ບັນຫາໃນທະເລຈີນໃຕ້

ມາດາມ Clinton ຕ້ອງການ ຢາກໃຫ້ຈີນ ເຫັນສອດຄ່ອງກັນ ກ່ຽວກັບ ໃນບັນຫາ ທະເລຈີນໃຕ້.
ໂພໄຊສວັດ
2012.09.05


ກົດຟັງສຽງ

ຣັຖມົນຕຣີ ກະຊວງການ ຕ່າງປະເທດ ສະຫະຣັຖ ຍານາງ Hillary Clinton ປັດຈຸບັນ ຢູ່ກຸງປັກກິ່ງ ເພື່ອກົດດັນ ໃຫ້ຈີນ ຕົກລົງ ແກ້ໄຂ ບັນຫາ ຄວາມຂັດແຍ່ງ ກັບປະເທດ ເພື່ອນບ້ານນ້ອຍໆ ໃນທະເລຈີນໃຕ້ ໂດຍສັນຕິວິທີ.

ມາດາມ Clinton ໄດ້ພົບພໍ້ກັບ ຣັຖມົນຕຣີ ກະຊວງການ ຕ່າງປະເທດຈີນ ທ່ານ ຢັງຈີຊີ ໃນແລງ ວັນອັງຄານ ຫລັງຈາກ ທີ່ໄດ້ເດີນທາງ ມາຈາກ ອິນໂດເນເຊັຍ. ຢູ່ ອິນໂດເນເຊັຍ ຍານາງ Clinton ໄດ້ຮຽກຮ້ອງໃຫ້ ປະເທດໃນ ກຸ່ມອາຊຽນ ປຸ້ມລຸມ ເປັນອັນນຶ່ງ ອັນດຽວກັນ ໃນການປະເຊີນໜ້າ ກັບຈີນ ເພື່ອເຮັດໃຫ້ ສະພາບ ຄວາມເຄັ່ງຕຶງ ໃນທະເລຈີນໃຕ້ ຜ່ອນຄາຍລົງ.

ມາດາມ Clinton ຈະໄດ້ພົບພໍ້ ກັບເຈົ້າໜ້າທີ່ ລະດັບສູງ ຂອງຈີນຫລາຍຄົນ ໃນມື້ ວັນພຸດນີ້ ຮວມທັງ ປະທານ ປະເທດ Hu Jintao ແລະ ທີ່ປຶກສາ ແຫ່ງຣັຖ ທ່ານ Dai Bingguo. ສະຫະຣັຖ ຢາກໃຫ້ຈີນ ແລະ ປະເທດອື່ນໆ ທີ່ເປັນ ຄູ່ອ້າງສິດທິ ເຂດນໍ້າແດນດິນ ໃນທະເລຈີນໃຕ້ ຫາວິທີ ຮ່າງກົດເກນ ລະບຽບວິໄນ ທີ່ຜູກມັດ ໃນພູມີພາກ ແລະ ພຍາຍາມ ຫາທາງແກ້ໄຂ ບັນຫາຂັດແຍ່ງ ຍາດຊິງ ທາງທະເລ ໂດຍປາສຈາກ ການທ້າທາຍ ນາບຂູ່ ກົດດັນ ຊຶ່ງກັນແລະກັນ ແລະ ຫລີກລ້ຽງ ການໃຊ້ກໍາລັງ ໂດຍເດັດຂາດ.

ມາດາມ Clinton ຢາກໃຫ້ຈີນ ຍົກເລີກ ວິທີ ແກ້ໄຂບັນຫາ ໂດຍການເຈຣະຈາ ລະຫວ່າງ ສອງຝ່າຍ ແຕ່ຄວນໂອບອ້ອມ ເອົາວິທີການແກ້ໄຂ ດ້ວຍກົນໄກ ທີ່ມີຫລາຍໆ ປະເທດ ຊຶ່ງປະເທດນ້ອຍໆ ຂອງ ອາຊຽນ ອາດຈະມີ ໂອກາດໄດ້ ເຂົ້າຮ່ວມນໍາ. ຍານາງ Clinton ຮຽກຮ້ອງ ໃຫ້ທຸກຝ່າຍ ພຍາຍາມ ຊອກຫາ ຄວາມຄືບໜ້າ ຢ່າງຈິງຈັງ ໃຫ້ໄດ້ ພາຍໃນ ເດືອນ ພຶສຈິກາ 2012 ໃນກອງປະຊຸມ ສຸດຍອດ ຂອງຜູ້ນໍາ ເອເຊັຍ ຕາເວັນອອກ ຊຶ່ງ ປະທານາທິບໍດີ ບາຣັກ ໂອບາມາ ມີໂຄງການ ຈະມາຮ່ວມ ຢູ່ ກໍາພູຊາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.