ທ່ານ ດາຕຸກ ເຊຣີ ມິສຕາປາ ໂມຮາມັດ, ຣັຖມົນຕຣີ ອຸດສາຫະກັມ ແລະ ການຄ້າ ສາກົນ ຂອງມະເລເຊັຍ ເວົ້າວ່າ ສະມາຊິກ ອາຊຽນ ທັງໝົດ ທີ່ເຂົ້າຮ່ວມ ໃນຣະບົບ ການຄ້າຫລາຍໆຝ່າຍ, ເຮັດໃຫ້ຂົງເຂດ ກຸ່ມອາຊຽນ ກາຍເປັນບ່ອນ ດຶງດູດ ການຄ້າ ແລະ ການລົງທຶນ ທີ່ນັບມື້ນັບກ້ວາງຂວາງ ອອກໄປຕື່ມ.
ທ່ານ ກ່າວຕື່ມວ່າ ທ່ານ ຄອງຄອຍ ການໃຫ້ສັຕຍາບັນ ການເຂົ້າເປັນສະມາຊິກ ອົງການ ການຄ້າໂລກ ຂອງລາວ, ຊຶ່ງເປັນຂັ້ນຕອນ ສຸດທ້າຍ ສໍາລັບ ປະເທດ ທີ່ເຂົ້າເປັນ ສະມາຊິກ ອົງການ ການຄ້າໂລກ ຢ່າງເຕັມທີ່.
ນອກຈາກນັ້ນ, ທ່ານ ຍັງຄອງຄອຍ ເພື່ອຕ້ອນຮັບ ສປປລາວ ໃນຖານະ ເປັນປະເທດ ທີ 158 ຂອງສະມາຊິກ ອົງການການຄ້າໂລກ ໃນອະນາຄົດ ອັນໃກ້ໆນີ້. ທ່ານ ມຸສຕາປາ ກ່າວຕື່ມວ່າ ການລົງນາມ ເມື່ອວັນທີ 26 ຕຸລາ ທີ່ອົງການການຄ້າໂລກ ຕົກລົງ ໃຫ້ລາວ ເຂົ້າຮ່ວມອົງການ ດັ່ງກ່າວ, ມັນ ເປັນການປູທາງ ສໍາລັບ ສະມາຊິກ ສຸດທ້າຍ ຂອງອາຊຽນ ທີ່ຈະກາຍເປັນສະມາຊິກ ອົງການການຄ້າໂລກ ໃນຕົ້ນປີ 2013.