ເຈົ້າໜ້າທີ່ປ່າໄມ້ ແຂວງອຸດົມໄຊ ຍຶດຊາກສັດປ່າ ໄດ້ຫຼາຍ

ຈຳປາທອງ
2024.03.04
ເຈົ້າໜ້າທີ່ປ່າໄມ້ ແຂວງອຸດົມໄຊ ຍຶດຊາກສັດປ່າ ໄດ້ຫຼາຍ ຕະຫຼາດແຫ່ງນຶ່ງໃນເມືອງໄຊ ແຂວງອຸດົມໄຊ ທີ່ຊາວບ້ານຂາຍເຄື່ອງປ່າຂອງດົງ. ວັນທີ 1 ມີນາ 2024.
ນັກຂ່າວ ພົລເມືອງ

ກອງກວດກາປ່າໄມ້ ຜະແນກກະສິກໍາ ແລະປ່າໄມ້ແຂວງ ອຸດົມໄຊ ຍຶດ ແລະທໍາລາຍຊາກ ແລະຊິ້ນສ່ວນສັດປ່າ ປະເພດຕ່າງໆ 152 ໂຕ, ມີນໍ້າໜັກທັງໝົດ 194.8 ກິໂລ, ຄິດເປັນມູນຄ່າຫລາຍກວ່າ 29 ລ້ານກີບ.

ການລົງເຄື່ອນໄຫວ ທີ່ວ່ານີ້ ພາກສ່ວນທີ່ກ່ຽວຂ້ອງ ໄດ້ກວດກາຕາມຕະຫລາດ, ຮ້ານຄ້າແຄມທາງ, ເຮືອນຄົນ ຕັ້ງແຕ່ເດືອນຕຸລາ 2022 ເປັນຕົ້ນມາ ຮວມທັງໝົດ 15 ຄັ້ງ.

ສັດປ່າ ແລະຊິ້ນສ່ວນສັດປ່າ ທີ່ຍຶດໄດ້ນັ້ນ ຖືກທໍາລາຍຖິ້ມ ດ້ວຍການຝັງ ຊຶ່ງໃນນັ້ນ ມີສັດປ່າຫວງຫ້າມ 8 ໂຕ. ສ່ວນສັດ ທີ່ຍັງມີຊີວິດ ມີ 23 ໂຕ ຄືສັດປ່າຫວງຫ້າມ 3 ໂຕ ເຊັ່ນ ເຕົ່າ, ໝີຄວາຍ ແລະລີງກັງ, ສັດປ່າຄຸ້ມຄອງ 4 ໂຕ ຊຶ່ງທັງໝົດ ເຈົ້າໜ້າທີ່ ໄດ້ມອບໃຫ້ສູນອານຸຮັກໝີລາວ ຫລື “Free the Bear” ແຂວງຫລວງພະບາງ. ສ່ວນສັດປ່າທົ່ວໄປອີກ 16 ໂຕນັ້ນ ໄດ້ປ່ອຍເຂົ້າສູ່ປ່າໄປແລ້ວ.

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ຢູ່ແຂວງອຸດົມໄຊ ນາງນຶ່ງ ເວົ້າຕໍ່ວິທະຍຸເອເຊັຽເສຣີ ໃນມື້ວັນທີ 1 ມີນານີ້ ເຖິງມາຕການຕໍ່ກຸ່ມລ້າສັດປ່າວ່າ ມີໂທດໜັກ ຫລື ເບົາ ຂຶ້ນຢູ່ກັບແຕ່ລະກໍລະນີ, ຂຶ້ນຢູ່ກັບຊະໜິດຂອງສັດ, ຄວາມຫລາຍ ຫລືໜ້ອຍ ຂອງສັດປ່າ ແລະຊິ້ນສ່ວນສັດປ່າ. ຫາກເປັນສັດປ່າ ຫລືຊິ້ນສ່ວນສັດປ່າ ທີ່ໃນບັນຊີຫວງຫ້າມ ຈະມີໂທດໜັກກວ່າສັດອື່ນໆ.

