ຄອບຄົວຜູ້ນໍາຈີນ ເຊື່ອງຊັພນອກປະເທດ
2012.10.26
ຫນັງສືພີມ ນີວຢອກທາມສ໌ ຣາຍງານວ່າ ຄອບຄົວ ແລະຍາດພີ່ນ້ອງ ຂອງນາຍົກຣັຖມົນຕຣີ ຈີນ ທ່ານ ເວັນເຈັຽບາວ ໄດ້ລົງທຶນ ໃນສີນຊັພ ປະເພດຕ່າງໆ ຢູ່ຕ່າງປະເທດ ໃນມູນຄ່າ ຢ່າງນ້ອຍ 2 ພັນລ້ານໂດລາ ສະຫະຣັດ ການສືບສວນ ກ່ຽວກັບເລື້ອງ ດັ່ງກ່າວ ມີຂື້ນກ່ອນການ ປ່ຽນອຳນາດ ໃນພັກ ຄອມມຸດນິສຈີນ ທີ່ຈະມີຂື້ນ ໃນ ອະນາຄົດ ອັນໃກ້ໆນີ້.
ຫນັງສືພີມ ນີວຢອກທາມສ໌ ຣາຍງານຕໍ່ໄປວ່າ ຍາດພີ່ນ້ອງຂອງ ທ່ານ ເວັນເຈັຽ ບາວ ນາຍົກຣັຖມົນຕຣີ ຜູ້ທີ່ຈະຖືກປ່ຽນ ອອກຈາກຫນ້າທີ່ ໃນການປ່ຽນຜູ້ນຳ ຈີນ ໃນເດືອນ ຫນ້າ ຫລາຍຄົນ ມີຄວາມລ້ຳລວຍ ຢ່າງມະຫາສານ ໃນຊ່ວງທີ່ທ່ານ ເປັນນາຍົກ ຣັຖມົນຕຣີ.
ການລົງທຶນ ຂອງຍາຕພີ່ນ້ອງ ແລະ ຄອບຄົວຂອງທ່ານ ເວັນເຈັຽບາວ ໃນຕ່າງປະເທດ ເລີ້ມຈາກ ທຸຣະກິດ ທະນາຄານ ເຄື່ອງເອ້ ປະເພດເພັດພອຍ ສະຖານທີ່ ຕາກອາກາດ ບໍຣິສັດ ໂທລະ ຄົມມະນາຄົມ ແລະໂຄງການ ກໍ່ສ້າງ ໂຄງຮ່າງພື້ນຖານ ປະເພດຕ່າງໆ ຊື່ງຜູ້ເປັນເຈົ້າຂອງ ຈະເຊື່ອງໃວ້ໃນ ບັນຊີການລົງທືນ ຢູ່ຕ່າງປະເທດ ແບບລຶກລັບ ຊັບຊ້ອນ ຍາກໃນການສືບຫາ ຮ່ອງຮອຍ.
ຣາຍງານດ່ັງກ່າວ ສ້າງຄວາມ ອັບອາຍ ໃຫ້ແກ່ທ່ານ ເວັນເຈັຽບາວ ຜູ້່ທີ່ມີສັນຍານາມ ວ່າເປັນຜູ້ນຳ ທີ່ມາຈາກຄອບຄົວ ທຸກຍາກ ແລະ ເປັນນັກປະຕິຮູບ ຕ້ານການສໍ້ຣາສ ບັງຫລວງ ໃນພັກຄອມມຸນີດ ຈີນ ເປັນຂ່າວທີ່ ສ້າງຄວາມຄຽດແຄ້ນ ໃຫ້ແກ່ຄົນຈີນ ໂດຍທົ່ວໄປ.
ຫລັງຈາກອອກຂ່າວ ເຄືອຂ່າຍອິນເຕີແນັດ ຂອງ ຫນັງສືພີມ ນີວຢອກທາມສ໌ ໃນຈີນ ກໍຖືກປິດ ແລະຖືກກີດກັ້ນ ບໍ່ໃຫ້ປະຊາຊົນ ສາມາດ ເຂົ້າເບີ່ງໄດ້.