ເຣື້ອງທີ່ເກັບບັນທຶກໄວ້
2022-03-02
ໃນປີ 2021 ທີ່ຜ່ານມາ ມີທຸຣິກິຈ ຫຼາຍປະເພດພາຍ ໃນປະເທດລາວ ໂດຍສະເພາະ ທຸຣະກິຈ ການທ່ອງທ່ຽວ ໄດ້ປິດກິຈການ ຢ່າງຖາວອນ ແລະ ຈຳນວນນຶ່ງ ກໍໄດ້ປິດຊົ່ວຄາວ ຍ້ອນການ ແຜ່ຣະບາດ ຂອງເຊື້ອ ໂຄວິດ-19.
2022-03-02
ນັບແຕ່ມີການ ເປີດນໍາໃຊ້ ບໍຣິການຂົນສົ່ງ ທາງຣົຖໄຟລາວ-ຈີນ ຕັ້ງແຕ່ວັນທີ່ 4 ທັນວາ 2021 ຫາວັນທີ 31 ມົກກະຣາ 2022 ພົບວ່າ ເກີດບັນຫາ ຫຼາຍຢ່າງ ເຊັ່ນ ການລັກຕັດສາຍໄຟ, ລັກຕັດຮົ້ວ ແລວທາງຣົຖໄຟ, ລັກອຸປກອນ ໃນການກໍ່ສ້າງ ຕ່າງໆ ຫຼາຍຢ່າງ ທັງໝົດ 37 ເຣື່ອງ.
2022-03-02
ແຂວງຫຼວງນ້ຳທາ ຍັງພົບບັນຫຍຸ້ງຍາກ ຫຼາຍຢ່າງທີ່ກ່ຽວກັບ ໂຄງການທາງຣົຖໄຟ ລາວ-ຈີນ ເພາະວ່າຊາວບ້ານ ທີ່ສູນເສັຽທີ່ດິນ ໃຫ້ກັບໂຄງການ ບໍ່ພໍໃຈກັບເຮືອນຈັດສັນ ເນື່ອງຈາກເຫັນວ່າ ເຮືອນທີ່ໄດ້ມາ ບໍ່ສົມກັບລາຄາທີ່ດິນ ທີ່ພວກເຂົາເຈົ້າ ເສັຍໃຫ້ທາງຣົຖໄຟ ແລະ ຢາກໄດ້ເງິນ ຄ່າຊົດເຊີຍ ແທນ.
2022-03-01
ພະນັກງານຂັບຣົຖ ໂດຍສານ ແລະ ຮັບຂົນສົ່ງເຄື່ອງ ລະຫວ່າງແຂວງຄໍາມ່ວນ ຫາ ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ ຂໍກວດໃບອາກອນສິນຄ້າ ຕາມຄໍາສັ່ງຂອງຂັ້ນເທິງ ແຕ່ຜູ້ກ່ຽວບໍ່ມີໃບອາກອນໃຫ້ ຈາກນັ້ນ ເຈົ້າໜ້າທີ່ກໍໄດ້ ຈັບໂຕຄົນຂັບຣົຖ ແລະ ຍຶດເອົາເຄື່ອງເຫຼົ່ານັ້ນໄປພ້ອມ.
2022-03-01
ຊາວລາວ ທັງພາຍໃນ ແລະ ຕ່າງປະເທດ ມີຄວາມຄຶດເຫັນທີ່ຫຼາກຫຼາຍ ກ່ຽວກັບສົງຄາມ ລະຫວ່າງ ຢູ່ເຄຣນ ແລະ ຣັສເຊັຽ, ແຕ່ທຸກຄົນຕ່າງກໍຫວັງວ່າ ຢາກໃຫ້ສົງຄາມນີ້ ຍຸຕິໂດຍໄວທີ່ສຸດ ເພື່ອຫຼີກເວັ້ນການສູນເສັຽ.
2022-03-01
ເຈົ້າຂອງດິນ 304 ຕອນຢູ່ນະຄອນຫຼວງວຽງຈັນ ທີ່ໄດ້ຮັບຜົລກະທົບ ຈາກການກໍ່ສ້າງ ທາງຣົຖໄຟ ຍັງບໍ່ທັນໄດ້ຮັບ ຄ່າຊົດເຊີຍເທື່ອ ເຖິງແມ່ນວ່າ ຮອງນາຍົກຣັຖມົນຕຣີ ໄດ້ລົງກວດກາ ເມື່ອເດືອນມົກກະຣາ ທີ່ຜ່ານມາ ແລະໄດ້ໃຫ້ຄຳໝັ້ນ ກັບຊາວບ້ານວ່າ ຈະເລັ່ງແກ້ໄຂບັນຫານີ້.
2022-03-01
ທາງການລາວ ກວດພົບຜູ້ຕິດເຊື້ອ ໂຄວິດ-19 ສາຍພັນໂອໄມ໋ຄຣ້ອນ 65 ຄົນ ແລະກັງວົນ ຢ້ານເຊື້ອນີ້ຈະແພ່ຣະບາດ ອອກໄປຫລາຍຂຶ້ນ ຊຶ່ເຊື້ອສາຍພັນນີ້ ເປັນສາຍພັນໃໝ່, ຜູ້ຕິດເຊື້ອ ບໍ່ສະແດງອາການ ແລະຕິດໃສ່ຄົນອື່ນໄດ້ໄວ.
2022-03-01
ອັດຕຣາ ຄົນຫວ່າງງານ ໃນລາວ ເພີ່ມຂຶ້ນ 2 ເທົ່າ ໃນປີ 2021 ຊຶ່ງມີຈຳນວນ 496,000 ຄົນ ຄິດເປັນ 21.8% ຂອງຄົນລາວ ທີ່ຢູ່ໃນວັຍເຮັດວຽກ ຄືເພີ່ມຂຶ້ນ ຈາກປີ 2020 ທີ່ມີຜູ້ຫວ່າງງານ ປະມານ 439,082 ຄົນ.