ໂຄງການທາງຣົດໄຟ ຄວາມໄວສູງຂອງໄທ

ປະເທດໄທ ວາງໂຄງການ ສ້າງທາງ ຣົດໄຟ ຄວາມໄວສູງ ເຊື່ອມຕໍ່ ບັນດາ ປະເທດ ສະມາຊິກ ອາຊ໊ຽນ
ສົມເນ
2012.08.21

ຣັຖບານໄທ ມີແຜນສ້າງ ທາງຣົດໄຟ ຄວາມໄວສູງ ເພື່ອເຊື່ອມຕໍ່ ກັບບັນດາ ປະເທດ ສະມາຊິກ ອາຊ໊ຽນ ໂດຍຈະເລີ້ມສ້າງ 4 ສາຍທໍາອິດ ໃຫ້ແລ້ວ ພາຍໃນປີ 2018 ຊື່ງມີມູນຄ່າ ການລົງທືນ ເຖິງ 400,000 ລ້ານບາດ. ຕາມລາຍງານ ຂອງໜັງສືພິມ ບາງກອກ ໂພສ ທີ່ອ້າງ ຕາມຄໍາເວົ້າ ຂອງທ່ານ ພັນສັກ ວິນຢະຣາດ ປະທານ ທີ່ປືກສານາຍົກ ຣັຖມົນຕຣີ ຍານາງ ຢິງລັກ ຊິນນະວັດ.

4 ເສັ້ນທາງ ບັ້ນທໍາອິດ ຂອງໂຄງການ ແມ່ນຣະຫ່ວາງ ບາງກອກ-ພັທຍາ ບາງກອກ-ພິສນຸໂລກ ບາງກອກ-ນະຄອນ ຣາຊສິມມາ ແລະ ບາງກອກ-ຫົວຫີນ. ບັ້ນທີ່ສອງ ຂອງ ໂຄງການ ແມ່ນກໍານົດ ໃຫ້ແລ້ວໃນປີ 2022 ຣະຫ່ວາງ ບາງກອກ-ຣະຢອງ ບາງກອກ-ຊຽງໄໝ່ ບາງກອກ-ໜອງຄາຍ ແລະ ບາງກອກ-ຫາດໃຫ່ຽ ສລຸບແລ້ວ ກວມເອົາໝົດ ທຸກພາກ ຂອງ ປະເທດໄທ.

ຣາຍງານແຈ້ງວ່າ ສິ່ງສໍາຄັນ ແມ່ນເສັ້ນທາງ ຣະຫ່ວາງ ບາງກອກ-ໜອງຄາຍ ຊື່ງຄາດວ່າ ຈະໃຫ້ຕໍ່ກັບ ທາງຣົດໄຟ ໃນລາວ ແລະ ພາກໃຕ້ຂອງຈີນ. ການກໍ່ສ້າງ ເສັ້ນທາງຣົດໄຟ ສາຍນີ້ ຄາດວ່າຈະເລີ້ມ ລົງມືໃນໄວໆ ຫລັງຈາກ ຖືກຊັກຊ້າມາ.

ແຜນການເລັ່ງລັດ ສ້າງທາງຣົດໄຟ ຂອງໄທ ເພື່ອໃຫ້ເຊື່ອມຕໍ່ ກັບ10 ປະເທດ ສະມາຊິກ ອາຊ໊ຽນ ແມ່ນເກີດຈາກ ແຮງດັນ ຂອງ ອາຊ໊ຽນ ທີ່ຈະໂຮມໂຕ ເຂົ້າກັນເປັນ ປະຊາຄົມ ເສຖກິດອາຊ໊ຽນ ໃນປີ 2015 ໃນຂນະທີ່ໄທ ມີທາງເປັນໄປໄດ້ ທີ່ຈະເປັນ ສູນກາງ ຂົນສົ່ງສິນຄ້າ ແລະ ນັກທ່ອງທ່ຽວ.

ຕາມຄໍາເວົ້າ ຂອງທ່ານ ພັນສັກ ນັ້ນວ່າ ປະເທດໄທ ຈະເຊີນເອົາ ບໍຣິສັດ ຈາກ ປະເທດຈີນ ເກົາຫລີໃຕ້ ຍີ່ປຸ່ນ ແລະ ຝຣັ່ງເສສ ເຂົ້າມາປະມູນ ການກໍ່ສ້າງ ທາງຣົດໄຟ ຄວາມໄວສູງ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.