ທະນາຍຂໍຜ່ອນໂທສ ໃຫ້ Kaing Guek Eav

ທະນາຍຄວາມ ຂອງຫົວໜ້າຄຸກໃຫຍ່ Tuol Sleng ຮຽກຮ້ອງໃຫ້ຜູ້ພິພາກສາ ຜ່ອນໂທສໜັກໃຫ້ເປັນເບົາ ແກ່ນາຍ Kaing Guek Eav ໄດ້ສາຣະພາບຜິດ ແລະແສດງຄວາມກິນແໜງ ທີ່ໄດ້ປະຕິບັຕຕາມຄຳສັ່ງ ຂອງຜູ້ເປັນນາຍ ແຕ່ບັນດາຍາຕພີ່ນ້ອງ ຂອງຜູ້ເສັຽຊີວີຕວ່າ ບໍ່ຄວນຈະມີກາຣໂຍະຍານ ເພາະເປັນກາຣເຂັ່ນຂ້າ ທີ່ໂຫດຫ້ຽມທີ່ສຸດ ໃນປວັຕສາຕຂອງກັມພູຊາ.
ຫວາດ ສີມູນ
2009.12.01

ກາຣດຳເນີນຄະດີ ຜູ້ຕ້ອງຫາມີ ສ່ວນພົວພັນນຳກາຣ ຂ້າລ້າງເຜົ່າພັນ ຊາວກັມພູຊາກວ່າ 3 ທົສວັຕຜ່ານມາຄົນທຳອິດ ເປັນບາດກ້າວສຳຄັນ ທີ່ຈະໃຫ້ສາມາດ ນຳເອົາຜູ້ຕ້ອງຫາ ຄົນອື່ນໆຂຶ້ນ ດຳເນີນຄະດີ ເພື່ອໃຫ້ເປັນກາຣ ປິດສາກຄວາມເຈັບປວດ ເພື່ອປະຊາຊົນທັງຊາຕ ຈະໄດ້ຫັນໜ້າດຳເນີນ ກາຣສ້າງສາພັທນາຕໍ່ໆໄປ.

ໃນຂະນະດຽວກັນ ກາຣດຳເນີນຄະດີ ສາລອະດີດຜູ້ນຳ ເຂມນແດງດັ່ງກ່າວ ທີ່ໄດ້ແກ່ຍາວເປັນເວລາ ດົນນານມາແລ້ວນັ້ນ ມີກາຣວິພາກວິຈາຣ ກັນວ່າມີບາງກຸ່ມ ພຍາຍາມຂັດຂວາງ ເພາະຢ້ານຈະແຕະຕ້ອງ ຫລືເປີດເຜີຽຄວາມຈິງ ທີ່ອາຈພົວພັນໄປ ເຖິງເຈົ້າໜ້າທີ່ໆມີອຳນາຈ ໃນວົງກາຣຣັຖບາລ ກັມພູຊາປັຈຈຸບັນ ກໍເປັນໄດ້.

ຄາວຂບວນກາຣເຂມນແດງ ປົກຄອງກັມພູຊາ ແຕ່ປີ 1975-1979 ນັ້ນ ມີປະຊາຊົນເສັຽຊີວີຕ ຍ້ອນຄວາມອຶດຢາກ ກາຣທາຣຸນ ທຳຮ້າຍຮ່າງກາຍ ບັງຄັບອອກ ແຮງງານ ຈາກກາຣເຈັບປ່ວຽ ຫລືຖືກສັງຫາຣ ຮວມເປັນທັງໝົດກວ່າ 1.7 ລ້ານ (ໜຶ່ງລ້ານເຈັດແສນ) ຄົນ ຮວມທັງບໍ່ຕໍ່າກວ່າ 15,000 ຄົນ ຈາກຄຸກ Tuol Sleng ຫລືຄຸກໃຫຍ່ S-21 ຊຶ່ງເປັນໂຮງຮຽນ ມັທຍົມເກົ່າ ແຕ່ນຳມາໃຊ້ ເປັນສູນກັກຂັງ ເພື່ອດຳເນີນກາຣ ສືບສວນສອບສວນ ຢ່າງຄັກແນ່ກ່ອນ ຖືກປະຫາຣຊີວີຕ ໂດຽມີນາຍ Kaing Guek Eav ເປັນຫົວໜ້າ.

