ໜໍ່ຄໍາຂື້ນສານຈີນ ອາຈຖືກໂທດປະຫານ
2012.09.20
ທ້າວ Naw Kham ເຈົ້າພໍ່ແກ້ງ ຄ້າຍາເສພຕິດ ປະກອບອາວຸດ ທີ່ໂດ່ງດັງ ໃນເຂດຜລິດ ຢາເສພຕິດ ແຫລ່ງຕົ້ນຕໍ ໃນເອເຊັຽ ຕາເວັນອອກ ສ່ຽງໃຕ້.
ແຕ່ໃນຍຸກ ທີ່ເລື່ອງລື ຂອງໜໍ່ຄໍາ ໃນເຂດ ແມ່ນໍ້າຂອງ ຊາຍແດນຈີນ ພະມ້າ ລາວ ໄດ້ຈົບລົງ ໃນຕົ້ນປີນີ້ ດ້ວຍການປະຕິບັດ ງານຮ່ວມຂອງ ຕໍາຣວດ. ທ້າວ ໜໍ່ຄໍາ ຖືກຈັບ ພ້ອມກັບວົງການຄ້າ ຢາເສພຕິດ ຂອງເຂົາ ໄດ້ຖືກບຸກເຂົ້າ ກວດຄົ້ນ ຢູ່ເຂດດິນລາວ ໃນເດືອນເມສາ ຜ່ານມາ. ຫລັງຈາກນັ້ນ ທ້າວໜໍ່ຄໍາ ແລະ ລູກນ້ອງອີກ 5 ຄົນ ກໍຖືກຈັບ ສົ່ງໄປຈີນ ໃນຄະດີຂໍ້ຫາ ຂ້າຄົນຕາຍ ຄ້າຢາເສພຕິດ ລັກພາຕົວ ແລະ ປຸ້ນຈີ້ເຮືອ ໃນເຂດ ແມ່ນໍ້າຂອງ ແລະ ອາຈຖືກໂທດ ປະຫານຊີວິດ ຫາກສານພົບວ່າ ມີຄວາມຜິດ.
ທ່ານ Liu Yuejin ຫົວໜ້າ ທີມຕໍາຣວດຈີນ ທີ່ຕັ້ງຂຶ້ນເພື່ອ ສືບສວນສອບສວນ ໃນຄະດີນີ້ ເວົ້າວ່າ ຈີນ ມີສິດອໍານາດ ໃນການ ດໍາເນີນຄະດີ ເພາະການກໍ່ ອາສຍາກັມ ເກີດຂຶ້ນ ໃນເຮືອຂອງຈີນ ແລະຜູ້ຕາຍ ກໍເປັນຄົນຈີນ. ທ່ານວ່າ ເບື້ອງຕົນ ພະມ້າແລະໄທ ຕ້ອງການ ດໍາເນີນຄະດີນີ້. ໜໍ່ຄໍາ ເປັນຄົນ ຈາກພະມ້າ ບ່ອນເກີດເຫດ ແມ່ນຢູ່ໄທ ແຕ່ຫລັງຈາກ ການເຈຣະຈາ ກໍຕົກລົງກັນ ໃຫ້ດໍາເນີນຄະດີ ໄດ້ຢູ່ຈີນ.
ຜູ້ທີ່ເຂົ້າມາໃຫ້ ປາກຄໍາຕໍ່ສານ ກໍຈະມີທັງ ນາຍຕໍາຣວດ ຈາກໄທແລະລາວ ຕໍາຣວດເວົ້າວ່າ ໃນຣະຫວ່າງການ ສອບປາກຄໍາ ໜໍ່ຄໍາ ໃຫ້ການຮັບ ສາຣະພາບ ຜິດ. ທ້າວ ໜໍ່ຄໍາ ບອກວ່າ ຮູ້ສຶກຜິດ ໃນສິ່ງທີ່ໄດ້ ເຮັດໄປນັ້ນ ແລະ ເສັຽໃຈນໍາລູກເຮືອ ຊາວຈີນ.