ຈີນວ່າລົງທຶນຢູ່ ເກົາຫຼີເໜືອ ແມ່ນຝັນຮ້າຍ

ເກົາຫລີເໜືອ ກໍ່ກວນ ທຸຣະກິຈ ການລົງທຶນ ຂອງ ນັກລົງທຶນ ຊາວຈີນ.
ໂພໄຊສວັດ
2012.09.06

ນັກທຸຣະກິຈ ຈີນ ທີ່ຍັງເປັນ ນັກລົງທຶນ ຝ່າຍດຽວ ທີ່ຍັງເຫລືອຢູ່ໃນ ເກົາຫລີເໜືອ ໄດ້ພາກັນ ອອກປາກຈົ່ມວ່າ ການລົງທຶນ ໃນເກົາຫລີເໜືອ ເປັນຄວາມຮ້າຍ ຂອງ ນັກລົງທຶນ ເຖິງວ່າ ນັກທຸຣະກິຈ ຈີນ ຢາກຈະຊ່ວຍເຫລືອ ປົວແປງ ລະບົບເສຖກິຈ ທີ່ລົ້ມລຸກຄຸກຄານ ຂອງເກົາຫລີເໜືອ ກໍຕາມ.

ທຸຣະກິຈ ການລົງທຶນ ຂອງນັກລົງທຶນຈີນ ໃນເກົາຫລີເໜືອ ຖືກບຸກທໍາລາຍ ໂຈມຕີ ແບບບໍ່ເປັນ ປົກກະຕິ ເຖິງວ່າ ທາງການເກົາຫລີເໜືອ ຈະຮູ້ດີວ່າ ຕ້ອງໄດ້ອາສັຍ ເພິ່ງພາ ການລົງທຶນຈາກຈີນ ກໍຕາມ ຈົນຜູ້ນໍາໜຸ່ມ Kim Jong-un ຕ້ອງການຢາກໄປ ຢ້ຽມຢາມ ປະເທດຈີນ ເພື່ອຮ້ອງຂໍ ຄວາມຊ່ວຍເຫລືອ ໃຫ້ຈີນ ມາເພີ້ມການລົງທຶນ.

ບໍລິສັດແຮ່ທາດ ແລະ ຜລິດເຫລັກຂອງຈີນ ກຸ່ມລົງທຶນ ຊີຢາງ ໄດ້ອອກປາກວ່າ ການລົງທຶນ ຜລິດຝຸ່ນເຫລັກ ຂອງຕົນ ໃນເກົາຫລີເໜືອ ແມ່ນເຣື່ອງຝັນຮ້າຍ ຍ້ອນວ່າ ທາງການເກົາຫລີເໜືອ ບໍ່ນັບຖື ກົດໝາຍການຄ້າ ຂອງຕົນເອງເລີຍ.

ກຸ່ມລົງທຶນ ຊີຢາງ ບອກກັບອົງການ ຂ່າວຣອຍເຕີ້ ຫັລງຈາກທີ່ ທາງການເກົາຫລີເໜືອ ໄດ້ຖແລງວ່າ ຖືກຈີນຕົ້ມ ຍ້ອນເຫັນວ່າ ຈີນລົງທຶນ ໃນເກົາຫລີເໜືອ ຍ້ອນເຫດຜົນ ດ້ານພູມີສາດ ການເມືອງ.

ນອກຈາກນີ້ ກຸ່ມລົງທຶນ ຊີຢາງ ກໍຍັງຈົ່ມອີກວ່າ ທາງການຈີນເອງ ກໍບໍ່ໄດ້ ໃຫ້ການສນັບສນູນ ຊ່ວຍເຫລືອຫຍັງເລີຍ ຫລັງຈາກຖືກ ເອົາລັດເອົາປຽບ ໂດຍທາງຝ່າຍ ເກົາຫລີເໜືອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.