ນາຍ Kaing Guek Eav ຫລື Duch (pronounced DOIK) ອະດີດເປັນຄຣູສອນ ວິຊາຄະນິດສາຕ ປັຈຈຸບັນອາຍຸ 67 ປີ ເປັນຜູ້ຕ້ອງຫາຄົນທຳອິດ ທີ່ສາລກັມພູຊາ ແລະສາກົລ ໂດຽກາຣສນັບສນູນ ຈາກອົງກາຣ ສະຫະປະຊາຊາຕ ນຳຂຶ້ນດຳເນີນຄະດີ ທັ້ງໆທີ່ໄດ້ຮັບກາຣ ຄັດຄ້ານຈາກເຈົ້າໜ້າທີ່ ກັມພູຊາ ບາງຄົນຕລອດມາດັ່ງ Mme Helen Jarvice ໂຄສົກຂອງສາລນາໆຊາຕ ປະຈຳກຸງພະນົມເປັນ ໄດ້ກ່າວໃນຕອນໜຶ່ງວ່າ:

(Certainly, it cannot meet every body's expectation and cannot tell the whole story.., )

“ແນ່ນອນທີ່ສຸດ ຈະຕ້ອງໃຫ້ມີ ກາຣດຳເນີນ ຄະດີສາລຕໍ່ໆໄປ ເພາະເປັນກາຣຍາກ ທີ່ຈະໃຫ້ໄດ້ດັ່ງໃຈ ຂອງທຸກໆຄົນ… ແລະເຖິງແມ່ນວ່າ ຈະບໍ່ສາມາດເລົ່າ ເຫຕກາຣທັ້ງໝົດ ທີ່ເກີດຂຶ້ນນັ້ນ ບໍ່ໄດ້ກໍຕາມ… ແຕ່ປະຊາຊົນ ຊາວກັມພູຊາກໍຄວນ ທີ່ຈະຕ້ອງໄດ້ຮູ້ຈັກ ກ່ຽວກັບເຫຕກາຣ ບາງຢ່າງເພື່ອຮິບໂຮມ ເອົາແຕ່ສິ່ງທີ່ ສຳຄັນຕ່າງໆ ມາເຂົ້າກັນ ເພື່ອໃຫ້ທຸກຄົນ ຮັບຊາບຄວາມຈິງ ແລ້ວໃຫ້ລືມຄວາມ ເຈັບແສບໃນເມື່ອກ່ອນ ແລ້ວສືບຕໍ່ກາຣ ດຳຣົງຊີວີຕ ໃນຂັ້ນຕໍ່ໆໄປ”.

ກາຣດຳເນີນຄະດີສາລ ຂອງອະດີດຫົວໜ້າ ຄຸກໃຫຍ່ເຂມນແດງ ທີ່ສິ້ນສຸດລົງ ໃນມື້ວັນສຸກທີ່ 27 ພຶສຈິການີ້ນັ້ນ ທາງຄະນະພິພາກສາ ອາຈມີກາຣພິຈາຣະນາ ແລະຕັດສິນຄະດີ ກ່ອນທ້າຍປີ 2009 ນີ້.

ພ້ອມດຽວກັນນີ້ ທາງຄນະທະນາຍຄວາມ ຫລາຍໆຄົນ ຊຶ່ງສ່ວນໜຶ່ງຈາກ ກັມພູຊາ ແລະອີກສ່ວນໜຶ່ງ ຈາກຕ່າງປະເທສ ກໍວ່າ ຜູ້ຕ້ອງຫາທີ່ເປັນ ລູກຄວາມຂອງ ພວກຕົນ ບໍ່ຄວນທີ່ຈະໄດ້ ຮັບໂທສແຕ່ຢ່າງໃດ.

