 ໃນນາມເປັນ ປະທານ ຂອງກັມມະການ ໂອລິມປິກ ແຫ່ງຊາຕຂອງ ສິງກະໂປ.
ໃນມື້ວັນຈັນນີ້ ທ່ານດວງໃຈ ໄດ້ໄປຢ້ຽມຢາມ ສູນກາງ ຂອງກຳລັງປ້ອງກັນ ປະຊາຊົນ ໜ່ວຍທີ່ 2 ແລະຄ້າຍທະຫານ Pasir Laba ຂອງສິງກະໂປ. ທ່ານດວງໃຈໄດ້ ເດີນທາງໄປຮອດ ສິງກະໂປ ໃນມື້ວັນສຸກ ຜ່ານມາ ເພື່ອເຂົາຮ່ວມການ ເຈຣະຈາ Shangri-La ຄັງທີ່ 9 ເມື່ອທ້າຍສັປດາ ຜ່ານມາ ແລະຈະພັກຢູ່ ສິງກະໂປ ເຖິງມື້ວັນ ອັງຄານ.