ແມ່ນແລ້ວ ທ້າຍປີ 2022 ແລ້ວເຮົາກໍເກັບໄວ້ໃນຕູ້ແຊ່ແດ່ ເຮົາມີຕູ້ແຊ່. ເຮົາກໍເກັບຊ້ອນໄວ້ ໄດ້ຫລາຍແລ້ວເຮົາກໍທໍາລາຍ. ຈັດພິທີທໍາລາຍ ແມ່ນແລ້ວ. ສັດເປັນ (ຍັງມີຊີວິດ) ເຮົາກໍປ່ອຍຄືນສູ່ທໍາມະຊາດ. ເອີ ມັນກໍມີຫລາຍກໍລະນີ ຕ່າງກັນ. ມັນຂຶ້ນຢູ່ກັບໜັກ ຫລື ເບົາ, ຫລາຍ ຫລືໜ້ອຍ ຫັ້ນແຫລະ. ທີ່ວ່າເວລາກວດພົບຫັ້ນນ່າ ແມ່ນແລ້ວ ຂຶ້ນກັບປະເພດສັດແລ້ວກໍຈໍານວນ ຖ້າເປັນບັນຊີ 1 ກໍຈະໜັກກວ່າ ບັນຊີອື່ນ.

ແລະໃນບາງບ້ານ ຂອງເມືອງຮຸນ ແຂວງອຸດົມໄຊ ຍັງມີການຄ້າຂາຍສັດປ່າ ແລະເຄື່ອງປ່າຂອງດົງ ຢູ່ຫລາຍ, ມີທັງການໄປຊອກຫາສັດປ່າເອງ ຫລືໄປຮັບຊື້ເພື່ອນໍາມາຂາຍຕໍ່. ສັດປ່າ ທີ່ຍັງມີຂາຍ ເປັນຕົ້ນ ກະຕ່າຍ, ລີ່ນ. ລີ່ນ ທີ່ນອນຢູ່ໃນບັນຊີຫວງຫ້າມ ມີຂາຍ ທັງແບບເປັນໂຕ ແລະເກັດ.

ດັ່ງແມ່ຄ້າຂາຍເຄື່ອງປ່າຂອງດົງ ຢູ່ເມືອງຮຸນ ນາງນຶ່ງເວົ້າວ່າ:

ສັດປ່າກໍມີ ບາງສະນິດເຂົາມາຂາຍໃຫ້ເຮົາ. ເຮົາກໍຂື້ ຊອກເອງກໍມີ ມັນມີຕົວລີ່ນກໍມີ. ຕົວຕາຍກໍມີ. ບາງໂຕ ເຮົາກໍຂາຍເປັນໂຕ. ໂຕລີ່ນ ແຕ່ບາງອັນ ເຮົາກໍຂາຍເປັນເກັດໄປ. ຄັນມັນຕາຍເຮົາກໍຂາຍ ເປັນເກັດນໍາເອົາ.

ແລະເຈົ້າຂອງຮ້ານອາຫານ ຢູ່ເມືອງຮຸນ ນາງນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຢູ່ແຂວງອຸດົມໄຊນີ້ ຍັງມີການຊື້ຂາຍສັດປ່າ ເພື່ອນໍາໄປກິນກັນຢູ່,  ຕາມເສັ້ນທາງ ລະຫວ່າງເມືອງໄຊ ຫາເມືອງຮຸນ ມີຕລາດຂາຍສັດປ່າຢູ່ ແລະພາຍໃນຕລາດ ກໍຈະຂາຍຊິ້ນສ່ວນສັດປ່າ ແລະສັດປ່າກັນຫລາຍ ເປັນຕົ້ນ ໝູປ່າ, ຟານ ແລະບ່າງ.

ອຸດົມໄຊມາເມືອງຮຸນ ເຂົາເຈົ້າຂາຍຢູ່ແຄມທາງມີຫລາຍ. ໂອ້ ຕົວຊີ້ນໝູປ່າ ຊີ້ນຟານ ຕົວຫຍັງຕົວບ່າງ ກໍຍັງມີຫັ້ນນ່າ. ອາຫານປ່າ ໄລຍະທາງຈາກອຸດົມໄຊ ນໍ້າຮຸນມີຫລາຍ. ແມ່ນເຂົາເຈົ້າຂາຍທຸກມື້ເລີຍ ຢູ່ບ້ານນັ້ນ. ເຈົ້າຂີ່ລົດມາເຈົ້າກໍເຫັນ ມັນມີຕລາດເຄື່ອງປ່າຂອງດົງ. ເຂົາເຮັດຂາຍຢູ່ຫັ້ນເລີຍ ແຄມຕະຫລາດໃຫຍ່ຫັ້ນນ່າ. ທຸກຢ່າງ ອາຫານເຄື່ອງປ່າ ເຂົາເຈົ້າຂາຍຄົບ ໂຕໜູໂຕອົ້ນໂຕຕຸ່ນ ຂະເຈົ້າຂາຍໝົດ.

