ຈີນຈະດໍາເນີນການ ລົງໂທດໂບຊີລ່າຍ

ທ່ານ ໂບຊີລ່າຍ ທີ່ມີຄວາມຫວັງ ຈະຂື້ນເປັນ ຜູ້ນຳຈີນ ຄົນໃໝ່ ໄດ້ຖືກໄລ່ ອອກຈາກ ສະມາຊິກ ສະພາ ປະຊາຊົນຈີນ ຊື່ງ ທ່ານກໍຈະບໍ່ ມີສິດ ພິເສດ ຫຍັງອີກ ຕໍ່ໄປ ແລະ ອາດຈະຖືກ ຟ້ອງສານ ໃນຄະດີ ອັນຮ້າຍແຮງ.
ອະວາຣີ
2012.10.26

ແຕ່ກ່ອນ ທ່ານໂບຊີລ່າຍ ເປັນກັມມະການ ກົມການເມືອງ ສູນກາງພັກ ຄອມມຸຍນິສຈີນ ເປັນ ເລຂາທິການພັກ ແລະ ເຈົ້າຄອງເມືອງຈ່ອງກິ່ງ ໃນພາກ ຕາເວັນຕົກສ່ຽງໃຕ້ ຂອງຈີນ. ເມື່ອປີກາຍ ນັກຊ່ຽວຊານ ການເມືອງໃນຈີນ ຄາດວ່າ ທ່ານໂບຊີລ່າຍ ຈະໄດ້ຂື້ນເປັນ ຜູ້ນຳ ທີ່ສຳຄົນຄົນນຶ່ງ ຂອງຈີນ ແຕ່ໃນເດືອນກ່ອນ ພັລຍາຂອງທ່ານ ໂບຊີລ່າຍ ຖືກຈັບດຳເນີນ ຄະດີຄາຕກັມ ນັກທຸຣະກິດ ຊາວອັງກິດ ແລະຖືກຕັດສິນ ຈຳຄຸກຕລອດຊີວິດ. ໃນຂນະດຽວກັນ ພັກຄອມມຸຍນິສຈີນ ກໍໄລ່ທ່ານ ໂບຊີລ່າຍ ອອກຈາກຕຳແໜ່ງ ທັງໝົດ ນອກຈາກຕຳແໜ່ງ ສະມາຊິກ ສະພາ ປະຊາຊົນຈີນ. ແຕ່ເມື່ອ ຄນະປະຈຳສະພາ ປະຊຸມກັນ ເມື່ອວັນພຣະຫັດ ຈື່ງໄດ້ຕົກລົງໄລ່ ທ່ານ ໂບຊີລ່າຍ ອອກຈາກສະພາ.

ໃນເມື່ອຖືກໄລ່ອອກ ຈາກສະພາ ທ່ານໂບຊີລ່າຍ ກໍບໍ່ມີສິດ ປົກປ້ອງແນວໃດ ອັຍການ ກໍຈະສາມາດ ຟ້ອງ ທ່ານໂບຊີລ່າຍ ໄດ້ໃນຄະດີ ໃຊ້ອຳນາດ ເກີນຂອບເຂດ ຮັບເງິນ ສິນບົນ ແລະ ມົ້ວສຸມນາຣີ ທີ່ເຫັນວ່າບໍ່ ເໝາະສົມ.

ຄນະຜູ້ນຳຈີນ ຊຸດປັດຈຸບັນ ຈະປະຊຸມປຶກສາ ຫາລືກັນເພື່ອ ເລືອກເອົາ ຄນະນຳຊຸດໃໝ່ ໃນວັນທີ່ 8 ພຶສຈິກາ 2012. ທ່ານ ຊີຈິ່ນພິ່ງ ປັດຈຸບັນ ເປັນຮອງ ປະທານປະເທດ ຄາດວ່າຈະຂື້ນ ເປັນປະທານປະເທດ ແລະ ຜູ້ນຳພັກ ຄອມມຸຍນິສຈີນ ຄົນໃໝ່ ສ່ວນ ທ່ານ ຮູ່ຈິ່ນຕ່າວ ປະທານປະເທດ ແລະ ທ່ານເວັນເຈັ່ຍປ່າວ ນາຍົກຣັຖມົນຕຣີ ປັດຈຸບັນ ກໍອາຈພົ້ນ ຕຳແໜ່ງໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.