ສປປລາວສລອງ ວັນຊາຕຄັ້ງທີ 34 ແບບສງົບງຽບ

ຄນະຜູ້ນຳສປປລາວ ບໍ່ໄດ້ຈັດພິທີສລອງວັນຊາຕ ດັ່ງກ່າວຢ່າງໃຫຍ່ໂຕ ພຽງແຕ່ພົບປະໂອ້ລົມ ກັບບັນດາທູດ ແລະ ທູຕານຸທູດ ຕ່າງປະເທດ ຢູ່ນະຄອນຫລວງວຽງຈັນ ເທົ່ານັ້ນ.

0:00 / 0:00

ໃນໂອກາດນີ້ ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດສປປລາວ ໄດ້ກ່າວປາໃສຕອນນຶ່ງວ່າ:

“ໃນຣະຍະຜ່ານມາ ມີຄວາມຫຍຸ້ງຍາກຫລາຍດ້ານ ປະສົບກັບວິຕການ ດ້ານເສຖກິດ ແລະ ທັມມະຊາດອັນໜັກໜ່ວງ ແຕ່ໂດຍລວມແລ້ວ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ຂອງພວກຂ້າພະເຈົ້າ ຍັງມີຄວາມສງົບ ມີສະເຖັຍຣະພາບ ທາງການເມືອງຢູ່ ເສຖກິດຂຍາຍຕົວ ຢ່າງຕໍ່ເນື່ອງ ປີນີ້ບັນລຸໄດ້ 7.6 ສ່ວນຮ້ອຍ.”

ປະຊາຊົນລາວສ່ວນຫລາຍ ບໍ່ໄດ້ສລອງວັນຊາດ ຢ່າງຄຶກຄື້ນພໍເທົ່າໃດ ແຕ່ຕື່ນເຕັ້ນກັບ ການແຂ່ງຂັນເຕະບານ ຊີເກມສ໌ ມື້ທຳອິດຫລາຍກວ່າ ເພາະເປັນການພົບກັນ ຣະຫວ່າງໄທແລະວຽດນາມ ຊຶ່ງເປັນຄູ່ແຂ່ງ ທີ່ສຳຄັນໃນອາຊ່ຽນ ດັ່ງ ທ່ານ ເຄນທອງ ນວນທະສິງ ໂຄສົກກະຊວງ ການຕ່າງປະເທດ ສປປລາວເວົ້າວ່າ:

“ບໍ່ມີການສເລີມສລອງ ຫຍັງດອກ ເພາະວ່າດຽວນີ້ ກຳລັງກະຕຽມໃສ່ ການແຂ່ງຂັນກິລາຊີເກມສ໌ ຣະຫວ່າງທິມບານເຕະ ວຽດນາມແລະໄທ.”

ເຖິງຢ່າງໃດກໍດີ ໃນວັນຊາດສປປລາວ ຄົບຮອບ34ປີນີ້ ບັນດາຜູ້ນຳ ປະເທດເພື່ອນມິດ ກໍສົ່ງສານສະແດງ ຄວາມຍິນດີເຖິງ ຄນະຜູ້ນຳສປປລາວ ເຊັ່ນ ທ່ານ ນອງດຶກໝັ້ນ ເລຂາທິການໃຫຍ່ ພັກຄອມມຸຍນິສວຽດນາມ ໄດ້ສົ່ງສານຍ້ອງຍໍ ສັຣເສີນຄນະຜູ້ນໍາ ສປປລາວວ່າ ວຽດນາມດີໃຈທີ່ໄດ້ ເຫັນຄວາມສຳພັນ ຖານພິເສດ ແລະການຮ່ວມມື ຢ່າງຮອບດ້ານໄດ້ ຂຍາຍຕົວຢ່າງບໍ່ຢຸດຢັ້ງ.

ທ່ານ ກິມຢອງອຽວ ນາຍົກຣັຖມົນຕຣີ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນເກົາຫລີ ຫລືເກົາຫລີເໜືອ ກໍສົ່ງສານເຖິງ ນາຍົກຣັຖມົນຕຣີ ບົວສອນ ບຸຜາວັນ ວ່າ ຣັຖບານແລະ ປະຊາຊົນລາວ ຈະໄດ້ຮັບຜົນສຳເຣັດ ເປັນຢ່າງດີໃນການ ສ້າງຣະບອບ ປະຊາທິປະໄຕ ປະຊາຊົນ ແລະ ໃນການສ້າງສາເສຖກິດ ຂອງຊາດ.