ໃນມື້ວັນພຸດ ນີ້ ຈີນ ແລະ ອາຊຽນ ບໍ່ມີຄວາມ ຄືບໜ້າ ໃນການຕົກລົງ ວາງແບບແຜນ ວາງລະບຽບການ ເພື່ອຜ່ອນຄາຍ ຄວາມຕຶງຄຽດ ໃນທະເລ ຈີນໃຕ້. ທັງສອງຝ່າຍ ມີກໍານົດ ພົບພໍ້ ປຶກສາ ຫາລືກັນ ໃນກອງປະຊຸມ ສຸດຍອດ 10 ປະເທດ ສະມາຊິກ ອາຊຽນ ໃນ ກັມພູຊາ ຖ້າມກາງ ບັນຫາ ແຕກແຍກ ບໍ່ລົງລອຍກັນ ກ່ຽວກັບວ່າ ແບບແຜນ ແລະລະບຽບ ການຫຍັງ ຈະຕ້ອງໄດ້ ນໍາເອົາ ເຂົ້າມາໃສ່ໄວ້ ແລະ ຈະຖືກນໍາເອົາ ມາດໍາເນີນການ ໃຊ້ຈັ່ງໃດ.
ຖແລງການຮ່ວມ ທີ່ ຂອງຄນະຣັຖມົນຕຣີ ກະຊວງການ ຕ່າງປະເທດ ອາຊຽນ ຈະເປີດເຜີຍ ອອກມາ ກໍຍັງຄ້າງຄາ ຢູ່ຍ້ອນ ບໍ່ສາມາດ ຕັດສິນໃຈ ໄດ້ວ່າ ຈະຮ່ວມປະເດັນ ກ່ຽວກັບ ບັນຫາ ຂັດແຍ່ງ ກ່ຽວກັບ ທະເລຈີນໃຕ້ ລະຫວ່າງ ຈີນ ກັບວຽດນາມ ແລະ ຟິນລິບປິນ ຫລືບໍ່.
ນັກການທູດ ອາຊຽນ ຜູ້ບໍ່ປະສົງ ອອກຊື່ ບອກກັບ ອົງການຂ່າວ AFP ວ່າຄນະຣັຖມົນຕຣີ ກະຊວງການ ຕ່າງປະເທດ ອາຊຽນ ກໍາລັງ ປຶກສາຫາລືກັນ ໃນ ກອງປະຊຸມ ສຸກເສີນ ເພື່ອຕົກລົງ ໃນການໃຊ້ ຖ້ອຍຄໍາ ໃນຖແລງການຮ່ວມ ທີ່ພົວພັນ ກັບ ທະເລຈີນ ໃຕ້ຢູ່.
ນັກການທູດ ອາຊຽນ ອີກຜູ້ນຶ່ງ ເຫັນວ່າມີ ບັນຫາ ແຕກແຍກກັນ ໃນອາຊຽນ ໂດຍສະເພາະ ລະຫວ່າງ ຟິນລິບປິນ ແລະ ປະທານ ກອງປະຊຸມ ກັມພູຊາ ກ່ຽວກັບ ທະເລຈີນ ໃຕ້.