ຜູ້ພິພາກສາລາວຫລາຍຄົນ ຖືກພົ້ນຕໍາແໜ່ງ
2009.12.01
ຈໍານວນທີ່ແທ້ຈິງ ຂອງຜູ້ພິພາກສາ ທີ່ຖືກປົດອອກ ແລະສາເຫດທີ່ແທ້ຈິງນັ້ນ ຍັງບໍ່ເປັນທີ່ຮູ້ກັນເທື່ອ ແຕ່ຫາກເປັນການຕັດສິນໃຈ ທີ່ຖືກປະກາດອອກ ໃນກອງປະຊຸມ ສະພາແຫ່ງຊາດ ເມື່ອວັນສຸກຜ່ານມາ.
ໜັງສືພິມ ຂອງທາງການລາວ Vientiane Times ຣາຍງານໂດຍອ້າງອີງໃສ່ ຄໍາເວົ້າຂອງ ທ່ານ ທອງເຕີນ ໄຊຍະສານ ໂຄສົກສະພາແຫ່ງຊາດ ວ່າບັນດາ ຜູ້ພິພາກສາ ເຫລົ່ານັ້ນໄດ້ລ່ວງຣະເມີດ ກົດໝາຍຂອງລາວ. ການປົດໜ້າທີ່ດັ່ງກ່າວ ມີຂຶ້ນຕາມການແນະນໍາ ຂອງສານ ປະຊາຊົນສູງສຸດ ທີ່ເຫັນວ່າພວກເຂົາເຈົ້າ ປະຕິບັດໜ້າທີ່ ບໍ່ສອດຄ່ອງກັບກົດໝາຍ. ການທີ່ ສະພາແຫ່ງຊາດຂອງລາວ ປົດຕໍາແໜ່ງ ຜູ້ພິພາກນັ້ນ ບໍ່ຄ່ອຍຈະມີຂຶ້ນ ໃນລະຍະທີ່ຜ່ານມາ.
ທ່ານ Dick Wagener ຫົວໜ້າຝ່າຍປົກຄອງ ປະຈໍາຫ້ອງການ ໂຄງການສະຫະປະຊາຊາດ ເພື່ອການພັທນາ ຫລື UNDP ໃນລາວກ່າວວ່າ ແຕ່ນັ້ນກໍບໍ່ເປັນ ເລື໊ອງໜ້າແປກໃຈແຕ່ຢ່າງໃດ ໃນເມື່ອລາວກໍມີ ຄວາມພຍາຍາມ ທີ່ຈະໃຫ້ຕົນເຂົ້າຢູ່ ໃນຂອບເຂດທາງດ້ານກົດໝາຍ ແລະ ສິດທິມະນຸດຂອງນາໆຊາດ ໃນບໍ່ພໍເທົ່າ ໃດປີຫລັງໆມານີ້. ທ່ານ Wagener ເວົ້າວ່າມີສີ່ງທີ່ ສໍ່ສະແດງໃຫ້ເຫັນວ່າ ສປປລາວ ໄດ້ສືບຕໍ່ເປີດກວ້າງ ແລະເອົາຈີງເອົາຈັງ ໃນການກໍາຈັດ ສໍ້ຣາສບັງຫລວງ ຫລາຍຂຶ້ນ. ເມື່ອຕົ້ນປີນີ້ ອົງການນິຣະໂທດກັມສາກົລ ເວົ້າວ່າ ການດໍາເນີນຄະດີ ໃນລາວ ບໍ່ໄດ້ມາຕຖານສາກົລ ເລື້ອງໃຫ້ຄວາມທ່ຽງທັມ.
ກ່ຽວກັບຣາຍງານ ການປົດຜູ້ພິພາກສາ ຫລາຍຄົນອອກນັ້ນ ທ່ານເຄນທອງ ນວນທະສິງ ໂຄສົກການຕ່າງປະເທດລາວ ບໍ່ສາມາດໃຫ້ ຄໍາຢືນຢັນໄດ້ ແລະ ສະພາແຫ່ງຊາດລາວ ກໍບໍ່ສາມາດ ໃຫ້ຄໍາເຫັນນໍາໄດ້ເທື່ອ.