ພະມ້າຍັງຕ້ອງການ ພາຍນອກຊ່ວຍຊຸກຍູ້

ມາດາມ ອອງຊານຊູຈິ ຮຽກຮ້ອງ ໃຫ້ນາໆຊາດ ຊ່ວຍໃຫ້ ພະມ້າ ເຂົ້າເຖິງ ຣະບອບ ປະຊາທິປະໄຕ ຈົນສໍາເຣັດ.
ໂພໄຊສວັດ
2012.09.24

ມາດາມ ອອງຊານຊູຈິ ຕັ້ງຄວາມຫວັງວ່າ ປະເທດພະມ້າ ຈະສາມາດ ຟັນຜ່າ ອຸປສັກ ຈົນເຂົ້າເຖິງ ຣະບອບ ປະຊາທິປະໄຕ ໄດ້ສໍາເຣັດ ແລະ ກາຍເປັນ ປະເທດ ແຫ່ງ ຄວາມຫວັງໄດ້.
ມາດາມ ອອງຊານຊູຈິ ໄດ້ກ່າວປາໄສ ຢູ່ Queen College ໃນມະຫານະຄອນ ນິວຢ໊ອກ ວ່າ: ຍານາງມາມື້ນີ້ ເພື່ອຂອບໃຈ ທຸກໆຄົນ ແລະ ຮຽກຮ້ອງໃຫ້ ທຸກໆຄົນ ຢູ່ກັບ ຊາວພະມ້າຕໍ່ໄປ ຈົນກວ່າພວກຂະເຈົ້າ ຈະສາມາດ ເດີນທາງໄປເຖິງ ຈຸດໝາຍ ແຫ່ງ ປະຊາທິປະໄຕ ແລະໄປເຖິງຈຸດທີ່ ຊາວພະມ້າ ຈະສາມາດ ຊ່ວຍເຫລືອ ຜູ້ອື່ນ ໃນກໍຣະນີ ດຽວກັນນີ້ໄດ້”.

ມາດາມ ອອງຊານຊູຈີ ກ່າວອີກວ່າ ທ່ານໄຝ່ຝັນ ຢາກເຫັນພະມ້າ ເປັນປະເທດ ທີ່ເຄີຍເປັນມາ ແຕ່ຄາວກ່ອນ ແລະ ເປັນປະເທດ ແຫ່ງຄວາມຫວັງ. ປັດຈຸບັນ ພະມ້າ ຍັງຢູ່ ໄກຈາກເປົ້າໝາຍ ປະຊາທິປະໄຕ ທີ່ແທ້ຈິງ ເຖິງວ່າຈະມີການ ປ່ຽນແປງ ແດ່ເລັກນ້ອຍແລ້ວ ກໍຕາມ ແຕ່ກໍຍັງບໍ່ມີການ ປ່ຽນແປງ ໃນສີ່ງທີ່ຈໍາເປັນ ເພື່ອຈະກ້າວສູ່ ສັງຄົມ ປະຊາທິປະໄຕ ທີ່ແທ້ຈິງ ແຕ່ວ່າກໍມີ ການປ່ຽນແປງ”.

ມາດາມກ່າວ ປຽບທຽບວ່າ ເມື່ອ 2 ປີກ່ອນ ໄດ້ມີໜັງສືພິມ ພຽງແຕ່ 2 ສະບັບ ທີ່ເປັນກະບອກສຽງ ຂອງທາງການ ປັດຈຸບັນ ມີໜັງສືພິມ ວາຣະສານ ແລະອື່ນໆ ຫລາຍຂຶ້ນ. ເຖິງຢ່າງໃດ ກໍຕາມ ພະມ້າ ຍັງຕ້ອງການ ຄວາມຊ່ວຍເຫລືອ ຈາກຕ່າງປະເທດ ເພື່ອບັນລຸເຖີງ ຣະບອບ ປະຊາທິປະໄຕ ຢ່າງແທ້ຈິງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.