ຊາວບ້ານ ຂ.ຫຼວງນ້ຳທາ ບໍ່ຢາກໄດ້ ເຮືອນຈັດສັນ

ໄຊຍາ
2022.03.02
ຊາວບ້ານ ຂ.ຫຼວງນ້ຳທາ ບໍ່ຢາກໄດ້ ເຮືອນຈັດສັນ ທັດສະນີຍະພາບ ທົງນາທີ່ທາງຣົຖໄຟລາວ-ຈີນແລ່ນຜ່ານ ແຂວງອຸດົມໄຊ ວັນທີ 4 ທັນວາ 2021.
RFA

ມາຮອດປັດຈຸບັນແຂວງຫລວງນໍ້າທາ ເປັນແຂວງນຶ່ງທີ່ຍັງພົບຄວາມຫຍຸ້ງຍາກ ຫລາຍຢ່າງທີ່ກ່ຽວກັບໂຄງການທາງຣົຖໄຟ ລາວ-ຈີນ. ຊຶ່ງທາງການກຳລັງແກ້ໄຂບັນຫາ ຢູ່ນັ້ນເປັນຕົ້ນຍັງ ມີຊາວບ້ານຈຳນວນນຶ່ງທີ່ບໍ່ຢາກຍ້າຍ ເຂົ້າໄປຢູ່ບ້ານຈັດສັນເຂດ ບ້ານນາເຕີຍ ເມືອງຫລວງ ນໍ້າທາ ພາຍໃນເດືອນມີນານີ້ຍ້ອນພວກຂະເຈົ້າບໍ່ຢາກໄດ້ເຮືອນ ຫລັງໃໝ່ໃນບ້ານຈັດສັນແຕ່ຢາກໄດ້ເງິນຊົດເຊີຍແທນ.

ດັ່ງຊາວບ້ານນາງນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 02 ມີນາ ນີ້ວ່າ:

ຈະມີຢູ່ປະມານ 30 ຄອບຄົວເພາະວ່າມັນບໍ່ສົມຄ່າເງິນ ເຂົາເຂົາໄປຄິດໄລ່ຫັ້ນນ່າແບບວ່າ ເຂົາມີເຮືອນຫຍັງຢູ່ແລ້ວໃຫຍ່ແລ້ວ ແລ້ວເຂົາລະຢາກໄດ້ມາເປັນເງິນ ມາໃຊ້ແນວອື່ນຕິກາບໍ່ຮູ້ ເນາະແຕ່ວ່າເຂົາບໍ່ແກ້ໄຂໃຫ້ ຂະເຈົ້າຢາກເອົາເງິນເຂົາກາສເນີໄປສື່ໆ.

ຍານາງກ່າວຕື່ມວ່າ ໃນຂະນະດຽວກັນຊາວບ້ານອີກຈຳນວນນຶ່ງ ທີ່ຮັບປະກັນວ່າຈະເຂົ້າໄປຢູ່ໃນບ້ານຈັດສັນ ດັ່ງກ່າວໃນທ້າຍເດືອນນີ້ ແຕ່ມີແຜນຈະຂາຍເຮືອນໃນບ້ານຈັດສັນນັ້ນ ໃຫ້ແກ່ຜູ້ ທີ່ສົນໃຈຢາກຊື້ຍ້ອນຂະເຈົ້າເຫັນວ່າ ບ່ອນທີ່ຕັ້ງຂອງບ້ານຈັດສັນ ຂ້ອນຂ້າງແອອັດ ແລະບໍ່ສະດວກສະບາຍຄືກັນກັບ ຢູ່ທາງນອກຈຶ່ງມີແນວຄິດ ຢາກຂາຍເຮືອນ ຢູ່ບ້ານຈັດສັນເພື່ອເອົາ ເງິນໄປປຸກເຮືອນຫລັງໃໝ່ ຢູ່ບ່ອນອື່ນແທນ.

