ເຣື້ອງທີ່ເກັບບັນທຶກໄວ້
2009-12-02
ຂ່າວການປົດຄນະຜູ້ພິພາກສາ ເປັນເຣື້ອງເຂົ້າໃຈຜິດ ຕາມຄວາມເປັນຈິງແລ້ວ ມີພຽງແຕ່ການ ສັບປ່ຽນໜ້າທີ່ທໍ່ນັ້ນ.
2009-12-02
ຄນະຜູ້ນຳສປປລາວ ບໍ່ໄດ້ຈັດພິທີສລອງວັນຊາຕ ດັ່ງກ່າວຢ່າງໃຫຍ່ໂຕ ພຽງແຕ່ພົບປະໂອ້ລົມ ກັບບັນດາທູດ ແລະ ທູຕານຸທູດ ຕ່າງປະເທດ ຢູ່ນະຄອນຫລວງວຽງຈັນ ເທົ່ານັ້ນ.
2009-12-01
ທະນາຍຄວາມ ຂອງຫົວໜ້າຄຸກໃຫຍ່ Tuol Sleng ຮຽກຮ້ອງໃຫ້ຜູ້ພິພາກສາ ຜ່ອນໂທສໜັກໃຫ້ເປັນເບົາ ແກ່ນາຍ Kaing Guek Eav ໄດ້ສາຣະພາບຜິດ ແລະແສດງຄວາມກິນແໜງ ທີ່ໄດ້ປະຕິບັຕຕາມຄຳສັ່ງ ຂອງຜູ້ເປັນນາຍ ແຕ່ບັນດາຍາຕພີ່ນ້ອງ ຂອງຜູ້ເສັຽຊີວີຕວ່າ ບໍ່ຄວນຈະມີກາຣໂຍະຍານ ເພາະເປັນກາຣເຂັ່ນຂ້າ ທີ່ໂຫດຫ້ຽມທີ່ສຸດ ໃນປວັຕສາຕຂອງກັມພູຊາ.
2009-12-01
ເມື່ອສັປດາຜ່ານມາ ສະພາມົນຕຣີ ຂອງກັມມາທິການ ແມ່ນ້ຳຂອງ ໄດ້ປະຊຸມກັນເປັນ ເວລາສອງມື້ ຢູ່ທີ່ເມືອງຫົວຫີນຂອງໄທ ຫລັງຈາກທີ່ກອງປະຊຸມ ສິ້ນສຸດລົງແລ້ວ ກໍມີການອອກຖແລງຂ່າວ ກ່ຽວກັບຜົນງານ ຂອງກອງປະຊຸມ ດັ່ງ ວຽງໄຊ ຈະໄດ້ນຳເອົາ ຂໍ້ໃຫຍ່ໃຈຄວາມ ມາສເນີທ່ານ ໃນອັນດັບຕໍ່ໄປ...
2009-12-01
ອົງການອະນາມັຍໂລກ WHO ອອກຂໍ້ແນະນໍາໃໝ່ ກ່ຽວກັບການປີ່ນປົວ ຄົນຕິດເຊື້ອ HIV ຊຶ່ງຕິດຕໍ່ຜ່ານການ ຮ່ວມເພດສັມພັນ ເປັນສ່ວນໃຫຍ່ ໃນວັນຈັນນີ້ ກ່ອນໜ້າຮອດວັນເອດສໂລກ ເວົ້າວ່າຄວນໃຫ້ຢາແຕ່ຫົວທີ ແລະກໍແນະນໍາ ໃຫ້ຢາແກ່ແມ່ທີ່ ລ້ຽງລູກດ້ວຍນົມ ຕົນເອງ.
2009-12-01
ຍີ່ປຸ່ນຄາດວ່າ ຈະບໍ່ມີການສໍ້ໂກງ ໃນໂຄງການຊ່ວຍເຫລືອວຽດນາມ ຊຶ່ງເປັນພາກສ່ວນນຶ່ງ ຂອງການຊ່ວຍເຫລືອ ໃນເຂດລຸ່ມແມ່ນ້ຳຂອງ.
2009-12-01
ຕາມຣາຍງານຂ່າວ ຊີນຮົວ. ເວທີເພື່ອການຮ່ວມມື ແມ່ນໍ້າຂອງປີ 2009 ໄຂຂຶ້ນຢູ່ກຸງຮ່າໂນ່ຍ ໃນວັນທີ 30 ພຶສຈິກາ 2009 ໂດຍມີເປົ້າໝາຍ ເສີມຂຍາຍການຮ່ວມມື ໃນເຂດອ່າງແມ່ນໍ້າຂອງ ເພື່ອຜ່ານຜ່າ ຜົລກະທົບຈາກວິກິດການ ເສຖກິດໂລກ ແລະ ສົ່ງເສີມການຄ້າ ແລະການລົງທຶນ.
2009-12-01
ແຂວງຈຳປາສັກ ເປີດສູນປິ່ນປົວ ຜູ້ຕິດເຊື້ອໂຣກເອສ ເມື່ອອາທິດ ທີ່ຜ່ານມາ ຊຶ່ງເປັນແຫ່ງທີ 5 ຢູ່ ສປປລາວ.
2009-12-01
ຕາມຣາຍງານຂ່າວ ຜູ້ຈັດການ Online. ສາທາຣະນະສຸຂ ລາວແລະໄທ ປະຊຸມຕຣຽມຄວາມພ້ອມ ເຝົ້າຣະວັງໂຣກຕິດຕໍ່ ຕາມແນວຊາຍແດນ ໃນຊ່ວງທີ່ມີການແຂ່ງຂັນ ກິລາຊີເກັມສ໌ ຄັ້ງທີ 25 ທີ່ນະຄອນຫລວງວຽງຈັນ ຣະຫວ່າງວັນທີ 9ຫາ18 ທັນວາ 2009.
2009-12-01
ໃນຣະຫວ່າງນີ້ ຄນະກັມມະການ ສິດທິປໂຍດຂອງລາວ ກໍາລັງເຈຣະຈາ ເລື້ອງລິຂະສິດ ຖ່າຍທອດສົດ ກິລາຊີເກມສ໌ ຄັ້ງທີ 25 ກັບປະເທດຕ່າງໆ ທີ່ຍັງບໍ່ທັນມີ ຂໍ້ຕົກລົງ ຊື້-ຂາຍ ນຳກັນຕື່ມອີກ. ໂດຍທີ່ທາງການລາວ ຕັ້ງຄວາມຫວັງວ່າ ຈະຕົກລົງກັນໄດ້ ກ່ອນວັນເປີດພິທີ ການແຂ່ງກິລານັ້ນ... ຕາມຄຳເວົ້າຂອງ ອະນຸກັມມະການ ສິດທິປໂຍດຂອງລາວ.
2009-12-01
ຕາມຣາຍງານຂ່າວ AFP ວັນທີ 30 ພຶສຈິກາ 2009 ນີ້ ທາງການລາວ ໄດ້ດໍາເນີນການ ທີ່ບໍ່ຄ່ອຍມີຂຶ້ນ ມາກ່ອນໃນສປປລາວ ໂດຍໄດ້ສັ່ງໃຫ້ ຜູ້ພິພາກສາ ຫລາຍຄົນພົ້ນຈາກຕໍາແໜ່ງ ຊຶ່ງກໍອາຈເປັນໄປໄດ້ວ່າ ເພື່ອໃຫ້ສອດຄ່ອງກັບ ຣະບຽບການທາງດ້ານ ກົດໝາຍຣະຫວ່າງປະເທດ.