ເຣື້ອງທີ່ເກັບບັນທຶກໄວ້
2024-03-05
ເຫດການ ແມ່ມານ ເຈັບທ້ອງໄປເກີດລູກ ຢູ່ໂຮງໝໍ ເມືອງນໍ້າບາກ ແຂວງຫຼວງພຣະບາງ ແລ້ວເສັຍຊີວິດທັງແມ່ ແລະລູກ ໃນວັນທີ 2 ເດືອນມີນາ ປີ 2024 ນັ້ນ ທາງຄອບຄົວ ຈະບໍ່ໄດ້ຮັບການຢຽວຢາແຕ່ຢ່າງໃດ.
2024-03-04
ປັດຈຸບັນ ຍັງມີນາຍທຶນຈີນ ຈ້າງວານຊາວໄທຍ ໃຫ້ລັກລອບສົ່ງເຊື້ອ ອະສຸຈິ ຈາກຝັ່ງໄທຍ ໄປຍັງຄລີນິກສໍາລັບຜູ້ມີລູກຍາກ ຢູ່ປະເທດລາວ ແລະ ກັມພູຊາ ເພື່ອປະສົມກັບໄຂ່ຂອງແມ່ຍິງລາວ ແລະ ແມ່ຍິງກັມພູຊາ ທີ່ຮັບຈ້າງຖືພາແທນ ຢ່າງຫລວງຫລາຍ ແລະ ຕໍ່ເນື່ອງ.
2024-03-04
ກອງກວດກາປ່າໄມ້ ແຂວງອຸດົມໄຊ ຍຶດແລະທໍາລາຍຊາກ ແລະຊິ້ນສ່ວນສັດປ່າ ປະເພດຕ່າງໆ 152 ໂຕ, ມີນໍ້າໜັກທັງໝົດ 194.8 ກິໂລ, ມູນຄ່າ 29 ລ້ານປາຍກີບ ຂະນະທີ່ການກວດກາ ແລະປາບປາມການຄ້າສັດປ່າ ຖືວ່າເປັນເລື່ອງທ້າທາຍ ຂອງພາກສ່ວນທີ່ກ່ຽວຂ້ອງ.
2024-03-04
ເມື່ອຕົ້ນເດືອນມີນາ 2024 ເກີດເຫດການຄົນຈີນລັກພາໂຕເດັກນ້ອຍ 1 ຄົນ, ອາຍຸຕໍ່າກ່ວາ 15 ປີ ຂຶ້ນລົດກະບະ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ເພື່ອຈະພາເຂົ້າໄປເຮັດວຽກ ໃນສວນກ້ວຍຈີນ ທີ່ແຂວງອັດຕະປື ແຕ່ພໍມາໄດ້ເຄິ່ງທາງ ເດັກນ້ອຍໂຕນລົດໜີ.
2024-03-04
ບົດລາຍງານຂອງ ອົງການເສລີພາບ ຫຼື “Freedom House” ລະບຸວ່າ ປະຊາຊົນລາວ ບໍ່ມີເສລີພາບ ທາງດ້ານການເມືອງ ແລະສິດທິພົນລະເຮືອນ ແລະ ສປປ ລາວ ໄດ້ຄະແນນ ພຽງ 13 ຈາກຈໍານວນເຕັມ 100 ຄະແນນ.
2024-03-04
ນາງແພ ນາມສົມມຸດ, ອາຍຸ 18 ປີ ຊາວເມືອງໂຂງ ແຂວງຈຳປາສັກ ເຊິ່ງເຮັດວຽກເປັນຜູ້ເບິ່ງແຍງ ຜູ້ສູງອາຍຸ ໄດ້ຕັດສິນໃຈໜີອອກຈາກເຮືອນນາຍຈ້າງ ປີນຮົ້ວໄປຂໍຄວາມຊ່ວຍເຫຼືອ ພາຍຫຼັງຖືກນາຍຈ້າງ ອະນາຈານ, ກັກຂັງ, ຂົ່ມຂູ່, ບໍ່ອະນຸຍາດໃຫ້ລາອອກ, ຍຶດພາສປອດ ແລະໃບອະນຸຍາດເຮັດວຽກ.
2024-03-03
ທະຫານພະມ້າ ໄດ້ຈັບຊາວໜຸ້ມຣັຖຣະຂ່າຍ ແລະ ຍັງບໍ່ທັນປ່ອຍເຂົາເຈົ້າ ກັບບ້ານ ສ່ວນຍາດພີ່ນ້ອງຊາວໜຸ້ມເຫຼົ່ານັ້ນ ກໍຍັງບໍ່ສາມາດຕິດຕໍ່ ຫາລູກຫຼານຕົນເອງໄດ້.
2024-03-03
ບັນດາ ສິລປິນ ທີ່ຕັ້ງຖິ່ນຖານ ໃນຕ່າງແດນ, ຮວມທັງ ໃນປະເທດ ການາດາ, ສະຫະຣັຖ ອາເມຣິກາ ແລະ ຝຣັ່ງ, ໄວ້ອາລັຍ ບໍຣົມມາຈາຣຍ໌ ພົມມະ ພິມມະສອນ.
