ໃນອີກສິບປີລາວ ຫວັງຈະພົ້ນຈາກ ການດ້ອຍພັທນາ

ສປປລາວ ເປັນນຶ່ງ ໃນບັນດາ ປະເທດ ທີ່ທຸກຍາກ ໃນເອເຊັຽ ທີ່ຫັວງຈະໃຫ້ ຕົນຫລຸດພົ້ນ ຈາກການດ້ອຍ ພັທນາ ໃນອີກສິບ ປີຂ້າງໜ້າ.
ມະນີຈັນ
2010.06.07

ພ້ອມດຽວກັນ ສປປລາວ ກໍກັງວົນເລື້ອງ ຍຸທສາດ ການຂຍາຍໂຕ ທີ່ເພິ່ງພາເຂື່ອນ ໄຟຟ້ານໍ້າຕົກ ແລະ ໂຄງການໃຫຍ່ອຶ່ນໆ -ຕາມຣາຍງານຂ່າວ AFP ວັນທີ 7 ມິຖຸນານີ້.

ນາຍົກຣັຖມົນຕຣີ ບົວສອນ ບຸບຜາວັນ ກ່າວຕໍ່ກອງປະຊຸມ ເວທີເສຖກິດໂລກ ຢູ່ທີ່ວຽດນາມ ວ່າສປປລາວ ມີເປົ້າໝາຍທີ່ ຈະໃຫ້ເສຖກິດ ຂອງຕົນເຕີບໂຕ ບໍ່ລຸດ 8 ເປີເຊັນຕໍ່ປີ ແຕ່ນີ້ເຖິງປີ 2015.

ທ່ານວ່າ ເສຖກິດຂອງລາວ ຂຍາຍຕົວໂດຍສະເລັ່ຽ 7 ເປີເຊັນແລ້ວ ເມື່ອບໍ່ເທົ່າໃດປີ ຜ່ານມານີ້ ແລະຣັຖບານ ກໍມີເປົ້າໝາຍ ທີ່ຈະໃຫ້ລາວຫລຸດພົ້ນ ຈາກການເປັນ ປະເທດດ້ອຍພັທນາ ໃນປີ 2020.

ກຸ່ມອົງການ ທີ່ບໍ່ຂຶ້ນກັບ ຣັຖບານຫລື NGO ໄດ້ຮຽກຮ້ອງ ໃຫ້ຣັຖບານລາວ ພິຈາຣະນາ ທົບທວນເບິ່ງບາດ ກ້າວການພັທນາ ແລະ ໂຄງການລົງທຶນ ຂນາດໃຫ່ຍຂອງ ຕ່າງປະເທດ. ເຄື່ອຂ່າຍ NGO ເວົ້າວ່າການ ລົງທຶນໃນພາກ ອຸດສາຫະກັມ ເຊັ່ນ ຂຸດຄົ້ນແຮ່ທາດ ໄຟຟ້າພະລັງນໍ້າ ແລະການປູກພືດ ອຸດສາຫະກັມ  ເປັນການລົງທຶນ ທີ່ໃຊ້ດິນຫລາຍ ມີການເສັຽພາສີ ມູນຄ່າເພີ່ມໜ້ອຍ ກໍາລັງແຮງງານ ມັກເປັນແຮງງານ ຕ່າງປະເທດ ແລະມີຜົລກະທົບ ບໍ່ດີຕໍ່ ສະພາບແວດລ້ອມ ການພັທນາ ສັງຄົມ ແລະ ເສຖກິດຂອງລາວ. ພ້ອມດຽວກັນ ກໍຂໍໃຫ້ຣັຖບານ ພິຈາຣະນາ ເບິ່ງການພັທນາ ຢ່າງຣະມັດຣະວັງ ຫລາຍຂຶ້ນ ໃນການກະສິກັມ ເພື່ອເປັນສິນຄ້າ ຂອງຊາວ ກະເສຕກອນ ຂນາດນ້ອຍ ທີ່ຜລິດກຸ້ມ ຕົນເອງ ໃນເຂດຊົນບົດ ນໍາດ້ວຍ.  

ສປປລາວ ມີພົລເມືອງ ປະມານ 7 ລ້ານຄົນ ແລະກໍອາສັຍ ການຊ່ວຍເຫລືອຈາກ ຕ່າງປະເທດ. ເຄືອຂ່າຍ NGO ຕ່າງປະເທດທີ່ ເຮັດວຽກຢູ່ພາຍ ໃນ ລາວ 60 ກວ່າອົງການ ໄດ້ສເນີຄໍາເຫັນ ເພື່ອຊ່ວຍ ຣັຖບານລາວ ກະກຽມແຜນ ພັທນາ ເສຖກິດ-ສັງຄົມ ແຫ່ງຊາດຄັ້ງທີ 7 ແຕ່ປີ 2011 ຫາປີ 2015. 

ອົງການ NGO ໄດ້ຮຽກຮ້ອງ ໃຫ້ຣັຖບານລາວ ມີກົລໄກທີ່ ເຂັ້ມແຂງຫລາຍຂຶ້ນ ເພື່ອຮັປກັນ ໃຫ້ນັກລົງທຶນ ຕ່າງປະເທດ ປະຕິບັດ ພັນທະຂອງຕົນ ທັງເລື້ອງແຮງງານ ການຊ່ວຍເຫລືອ ເພື່ອການພັທນາ ແລະ ໃນຂົງເຂດອື່ນໆ.

ນາຍົກ ບົວສອນ ກ່າວຕໍ່ກອງປະຊຸມ ເສຖກິດໂລກ ຕື່ມວ່າ ສປປລາວ ປະສົງທີ່ຈະ ສົ່ງເສີມການພັທນາ ແບບຍືນຍາວ ຂນະທີ່ລາວ ຊອກສ່ອງທາງເພື່ອ ໃຫ້ຕົນກາຍເປັນ ສູນກາງຄົມນາຄົມ ໃນອານຸ ພູມີພາກ ແມ່ນໍ້າຂອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.