ລາວແລະໄທຕຣຽມຮັບມື ໂຣກຕິດຕໍ່ ຊ່ວງຊີເກັມສ໌

ຕາມຣາຍງານຂ່າວ ຜູ້ຈັດການ Online. ສາທາຣະນະສຸຂ ລາວແລະໄທ ປະຊຸມຕຣຽມຄວາມພ້ອມ ເຝົ້າຣະວັງໂຣກຕິດຕໍ່ ຕາມແນວຊາຍແດນ ໃນຊ່ວງທີ່ມີການແຂ່ງຂັນ ກິລາຊີເກັມສ໌ ຄັ້ງທີ 25 ທີ່ນະຄອນຫລວງວຽງຈັນ ຣະຫວ່າງວັນທີ 9ຫາ18 ທັນວາ 2009.
ມະນີຈັນ
2009.12.01

ກອງປະຊຸມດັ່ງກ່າວ ຈັດຂຶ້ນຢູ່ທີ່ ຫ້ອງປະຊຸມພຽງໃຈ ໂຮງແຮມໜອງຄາຍ Grand ເມືອງແລະແຂວງໜອງຄາຍ ໂດຍຮ່ວມກັບຜແນກ ສາທາຣະນະສຸຂ ນະຄອນຫລວງວຽງຈັນ ສໍານັກງານປ້ອງກັນ ຄວບຄຸມໂຣກ ແຂວງຂອນແກ່ນ ສໍານັກງານ ສາທາຣະນະສຸຂ ແຂວງໜອງຄາຍ.

ໃນນັ້ນມີການຝຶກຊ້ອມ ຄວາມພ້ອມ ການປະສານງານ ຂອງໜ່ວຍງານທີ່ກ່ຽວຂ້ອງຕ່າງໆ ຖ້າຫາກມີໂຣກຣະບາດ ເກີດຂຶ້ນ ໂດຍສະເພາະໂຣກອະຫິວາຕະກະໂຣກ ທີ່ມີໂອກາດ ເກີດຂຶ້ນໄດ້ງ່າຍ ກວ່າໂຣກຣະບາດ ຊນິດອຶ່ນ. ມີການຊ້ອມການດໍາເນີນງານ ຜ່ານດ່ານກວດຄົນ ເຂົ້າເມືອງທີ່ດ່ານ ຂົວມິຕພາບລາວ-ໄທ  ແລະ ຝຶກຊ້ອມກ່ຽວກັບ ບົດບາດໜ້າທີ່ ຂອງແຕ່ລະໜ່ວຍງານ.

ມີເຈົ້າໜ້າທີ່ຜແນກ ສາທາຣະນະສຸຂ ນະຄອນຫລວງວຽງຈັນ ໜ່ວຍງານ ທີ່ກ່ຽວຂ້ອງຂອງໄທ ທັງໃນແຂວງໜອງຄາຍ ແຂວງອຸດອນ ເຂົ້າຮ່ວມປະຊຸມ ຮວມທັງໝົດ 30ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.