2024-03-02
ຊາວບ້ານຊ້າງ ເມືອງຄູນ ແຂວງຊຽງຂວາງ 6 ຄົນ ຖືກຈັບ ພາຍຫຼັງ ພວກເຂົາເຈົ້າ ທວງເອົາທີ່ດິນຄືນ, ປາຫລາຍກວ່າ 230 ກິໂລ ຕາຍຢູ່ນໍ້າງາ, ປີ 2023 ພົບວ່າ ຍັງມີການລັກຕັດໄມ້ ແລະ ບຸກລຸກ ທີ່ດິນປ່າໄມ້ ຫລາຍກ່ວາ ປີ 2022, ນາຍົກຣັຖມົນຕຣີ ຮຽກຮ້ອງໃຫ້ ໃຊ້ທີ່ດິນ ຢ່າງເຂັ້ມງວດ ຍ້ອນມີການລະເມີດສັນຍາສັມປະທານ ດິນຣັຖຫລາຍ.
2024-03-02
ໃນປີ 2024 ເປັນຕົ້ນມາ, ມີການປ່ອຍນໍ້າເສຍ ລົງແມ່ນໍ້າທໍາມະຊາດ ເກີດຂຶ້ນ 3 ຄັ້ງ ແລະ ອີກບັນຫາໜຶ່ງ ກໍຄື ງົວ ແລະ ຄວາຍ ຂອງປະຊາຊົນ ຕາຍແບບບໍ່ຮູ້ສາເຫດ ຂະນະທີ່ ເຈົ້າໜ້າທີ່ສາທາ ກໍາລັງຂຸ້ນຂ້ຽວປ້ອງກັນ ການລະບາດຂອງພະຍາດສັດ.
2024-03-02
ປະຊາຊົນຢູ່ເມືອງໄຊບູລີ ແຂວງ ສະຫວັນນະເຂດ ແລະ ເມືອງ ເຊບັ້ງໄຟ ແຂວງຄໍາມ່ວນ ໄດ້ຮັບຜົນກະທົບຈາກກິ່ນເໝັນ ແລະ ຂິວ ຈາກໂຮງງານຜະລິດແປ້ງມັນຕົ້ນ ຂອງບໍລິສັດຫວຽດນາມ ຈົນຫຼາຍຄົນ ບໍ່ສາມາດຢູ່ໄດ້.
2024-03-01
ຜູ້ຍິງລາວສາມຄົນ ທີ່ຖືກຂາຍໄປເຮັດວຽກ ຢູ່ຮ້ານຄາຣາໂອເກະ ທີ່ເມືອງລາ ປະເທດພະມ້າ ດີໃຈຫຼາຍ ທີ່ຖືກປ່ອຍໂຕ ແລະໄດ້ກັບຄືນປະເທດລາວ.
2024-03-01
ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປ້ອງກັນຄວາມສະຫງົບ ເມືອງຫົງສາ ແຂວງໄຊຍະບູຣີ ໄດ້ຈັບກຸມທ້າວ ຄົວເນັງ ຢາງ ອາຍຸ 36 ປີ ຊາວບ້ານ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ພ້ອມຂອງກາງເປັນຢາເສບຕິດ ປະເພດຢາໄອສ໌ ຈຳນວນ 33 ເປົາ, ນໍ້າໜັກລວມກວ່າ 1,000 ກິໂລກະຣາມ ຫຼື 1 ຕັນ.
2024-03-01
ເດັກນ້ອຍແມ່ຍິງລາວ 4 ຄົນ ໄດ້ຮັບການຊ່ອຍເຫລືອ ອອກຈາກການຄ້າມະນຸດ ຢູ່ແຂວງໄຊຍະບູຣີ ໃນນັ້ນ ແມ່ນຊາວຫລວງພຣະບາງ 3 ຄົນ ແລະ ອີກຄົນນຶ່ງ ແມ່ນຊາວແຂວງບໍ່ແກ້ວ ຊຶງຖືກສົ່ງກັບບ້ານແລ້ວ.
2024-03-01
ເມື່ອບໍ່ດົນມານີ້ເຂື່ອນໄຟຟ້າ Tuoba ໃນແຂວງຢູນນານ ປະເທດຈີນ ໄດ້ປ່ອຍນໍ້າກະທັນຫັນ ຈົນເຮັດໃຫ້ລະດັບນໍ້າຂອງ ສູງຂຶ້ນ 0.70 ແມັດ ທີ່ເມືອງຊຽງແສນປະເທດໄທຍ, ເມືອງຕົ້ນເຜິ້ງ ແລະ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກ່ອນໄຫຼລົງໄປຫາເມືອງປາກແບງ ແຂວງອຸດົມໄຊ ແລະ ແຂວງຫຼວງພຣະບາງ ຕາມລຳດັບ.