ພະມ້າປະຕິຮູບ ການປົກຄອງ
2012.09.05
ກົດຟັງສຽງ
ຣັຖສະພາພະມ້າ ຮັບຜ່ານຂໍ້ສເນີ ຂອງທ່ານ ເທນ ເຊນ ປະທານາທິບໍດີ ພະມ້າ ກ່ຽວກັບ ການປະຕິຮູບ ກະຊວງຕ່າງໆ ໂດຍເພີ່ມຂຶ້ນ ເປັນ 36 ກະຊວງ ໃນວັນອັງຄານ ນີ້ ຕາມຄໍາເວົ້າ ຂອງແຫລ່ງຂ່າວ ຣັຖສະພາ.
ການຕົກລົງ ຮັບຮອງເອົາ ຂອງຣັຖສະພາ ທີ່ວ່ານັ້ນ ແມ່ນດ້ວຍ ຄະແນນສຽງ ສ່ວນຫລາຍ, ເປັນໄປ ຕາມຄໍາສເນີ ຂອງ ປະທານາທິບໍດີ ເທນ ເຊນ ທີ່ຕ້ອງການ ປະຕິຮູບ ເພື່ອເຮັດໃຫ້ ຄນະຣັຖບານ ຂອງ ທ່ານ ບໍຣິຫານ ປະເທດ ຢ່າງມີ ປະສິດທິພາບ.
ການປະຕິຮູບ ກະຊວງ ໃຫ້ມີ 36 ກະຊວງ ຮວມທັງ 6 ກະຊວງປະຈໍາ ສໍານັກງານ ປະທານາທິບໍດີ ຄື: ກະຊວງນໍ້າເບີ 1 ຫາ ນໍ້າເບີ 6 ຊຶ່ງແຕ່ລະ ກະຊວງ ມີຣັຖມົນຕຣີ ຜູ້ນຶ່ງ ຮັບຜິດຊອບ. ເມື່ອກ່ອນ ຕອນຣັຖບານໃໝ່ ເຂົ້າບໍຣິຫານ ປະເທດ ເມື່ອ ວັນທີ 30 ມິນາ 2011 ມີ 34 ກະຊວງ ແລະ ມີຣັຖມົນຕຣີ 30 ຄົນຮັບຜິດຊອບ. ໃນຄັ້ງນີ້ ໄດ້ໂຮມ ກະຊວງ ອຸດສາຫະກໍາ ນໍ້າເບີ 1 ແລະ ນໍ້າເບີ 2 ເຂົ້າ ກັນເປັນ ກະຊວງ ອຸດສາຫະກັມດຽວ ແລະ ກະຊວງ ພະລັງງານ ໄຟຟ້າ ນໍ້າເບີ 1 ແລະ ນໍ້າເບີ 2 ກໍໂຮມເຂົ້າ ກັນເປັນ ກະຊວງນຶ່ງ ຂນະທີ່ມີ ການຍຸບກະຊວງ ພັທນາ ອຸດສາຫະກັມ ແຕ່ ມາເຖິງວັນອັງຄານ ນີ້ ກໍຍັງບໍ່ທັນ ມີການປະກາດ ລາຍຊື່ກະຊວງ ຕ່າງໆ ອອກມາຕາມທີ່ ຣັຖສະພາ ໄດ້ຮັບຮອງ ເອົາຄໍາສເນີ ຂອງປະທານາທິບໍດີ ເທນ ເຊນ ນັ້ນເທື່ອ.