ຊາວພະມ້າເດີນຂະບວນ ຕ້ານການພັທນາບໍ່ແຮ່

ປະຊາຊົນ ຊາວພະມ້າ ກວ່າ 1,000 ຄົນ ຈາກ 12 ໝູ່ບ້ານ ໃນເຂຕ ຕາເວັນຕົກ ສ່ຽງເໜືອ ຂອງ ປະເທສ ພາກັນ ປະທ້ວງ ແບບທີ່ ບໍ່ຄາດຄິດ ມາກ່ອນ.
ຫວາດ ສີມູນ
2012.08.23

ໃນມື້ວັນພຸທ ທີ່ຜ່ານມາ ຊາວບ້ານ ໃນພະມ້າ ບໍ່ພໍໃຈ ທີ່ຖືກບັງຄັບ ໃຫ້ໂຍກຍ້າຍ ອອກຈາກພື້ນທີ່ ເພື່ອໂຄງກາຣ ຂຍາຍຂຸດຄົ້ນ ບໍ່ທອງແດງ ທີ່ທາງ ບໍຣິສັທຈີນ ມີຫຸ້ນສ່ວນ ນຳນັ້ນ ແລະ ກໍໃຫ້ຄ່າຊົດເຊີຍ ໃນອັຕຣາຕໍ່າ ຂາດມາຕຖານ.

ຜູ້ນຳຊາວບ້ານ ໄດ້ແຈ້ງຕໍ່ ເອເຊັຽເສຣີ ແຜນກພາສາ ພະມ້າ ໃນມື້ວັນພຸທ ຜ່ານມານີ້ວ່າ ພວກຕົນໄດ້ ພາກັນຍ່າງ ໃນຣະຍະທາງ ກວ່າ 5 ກິໂລແມ໊ຕ ຈາກເຂຕຕີນພູ Letpadaung ບ່ອນທີ່ມີກຳໜົດ ຈະບຸກເບີຄ ກາຣຂຸດຄົ້ນ ໄປຍັງເມືອງ Salingyi ເພື່ອຮຽກຮ້ອງ ຂໍຄວາມເປັນທັມ ແລະ ບໍ່ໃຫ້ມີກາຣ ລົງມືຂຸດຄົ້ນ ໃນເຂຕພື້ນທີ່ ກວ້າງກວ່າ 3,230 ເຮັກຕ໊າຣ໌ ດັ່ງກ່າວນັ້ນ ແຕ່ຢ່າງໃດ.

ຄນະປະທ້ວງ ຢືນຢັນວ່າ ກຸ່ມຜູ້ລົງທຶນ ໃນໂຄງກາຣ ຂຸດຄົ້ນບໍ່ແຮ່ Wanbao ທີ່ໄດ້ຮັບ ສັມປະທານ ພາຍໃຕ້ຄວາມຮ່ວມມື ຂອງ ກະຊວງບໍ່ແຮ່ ທີ່ເປັນບໍຣິສັທ ຣັຖວິສາຫະກິຈ ຂອງ ກອງທັພພະມ້າ ນັ້ນຍັງບໍ່ໄດ້ ເປີດເຜີຍ ຜົລກາຣສຳຣວຈ ດ້ານຜົລກະທົບ ຕໍ່ສິ່ງແວດລ້ອມ ແຕ່ຢ່າງໃດເລີຍ ຈື່ງເຮັດໃຫ້ເຂົາເຈົ້າ ເປັນຫ່ວງ ເພາະພື້ນທີ່ ແລະ ແມ່ນ້ຳລຳທານຕ່າງໆ ກໍຈະເກີດ ມົລພິສ ຈາກ ສາຣເຄມີ ແລະ ເກີດມີນ້ຳເສັຍ ໄປຕາມພື້ນທີ່ ໃນທາງໃຕ້ນ້ຳ.

ໃນຂນະທີ່ ປະຊາຊົນ ໄດ້ພາກັນເຄື່ອນຍ້າຍ ໄປຕາມເສັ້ນທາງ ໃກ້ກັບເມືອງ Duhtaut ກໍມີເຈົ້າໜ້າທີ່ ເຂົ້າມາສກັດກັ້ນ ບໍ່ໃຫ້ເດີນທາງ ຕໍ່ໄປ ພ້ອມກັບໄດ້ ເຊື້ອເຊີນ ຜູ້ນຳພາຄນະ ໄປຫາຣືກັນ ເພື່ອຫາວິທີ ແກ້ໄຂບັນຫາ ກາຣຂັດແຍ່ງ ດັ່ງກ່າວນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.