ນາຍ DOIK ໄດ້ສາຣະພາບ ແລະຮຽກຮ້ອງໃຫ້ ຍາຕພີ່ນ້ອງ ຂອງພວກທີ່ເສັຽຊີວີຕ ໄປໄດ້ໃຫ້ອະພັຍໂທສ ແກ່ຕົນທີ່ໄດ້ ປະຕິບັຕຕາມ ຄຳສັ່ງ ຖ້າບໍ່ດັ່ງນັ້ນກໍຢ້ານ ທາງຄອບຄົວຈະບໍ່ມີ ຄວາມປອດພັຍ ຈຶ່ງຂໍຮ້ອງຕໍ່ສາລ ໃຫ້ປ່ອຍຕົນເປັນອິສຣະ:

“ຂໍໃຫ້ທາງກາຣສາລ ມີຄວາມເມຕາປຣານີ ໃຫ້ອະພັຍໂທສ ແລະປ່ອຍຕົນເປັນອິສຣະ ຍ້ອນວ່າຕົນບໍ່ໄດ້ຕັ້ງໃຈ ເປັນກາຣປະຕິບັຕ ຕາມຄຳສັ່ງເທົ່ານັ້ນ”.

ໃນຂນະດຽວກັນນັ້ນ ທ່ານ Bill Smith ຫົວໜ້າຄນະອັຍກາຣ ກໍກ່າວຕໍ່ຄນະ ຜູ້ພິພາກສາ ແລະສເນີໃຫ້ທາງ ຂຸນສາລຕັດສິນຄະດີ ກາຣຂ້າລ້າງເຜົ່າພັນ ທີ່ນາຍ DOIK ມີສ່ວນນຳນັ້ນ ໂດຽໃຫ້ຜູ້ຕ້ອງຫາ ຈຳຄຸກບໍ່ຕໍ່າກວ່າ 40 ປີ. ແຕ່ໃນຂນະດຽວກັນ ກໍມີປະຊາຊົນ ຊາວກັມພູຊາ ໂດຽສະເພາະພວກ ທີ່ຣອດຕາຍ ຫລືຍາຕ    ພີ່ນ້ອງ ຂອງພວກທີ່ເສັຽຊີວີຕ ໄປນັ້ນ ກໍບໍ່ເຫັນດີ ນຳກາຣສເນີຂອງ ຄນະທະນາຍຄວາມ ທີ່ວ່າບໍ່ໃຫ້ມີ ກາຣລົງໂທສ ຜູ້ຕ້ອງຫາແຕ່ຢ່າງໃດ ແລະອີກຢ່າງໜຶ່ງ ກາຣຕິດຄຸກເປັນເວລາ 40 ປີນັ້ນ ກໍຍັງຖືວ່າເປັນ ເວລາທີ່ສັ້ນໂພດ ເພາະພວກທີ່ເສັຽຊີວີຕ ໄປເກືອບຮອດ 2 ລ້ານຄົນກວ່າ 30 ປີຜ່ານມາບໍ່ມີ ໂອກາສທີ່ຈະກັບ ຄືນມາຕໍ່ວ່າຕໍ່ຂານ ແຕ່ປະກາຣໃດເລີຽ:

ທ່ານວ່າ “ນາຍ ເກັ໊ງ ເຂ໊ກ ອີ໊ວ ມີຄວາມຜິດແຕ່ແທ້ ເພາະເປັນຜູ້ອອກຄຳສັ່ງ ແລະດຳເນີນກາຣກວດກາ ໃຫ້ທຸກຄົນ ປະຕິບັຕຕາມ ສະນັ້ນບໍ່ ຄວນທີ່ຈະໄດ້ ຮັບອະພັຍໂທສ ແຕ່ຢ່າງໃດເລີຽ”.

