ມ.ອອງຊານຊູຈິ ຮອດວໍຊິງຕ່ັນ ດີ ຊີ

ມາດາມ ອອງຊານຊູຈິ ຫົວໜ້າພັກ ຝ່າຍຄ້ານ ພະມ້າ ເດີນທາງ ມາເຖິງ ນະຄອນຫລວງ ວໍຊິງຕັນ ດີ ຊີ ສະຫະຣັຖ ອະເມຣິກາ ແລ້ວ.
ອະວາຣີ
2012.09.19
F-Suu-kyi-RFA3 ມາດາມ ອອງຊານຊູຈິ ກໍາລັງກ່າວ ຕໍ່ນັກຂ່າວຂອງ ເອເຊັຍເສຣີ ໃນວັນທີ່ ທ່ານ ຢ້ຽມຢາມ ສໍານັກງານໃຫຍ່ ໃນວໍຊິງຕັນ ດີ ຊີ. ດ້ານຂວາມື ຍານາງ ລີບີ ລີວ ປະທານ ສະຖານີ ວິທຍຸ ເອເຊັຍເສຣີ
RFA/Kayasith

ໃນວັນອັງຄານ ມາດາມ ໄດ້ພົບປະຫາລືກັບ ຍານາງ Hillary Clinton ຣັຖມົນຕຣີ ກະຊວງ ຕ່າງປະເທດ ສະຫະຣັຖ. ມາດາມ ອອງຊານຊູຈິ ກ່າວຢູ່ ສະຖາບັນ ສັນຕິພາບວ່າ:

“ສຳຣັບ ຂ້າພະເຈົ້າ ແລ້ວ ຂ້າພະເຈົ້າ ບໍ່ຄິດວ່າ ພວກເຮົາ ຈຳເປັນຕ້ອງອາໄສ ແຕ່ການລົງໂທດ ທາງດ້ານເສຖກິດ ໂດຍທີ່ບໍ່ຈຳເປັນ ເພາະວ່ານາງຢາກ ໃຫ້ປະຊາຊົນ ພະມ້າ ມີຄວາມຮັບຜິດຊອບ ໃນຊະຕາກັມ ຂອງຕົນເອງ ແລະ ບໍ່ຈຳເປັນຕ້ອງອາໄສ ແຕ່ການຊ່ວຍເຫລືອ ຈາກຕ່າງປະເທດ.”

ສ່ວນມາດາມ Clinton ກ່າວວ່າ ນັກໂທດການເມືອງ ໃນພະມ້າ ຍັງຖືກກັກຂັງຢູ່ ແລະ ການໃຊ້ກຳລັງ ຮຸນແຮງຣະຫວ່າງ ຊົນເຜົ່າ ກໍຍັງມີຢູ່ ແລະ ບັນຫາເຫລົ່ານີ້ ຈະເປັນ ອຸປສັກ ຕໍ່ການສ້າງຄວາມ ຖືກຕ້ອງ ປອງດອງຊາດ ຄວາມໝັ້ນຄົງ ແລະ ສັນຕິພາບ ໃນພະມ້າ.

ມາດາມ ອອງຊານຊູຈິ ຈະຢ້ຽມຢາມ ສະຫະຣັຖ ເປັນເວລາທັງໝົດ 2 ອາທິດ ທ່ານຄາດວ່າ ຈະໄດ້ຮັບຣາງວັນ ອັນມີກຽດສູງສຸດ ຈາກຣັຖສະພາ ສະຫະຣັຖ ແລະ ຈະໄດ້ພົບ ປະທານາທິບໍດີ ບາຣັກ ໂອບາມາ.

ມາດາມ ອອງຊານຊູຈິ ເປັນຫົວໜ້າພັກ ສັນນິບາດ ແຫ່ງຊາດ ເພື່ອ ປະຊາທິປະໄຕ ໃນພະມ້າ ທ່ານຖືກຈຳຄຸກ ເປັນເວລາຫລາຍປີ ແລະຖືກກັກຂັງ ບໍຣິເວນ ເປັນເວລາກວ່າ 15 ປີ ໃນຣະຍະ 20 ປີທີ່ຜ່ານມາ ແຕ່ຖືກປ່ອຍຕົວ ເມື່ອປີກ່ອນ ຫລັງຈາກຜູ້ນຳ ພະມ້າ ຊຸດໃໝ່ເລິ້ມ ປະຕິຮູບ ການປົກຄອງໄປສູ່ ປະຊາທິປະໄຕ.

ເມື່ອຕົ້ນປີນີ້ ພັກຂອງທ່ານ ລົງສມັກ ເລືອກຕັ້ງສ້ອມ ແລະໄດ້ຮັບ ສຽງສນັບສນູນ ຢ່າງຖ້ວມລົ້ນ. ສະມາຊິກ ສະພາຕ່ຳ ພະມ້າ ຄືຕໍາແໜ່ງ ທີ່ມາດາມ ອອງຊານຊູຈິ ໄດ້ຮັບ ແລະ ກໍເປັນຫົວໜ້າ ພັກຝ່າຍຄ້ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.