ນອກຈາກບັນຫາດັ່ງກ່າວແລ້ວ ຍັງພົບວ່າການໃຫ້ບໍຣິການ ຜູ້ໂດຍສານຢູ່ສະຖານີນາເຕີຍ ກໍຍັງມີຄວາມຫຍຸ້ງຍາກຫລາຍຢ່າງ ປັນຕົ້ນຢູ່ພາຍໃນສະຖານີ ຍັງບໍ່ທັນມີບ່ອນບໍຣິການຝາກຣົຖ ແຮມຄືນຊຶ່ງຫາກຜູ້ໂດຍສານຄົນໃດນໍາຣົຖ ມາຈອດຢູ່ສະຖານີແບບແຮມຄືນກໍສ່ຽງ ຈະເກີດຄວາມບໍ່ປອດພັຍຕໍ່ຣົຖຂອງເຂົາເຈົ້າ ຍ້ອນບໍ່ມີພະນັກງານ ຫລືເຈົ້າໜ້າທີ່ເຮັດວຽກຮັກສາຄວາມປອດພັຍ ຕລອດ 24 ຊົ່ວໂມງ.

ດັ່ງຊາວບ້ານ ອີກນາງນຶ່ງກ່າວວ່າ:

ມີເວັນຍາມໝົດໂມງ ແລ້ວກາຄັນວ່າຈອດຣົຖ ຈັ່ງຊິເນາະຣົຖຈອດໄດ້ແຕ່ວ່າ ເພິ່ນບໍ່ຮັບປະກັນຄັນວ່າໝົດໂມງວຽກ ເພິ່ນຫັ້ນນ່າເພາະວ່າມັນບໍ່ແມ່ນ ຄອກຝາກຣົຖເນາະກາບໍ່ໃຫ້ຈອດຄ້າງຄືນ ເກີດຫຍັງຂື້ນກາຄັນວ່າໝົດໂມງ ກາຮັບຜິດຊອບໂຕເອງ.

ໃນຂະນະທີ່ພະນັກງານ ຂາຍປີ້ຣົຖໄຟ ລາວ-ຈີນຢູ່ສະຖານີນາ ເຕີຍກໍຍອມຮັບວ່າ ປັດຈຸບັນຢູ່ໃນສະຖານີຍັງບໍ່ມີບ່ອນບໍຣິການຝາກຣົຖ ໃຫ້ແກ່ຜູ້ໂດຍສານເທື່ອ ແລະກໍຍັງບໍ່ມີເຈົ້າໜ້າທີ່ ທີ່ຮັກສາຄວາມປອດພັຍ ໃນການເຝົ້າເວນຍາມ ຣົຖຂອງຜູ້ໂດຍສານທີ່ມາຈອດ ບໍຣິເວັນສະຖານີດັ່ງກ່າວ.

ບ່ອນຈອດຣົຖນີ້ ມີສະຖານີຫັ້ນບໍ່ມີຈອດແຕ່ ແຕ່ວ່າຖ້າກໍຣະນີຝາກຄ້າງຄືນ ຝາກແບບນັ້ນຂະເຈົ້າ ຍັງບໍ່ທັນຮັບຝາກເທື່ອ ແຕ່ວ່າຖ້າພວກເຈົ້າຈອດເພື່ອຊື້ປີ້ ຊື້ແມ່ນຫຍັງຫັ້ນມີບ່ອນຈອດ ມັນມີແຕ່ບ່ອນຕຳຣວດຂະເຈົ້າຢູ່ ແຕ່ວ່າບໍ່ຮູ້ວ່າຂະເຈົ້າຊິຮັບຝາກ ບໍ່ຫັ້ນນ່າ.

ທາງດ້ານເຈົ້າໜ້າທີ່ ແຂວງຫລວງນໍ້າທາ ທີ່ຂໍສງວນຊື່ ແລະຕຳແໜ່ງທ່ານນຶ່ງ ກ່າວວ່າປັດຈຸບັນພາກສ່ວນທີ່ກ່ຽວຂ້ອງ ກໍກຳລັງແກ້ໄຂຄວາມຫຍຸ້ງຍາກຕ່າງໆ ທີ່ກ່ຽວຂ້ອງກັບເສັ້ນທາງຣົຖ ໄຟລາວ-ຈີນຮວມທັງກະຕຣຽມບ່ອນ ອຳນວຍຄວາມສະດວກ ຢູ່ສະຖານີຣົຖໄຟນາເຕີຍ ແລະສະຖານີບໍ່ເຕັນ ເພື່ອຕຣຽມຄວາມພ້ອມກ່ອນ ທີ່ແຂວງຫລວງນໍ້າທາຈະເປີດ ຕ້ອນຮັບນັກທ່ອງທ່ຽວ ຈາກຕ່າງປະເທດ ພາຍໃນເດືອນເມສາປີນີ້.

