ຊູຈິໄດ້ຮັບກຽດ ໃນອັງກິດ
2012.06.21

ໂດຍການຖືກ ເຊື້ອເຊີນ ໃຫ້ໄປຮັບ "ດຸສດີບັນດິຕ ກິຕຕິມະສັກ" ທີ່ ມະຫາວິທຍາລັຍ Oxford ທີ່ມີຊື່ສຽງ ຂອງອັງກິດ ໃນວັນທີ່ 20 ມິຖຸນາ 2012 ນີ້ ຢ່າງເປັນ ທາງກາຣ. ໃນຄໍາ ປາຖະກະຖາ ຍານາງ ໃນກ່າວວ່າ:
"ຂ້າພະເຈົ້າ ໃຊ້ຊີວີຕ ແບບຢູ່ດີ ກິນດີ ມາຕລອດ ແລະ ກາຣໃຊ້ຊີວີຕ ດັ່ງກ່າວ ກໍໄດ້ເຮັດໃຫ້ ຂ້າພະເຈົ້າ ຮຽນຮູ້ ແລະ ເຂົ້າໃຈດີ ເຖີງຄວາມຕ້ອງກາຣ ຂອງບັນດາ ເຍົາວະຊົນ ໜຸ່ມ ນ້ອຍ ຊາວພະມ້າ ຫລາຍຂຶ້ນ ໂດຽສະເພາະ ສິ່ງທີ່ເຂົາເຈົ້າ ຕ້ອງກາຣ ຫລາຍທີ່ສຸດ ນັ້ນກໍແມ່ນ ກາຣຢູ່ດີ ກິນດີ ຊຶ່ງເປັນສິ່ງທີ່ ເຂົາເຈົ້າ ບໍ່ເຄີຽ ມີໂອກາສ ທີ່ຈະໄດ້ຮັບ ໃນແຕ່ກ່ອນ ແຕ່ຢ່າງໃດ".
Mme Aung San Suu-kyi ໄດ້ເນັ້ນວ່າ ສິ່ງສໍາຄັນ ທີ່ສຸດ ທີ່ຍານາງ ໄດ້ຮຽນຮູ້ ຢູ່ທີ່ ມະຫາວິທຍາລັຍ Oxford ດັ່ງກ່າວ ກໍແມ່ນ ກາຣນັບຖື ມວລມະນຸສຊາຕ ທີ່ມີຄວາມ ສີວິໄລ ແລະ ກໍເປັນສິ່ງດຽວ ກັນນັ້ນ ທີ່ຊ່ວຍ ຍານາງ ໃນກາຣ ດຳຣົງ ຊີວີຕ ປະຈຳວັນ.
Mme Aung San Suu-kyi ເຄີຽໄດ້ຮັບ ກາຣສຶກສາ ຈາກ ມະຫາວິທຍາລັຍ Oxford ແຫ່ງນີ້ ໃນປີ 1964 ຫາ 1967 ແລະ ກໍເຄີຽມີ ຄອບຄົວ ຢູ່ໃນປະເທສ ອັງກິດ ກັບສາມີ ມື້ລາງ ທ່ານ Michael Aris ທີ່ເສັຽຊີວີຕ ຍ້ອນໂຣຄ ມະເຮັງ ໃນປີ 1999 ແລະຍັງມີ ລູກຊາຍ ອີກສອງຄົນ.