ຊາວບ້ານ ຢູ່ເມືອງໄຊ ແຂວງອຸດົມໄຊ ນາງນຶ່ງເວົ້າວ່າ ໃນເຂດເທສບານເມືອງ ຈະບໍ່ຄ່ອຍມີການຊື້ຂາຍສັດປ່າ ກັນຫລາຍປານໃດແລ້ວ, ຕ້ອງໄດ້ອອກໄປນອກເມືອງ ຈຶ່ງຈະຫາຊື້ໄດ້ຢູ່ຕລາດ ແລະຈະມີເປັນບາງມື້.

ມີຢູ່ໆ ຈະໄດ້ໄປຊື້ຢູ່ໄກ ກໍມີສັດປ່າຫລາຍຢູ່ ກໍມີແຕ່ຊີ້ນໝູປ່າເນາະ. ຊີ້ນຟານເດ້ ຕົວຟານບາງເທື່ອຈະມີຢູ່ ບໍ່ໄດ້ໂທຖາມເຂົາເດີ. ສ່ວນຫລາຍອ້າຍກໍໄປເອົາຢູ່ນີ້ແຫລະ. ຫ່າງຈາກອຸດົມໄຊໄປ 10 ປາຍຫລັກຫັ້ນແຫລະ. ຕລາດຂາຍເຄື່ອງສັດປ່ານີ້ບາງມື້ມີ ບາງມື້ບໍ່ມີເດີ.

ປັດຈຸບັນ ສັດນໍ້າ ແລະສັດປ່າ ຢູ່ລາວ ມີຄວາມສ່ຽງ ຕໍ່ການສູນພັນ ດ້ວຍຫລາຍສາເຫດ ເປັນຕົ້ນ ການລ້າສັດປ່າ ມາກິນ, ໂຄງການພັທນາຕ່າງໆ ທັງໂຄງການຂຸດຄົ້ນບໍ່ແຮ່ ກໍບຸກລຸກ ທີ່ຢູ່ອາໄສຂອງສັດເຫລົ່ານັ້ນ. ສັດປ່າ ແລະຊິ້ນສ່ວນສັດປ່າ ນອກຈາກຈະມີຂາຍຢູ່ໃນທ້ອງຕລາດແລ້ວ ກໍຍັງມີການຊື້ຂາຍກັນທາງ ອອນລາຍ ຜ່ານກຸ່ມຂາຍເຄື່ອງປ່າຂອງດົງ.

ທີ່ຜ່ານມາ ພາກສ່ວນທີ່ກ່ຽວຂ້ອງ ຢູ່ແຂວງຕ່າງໆ ກໍໄດ້ກວດກາຕາມທ້ອງ ຕລາດ ຮວມທັງກວດລົດຂົນສົ່ງ ຕາມສາຍທາງຕ່າງໆ, ເຮັດໃຫ້ການລັກຊື້ຂາຍ ແລະຂົນສົ່ງສັດປ່າ ເປັນໄປໄດ້ຍາກຂຶ້ນ ແລະທັງໄດ້ໂຄສະນາຫ້າມລ້າ ແລະຊື້ຂາຍສັດປ່າ ຮວມໄປເຖິງຜະລິດຕະພັນ ຈາກສັດປ່ານໍາດ້ວຍ.

ປະມວນກົດໝາຍອາຍາ ມາດຕາ 331 ລະບຸວ່າ ການລ່າສັດທີ່ຜິດກົດໝາຍ ປັບເປັນ 2 ເທົ່າ ຂອງມູນຄ່າສັດ ທີ່ຖືກລ່າ ພ້ອມທັງຕິດຄຸກ ແຕ່ 2 ປີຫາ 5 ປີ. ມາດຕາ 334 ລະບຸວ່າ ຮ້ານຄ້າ ຫຼື ການຄອບຄອງສັດນໍ້າ ແລະ ສັດປ່າຄຸ້ມຄອງ ປັບໃໝ ແຕ່ 3 ລ້ານຫາ 10 ລ້ານກິບ ພ້ອມທັງຕິດຄຸກ ແຕ່ 3 ເດືອນ ຫາ 5 ປີ ແລະມາດຕາ 337 ລະບຸວ່າ ບຸກຄົນໃດ ທີ່ກ່ຽວຂ້ອງກັບການລ່າສັດ, ຍຶດ, ກັກຂັງ, ຂ້າ, ຂົນສົ່ງ ຫຼື ຊື້-ຂາຍ ສັດປ່າຫາຍາກ ແລະມີຄ່າ ຫຼືຂົນສົ່ງເພື່ອການຄ້າ ຜລິດຕະພັນ ທີ່ແປຮູບຈາກສັດປ່າ ເລົ່ານັ້ນ ປັບ ໃໝແຕ່ 10 ລ້ານຫາ 50 ລ້ານກີບ ພ້ອມທັງຕິດຄຸກແຕ່ 6 ເດືອນ ຫາ 3 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.