ດັ່ງຍານາງກ່າວວ່າ:

ໂອບ່ອນອຳນວຍຄວາມສະດວກ ເຮົາກໍມີເນາະແຕ່ວ່າ ເຮົາຊິຕ້ອນຮັບແທ້ໆ ແມ່ນວັນທີ 01 ເດືອນ 4 ເຮົາກໍກຳລັງຕຣຽມພ້ອມ ກະຕຣຽມຕ້ອນຮັບ ນັກທ່່ອງທ່ຽວ ແຕ່ວ່າມັນຊິຫຍຸ້ງຍາກ ນ້ອຍນຶ່ງເພາະວ່າ ຊ່ວງນີ້ເຮົາເປັນເສັ້ນທາງຣົຖໄຟ ແລ້ວມັນຈະມີຄົນໄປໆ ມາໆ ຫລາຍເສັ້ນທາງມັນ ຕິດຢູ່ນາໝໍ້ຫານາ ເຕີຍເຂົາກໍມີການແກ້ໄຂ.

ກ່ຽວກັບການແກ້ໄຂບັນຫາ ຫຍຸ້ງຍາກຕ່າງໆ ກ່ຽວກັບເສັ້ນທາງ ຣົຖໄຟລາວ-ຈີນໃນ ແຂວງຫລວງນໍ້າທາ ຮວມທັງບັນຫາຊາວບ້ານ ບໍ່ຍອມຍ້າຍໄປຢູ່ບ້ານຈັດສັນ ນັ້ນວິທຍຸເອເຊັຽເສຣີໄດ້ຕິດຕໍ່ ໄປຫາຫ້ອງການຕຳຣວດ ຣົຖໄຟແຂວງຫລວງນໍ້າທາ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ແຕ່ບໍ່ມີເຈົ້າໜ້າທີ່ຜູ້ໃດສະດວກໃຫ້ສັມພາດ.

ຢ່າງໃດກໍຕາມວັນທີ 28 ກຸມພາ ຜ່ານມານີ້ ທ່ານ ພັນໂທ ບຸນຮັກ ເຢີມມະລີ ຫົວໜ້າກອງບັນຊາການ, ຄະນະກອງເສນາ ຊ່ອຍວຽກຂັ້ນແຂວງຫລວງນໍ້າທາ ຣາຍງານວ່າປັດຈຸບັນຍັງມີ ຄວາມຫຍຸ້ງຍາກຕໍ່ການແກ້ໄຂບັນຫາ ປະຊາຊົນໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ເປັນຕົ້ນຍັງມີບາງກຸ່ມຄົນ ສ້າງກະແສປັ່ນປ່ວນ, ຮຽກຮ້ອງຄ່າຊົດເຊີຍ ແລະນຳພາປະຊາຊົນຄັດຄ້ານ ບໍ່ຍອມຍ້າຍໄປຢູ່ບ້ານຈັດສັນ ແລະບັນຫາປະຊາຊົນລ່ວງເຂົ້າ ເຂດສງວນທາງຣົຖໄຟ ເພື່ອເປັນເຮັດການຜລິດ ແລະປ່ອຍສັດລ້ຽງເຂົ້າເຂດທາງຣົຖໄຟ.

ນອກຈາກນັ້ນກໍຍັງພົບ ຄວາມຫຍຸ້ງຍາກອື່ນໆ ອີກຫລາຍດ້ານເປັນຕົ້ນ ພະນັກງານບໍຣິສັດທາງ ຣົຖໄຟລາວ-ຈີນ ຈຳກັດຍັງບໍ່ເຫັນຄວາມສຳຄັນ ຂອງເຈົ້າໜ້າທີ່ຕຳຣວດຣົຖໄຟ, ບໍ່ໃຫ້ບ່ອນພັກເຊົາ ພຽງພໍຕໍ່ຄວາມຕ້ອງການ ຂອງເຈົ້າໜ້າທີ່ຕຳຣວດຣົຖໄຟ ທີ່ເຮັດວຽກປະຈຳສະຖານີ ແລະບໍ່ມີອຸປະກອນ-ພາຫະນະຮັບໃຊ້ ໃຫ້ແກ່ເຈົ້າໜ້າທີ່ ແລະພະນັກງານຈຳນວນນຶ່ງ ຂອງບໍຣິສັດທາງຣົຖໄຟ ລາວ-ຈີນຈຳກັດ ຍັງລັງເລຕໍ່ການປະຕິບັດໜ້າ ທີ່ອີງຕາມຂໍ້ມູນຈາກກະຊວງ ປ້ອງກັນຄວາມສງົບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.