ພະມ້າຢຸດເຂັ້ມງວດ ການອອກຂ່າວ

ທາງກາຣ ພະມ້າ ແຈ້ງວ່າ ພາຍຫລັງ ທີ່ມີກາຣ ພິຈາຣະນາ ຕລອດຣະຍະ ທີ່ຜ່ານມາ ທາງກາຣ ກ່ຽວຂ້ອງ ຈື່ງໄດ້ ຍົກເລີກ ກາຣກວດກາ ແລະ ກວດສອບ ດ້ານກາຣອອກຂ່າວ ຕ່າງໆ ຢ່າງສິ້ນເຊີງ.

0:00 / 0:00

ຕລອດຣະຍະ ເກືອບຮອດ ເຄີ່ງ ສັຕວັຕ ຜ່ານມາ ທາງກາຣ ຣັຖບາລ ທະຫາຣພະມ້າ ໄດ້ກວດສອບ ດ້ານກາຣອອກຂ່າວຄາວ ຕ່າງໆ ເປັນປະຈຳ ພ້ອມກັບ ຈັບກຸມຄຸມຂັງ ບັນດາ ນັກຂີດຂຽນ ແລະ ນັກສື່ຂ່າວ ໂດຽທົ່ວໄປ ໃນຂໍ້ຫາ ເປັນກາຣຂຽນ ຕໍ່ຕ້ານ ທາງຣັຖບາລ ແຕ່ແລ້ວ ກາຣກວດຂັນ ດັ່ງກ່າວ ກໍຄ່ອຍມີກາຣຜ່ອນຜັນ ບາງຢ່າງ ໂດຽສະເພາະພາຍຫຼັງ ກາຣເລືອກຕັ້ງ ແລະ ປ່ຽນຣະບົບ ກາຣປົກຄອງ ຈາກກຸ່ມກຳອຳນາຈ ທະຫາຣ ມາເປັນພົລເຮືອນ ພາຍໃຕ້ກາຣເປັນ ປະທານາທິບໍດີ ຂອງທ່ານ Thein Sein ແລະ ປັຈຈຸບັນ ມີກາຣຍົກເລີກ ກາຣກວດກາ ທັງໝົດ ຢ່າງສິ້ນເຊີງ.

ກ່ຽວກັບ ກາຣຍົກເລີກ ກາຣກວດສອບ ສື່ມວລຊົນ ແລະ ທາງເຄືອຂ່າຍ ອິນເຕີຣ໌ເນັຕ ຕ່າງໆ ດັ່ງກ່າວນີ້ ເປັນບາດກ້າວ ທີ່ສຳຄັນທີ່ສຸດ ທີ່ທາງຣັຖບາລ ພົລເຮືອນ ຈະປະຕິບັຕ ໄປຕາມຫລັກ ຂອງ ກາຣມີ ປະຊາທິປະໄຕ ທີ່ເຣັດໃຫ້ບັນດາ ສື່ມວລຊົນ ຊາວພະມ້າ ຕ່າງກໍມີ ຄວາມດີໃຈ. ດັ່ງເຈົ້າໜ້າທີ່ ໃນກອງ ບັນນາທິກາຣ ຂອງໜັງສືພີມ ຣາຍສັປດາ ຂອງ ນະຄອນຢັ້ງກຸ້ງ ໄດ້ກ່າວວ່າ ເປັນກາຣຕັດສິນໃຈ ຂອງ ຜູ້ນຳຣັຖບາລ ເພື່ອໃຫ້ ປະຊາຊົນ ມີຄວາມໄວ້ວາງໃຈ ໃນກາຣທີ່ທ່ານ ເທັງ ເສັງ ຈະນຳພາ ປະເທສ ໄປສູ່ກາຣມີ ປະຊາທິປະໄຕ ໃນອະນາຄົຕ ຢ່າງແທ້ຈີງ.