ອອງຊານຊູຈິ ເຕັມໃຈ ຮັບຕໍາແໜ່ງສຸງສຸດ
2012.10.09

ມາດາມ ຊູຈີ ກ່າວວ່າ ມັນເປັນໜ້າທີ່ ທີ່ຜູ້ນໍາພັກ ສັນນິບາດ ແຫ່ງຊາດ ເພື່ອ ປະຊາທິປະໄຕ ພະມ້າ ຕ້ອງເຕັມໃຈ ທີ່ຈະເຮັດວຽກ ເປັນຜູ້ ບໍຣິຫານ ຂັ້ນສູງສຸດ ຫາກເປັນ ຄວາມຕ້ອງການ ຂອງ ປະຊາຊົນ. ການເລືອກຕັ້ງ ທົ່ວໄປ ໃນພະມ້າ ຄາວໜ້າ ແມ່ນປີ 2015.
ມາດາມ ຊູຈີ ກ່າວຕໍ່ ສື່ມວລຊົນວ່າ ທ່ານເປັນຜູ້ນໍາ ຂອງ ພັກການເມືອງ ໃນນາມ ຂອງຜູ້ນໍາ ພັກການເມືອງ ຕ້ອງມີຄວາມ ກ້າຫານພຽງພໍ ທີ່ຈະເປັນ ປະທານາທິບໍດີ ຫາກ ສິ່ງນັ້ນເປັນ ຈຸດປະສົງ ຂອງປະຊາຊົນ ມາດາມ ກໍພ້ອມທີ່ຈະ ປະຕິບັດ.
ເຖິງຢ່າງໃດກໍຕາມ ນຶ່ງໃນມາດຕຣາ ຂອງ ຣັຖທັມມະນູນ ນັ້ນ ມາດາມ ບໍ່ມີສິດ ຈະເຮັດໜ້າທີ່ ນີ້ໄດ້ ແລະນີ້ກໍເປັນນຶ່ງ ໃນຈໍານວນ ຫລາຍໆມາຕຣາ ໃນຣັຖທົມມະນູນ ທີ່ພັກ ຂອງມາດາມ ຕ້ອງການ ປ່ຽນແປງ.
ໃນການໃຫ້ສໍາພາດ ຕໍ່ອົງການ ຂ່າວ BBC ປະທານາທິບໍດີ ເຕັງເສັງ ກໍໄດ້ກ່າວວ່າ ຮັບໄດ້ ທີ່ຈະເຫັນ ມາດາມ ຊູຈີ ເປັນ ປະທານາທິບໍດີ ພະມ້າ. ທ່ານກ່າວວ່າ “ມາດາມ ຊູຈີ ຈະເປັນຜູ້ນໍາ ປະເທດຫລືບໍ່? ຂຶ້ນຢູ່ກັບ ຄວາມຕ້ອງການ ຂອງປະຊາຊົນ ຫາກປະຊາຊົນ ຍອມຮັບ ມາດາມ ຊູຈີໄດ້ ທ່ານເຕັງເສັງ ກໍຈະຍອມຮັບ ເຊັ່ນດຽວກັນ”.