ກຸ່ມປົກປ້ອງ ສິທທິມະນຸສຍະຊົນ ແລະບັນດາເຈົ້າໜ້າທີ່ ດ້ານກົດໝາຍສາກົລ ຕ່າງກໍມີຄວາມຫວັງວ່າ ກາຣດຳເນີນຜູ້ຕ້ອງຫາ ມີສ່ວນເຮັດໃຫ້ຊາວ ກັມພູຊາ ເສັຽຊີວີຕໄປຢ່າງ ຫລວງຫລາຍໃນປວັຕສາຕ ຂອງກັມພູຊາດັ່ງກ່າວ ຄົງເປັນຕົວຢ່າງ ໃນກາຣປະຕິຮູບ ຣະບຽບກົດໝາຍ ໂດຽສະເພາະໃຫ້ ມີກາຣປາບປາມ ກາຣສໍ້ຣາສບັງຫລວງ ໃນຣະບົບຕຸລາກາລ ຂອງກັມພູຊາ ເພື່ອໃຫ້ສາມາດ ນຳເອົາຜູ້ກະທຳຜິດ ໄປດຳເນີນຄະດີ ແລະລົງໂທສຕາມ ທາງກາຣໃນຂັ້ນ ດັ່ງທີ່ຍານາງ ທາຣິນ ເສ໊ງ ເຈົ້າໜ້າທີ່ຕາງໜ້າ ອົງກາຣປະຊາກອນ ຫລື Civil parties ຂອງຊາວກັມພູຊາວ່າ:

ຍານາງວ່າ: “ຜົລປໂຍຊສຳຄັນ ຂອງກາຣດຳເນີນຄະດີ ຂອງຜູ້ຕ້ອງຫາ ຂ້າລ້າງເຜົ່າພັນດັ່ງກ່າວ ກໍເພື່ອຢາກໃຫ້ ຊາວກັມພູຊາ ໃນທົ່ວປະເທສ ເຂົ້າໃຈບັນຫາ ຢ່າງເລິກເຊິ້ງ ເພື່ອບອກເລົ່າໃຫ້ ທຸກຄົນໄດ້ຮູ້ຕໍ່ໆໄປ ກ່ຽວກັບກາຣທາຣຸນ ທຳຮ້າຍຮ່າງກາຍ ກາຣລະເມີດສິທທິມະນຸສ ຂັ້ນພື້ນຖານ ຕລອດຮອດບັນຫາ ກາຣຂາດຄວາມຍຸຕິທັມ ເຮັດໃຫ້ກາຣບໍຣິຫາຣ ປະເທສຊາຕຖືກ ດຳເນີນໄປແບບ ບໍ່ມີກົດໝາຍຄຸ້ມ ຄອງແຕ່ປະກາຣໃດ”.

ຍານາງທາຣິນ ເສ໊ງ ເປັນໜຶ່ງໃນບັນດາ ຊາວກັມພູຊາ ທີ່ສູນເສັຽພໍ່ແມ່ ແລະຍາຕພີ່ນ້ອງຕ່າງໆ ໃນຣະຫວ່າງທີ່ກຳລັງ ເຂມນແດງມີອຳນາຈ ປົກຄອງປະເທສ ໃນຊົ່ວຣະຍະສັ້ນໆ ແຕ່ມີປະຊາຊົນ ສູນເສັຽຊີວີຕ ຢ່າງໂຫດຫ້ຽມທີ່ສຸດ ເປັນປວັຕກາຣ ແລະຢາກໃຫ້ກາຣຕັດສິນ ຂອງທາງສາລສາກົລ ຄັ້ງນີ້ເປັນຕົວຢ່າງ ສຳຫລັບປະຊາຊົນ ທົ່ວໄປໃນອະນາຄົຕ.

ຢ່າງໃດກໍຕາມ ນອກຈາກນາຍ Kaing Guek Eav ຫລື DOIK ດັ່ງກ່າວນີ້ແລ້ວ ທາງສາລສາກົລ ຍັງມີກຳໜົດທີ່ຈະນຳ ຜູ້ຕ້ອງຫາຄົນອື່ນໆ ດຳເນີນຄະດີ ໃນຂັ້ນຕໍ່ໄປເຊັ່ນກັນ ຊຶ່ງກໍຮວມທັງ ນາຍນວນເຈັຽ ນາຍອ໊ຽງສາຣີ ແລະພັລຍາ ນາງ ອ໊ຽງ ທະຣິນ ແລະ ນາຍ ຂຽວ

ສັມພັນ ນຳດ້ວຍ ແລະອາຈຍັງຈະມີ ກາຣພົວພັນໄປເຖິງ ເຈົ້າໜ້າທີ່ໃນວົງກາຣ ຣັຖບາລກັມພູຊາ ປັຈຈຸບັນ ກໍອາຈເປັນໄດ້..

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.