ພະມ້າປ່ອຍ ນັກໂທດການເມືອງ

ພວກນັກເຄື່ອນໄຫວ ປະຊາທິປະໄຕ ກ່າວວ່າ ພະມ້າ ປ່ອຍນັກໂທດ ການເມືອງ ຫລາຍສິບຄົນ ໃນວັນຈັນ ຊື່ງເປັນການ ໃຫ້ ອະພັຍໂທດ ໃນຂະນະທີ່ ປະທານາທິບໍດີ ສະຫະຣັຖ ຢ້ຽມຢາມ ພະມ້າ ຄັ້ງປວັດສາດ ອີງຕາມຣາຍງານ ຂອງແຫລ່ງຂ່າວ ເອ ແອັຟ ພີ.
ຈະເຣີນສຸກ
2012.11.19

ທ່ານ ໂຊ ທຸນ, ຜູ້ນໍາ ຂະບວນການນັກສຶກສາ ຮຸ່ນ 88, ກ່າວວ່າ ພວກນັກໂທດ ການເມືອງ 44 ຄົນ ຖືກປ່ອຍ ໃນມື້ວັນຈັນນີ້, ພ້ອມກັບ ໄດ້ຮຽກຮ້ອງ ໃຫ້ມີການປ່ອຍນັກໂທດການເມືອງທັງໝົດ ໃຫ້ເປັນອິສຣະ. ການໃຫ້ອະພັຍຍະໂທດ ດັ່ງກ່າວ ໄດ້ຮັບການຢືນຢັນ ຈາກສະມາຊິກ ອາວຸໂສ ຂອງ ພັກສັນນິບາດ ແຫ່ງຊາຕ ເພື່ອປະຊາທິປະໄຕ ຂອງຍານາງ ອັອງ ຊານ ຊູ ຈິ, ໃນຈໍານວນ ທີ່ຖືກປ່ອຍນັ້ນ, 4 ຄົນ ແມ່ນສະມາຊິກ ຂອງພັກ ສັນນິບາດ ແຫ່ງຊາຕ ເພື່ອປະຊາທິປະໄຕ.

ພະມ້າ ຖືກກົດດັນ ຢ່າງໜັກ ເພື່ອໃຫ້ປ່ອຍ ນັກໂທດການເມືອງ ທີ່ມີສຸຂພາບ ຊຸດໂຊມ ຢູ່ໃນຄຸກ, ຊຶ່ງປະຊາຄົມ ສາກົນ ໄດ້ຮຽກຮ້ອງ ໃຫ້ປ່ອຍຂະເຈົ້າເປັນອິສຣະ ເພື່ອແລກປ່ຽນກັ ສາຍສັມພັນ ທີ່ອົບອຸ່ນ. ເມື່ອວັນອາທິດ ພະມ້າ ເວົ້າວ່າ ຕົນຈະທົບທວນ ຄະດີ ນັກໂທດຕ່າງໆ ເພື່ອໃຫ້ໄດ້ ມາຕຖານ ສາກົນ ແລະ ໃຫ້ສະພາກາຊາດ ເຂົ້າໄປກວດກາ ຄຸກຂອງຕົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.