ຣັດເຊັຍວາງອໍານາດ ໃນກຸ່ມເອເປັກ
2012.09.05
ຣັດເຊັຍ ທີ່ຈະເປັນ ເຈົ້າພາບ ກອງປະຊຸມ ການຮ່ວມມື ທາງດ້ານ ເສຖກິດ ເອເຊັຍ-ແປຊີຟິກ ຫລື ເອເປັກ ໃນອາທິດນີ້ ຕ້ອງການທີ່ ຈະອ້າງສິດ ຢູ່ເຂດທີ່ ຂຍາຍຕົວ ຢ່າງໄວວາ ໃນຂນະທີ່ ເສຖກິດຢູໂຣບ ຝືດເຄືອງ ຢູ່ນີ້.
ທ່ານ Vladimir Putin ປະທານາທິບໍດີ ຣັດເຊັຍ ຈະເປັນປະທານ ກອງປະຊຸມ ສຸດຍອດ ເອເປັກ ຊຶ່ງຈະຈັດຂຶ້ນ ບໍ່ແມ່ນຢູ່ ກຸງໂມສກູ ຫຼື Saint Petersburg ແຕ່ຫາກແມ່ນ ຢູ່ Vladivostok ເມືອງທ່າກໍາປັ່ນ ທີ່ຢູ່ທາງ ພາກຕາເວັນອອກໄກ. ທ່ານຫວັງວ່າ ຣັດເຊັຍ ຈະເປັນສັນຍາລັກ ຂອງຖານະປະເທດ ທີ່ມີອໍານາດໃຫຍ່ ຢູ່ໃນຂົງເຂດ ປາຊີຟິກ.
ສະມາຊິກ ສໍາຄັນຂອງ ເອເປັກ ຮວມທັງຈີນ ຊຶ່ງມີການພົວພັນ ທີ່ມີເລ້ຫຼ່ຽມ ມາແຕ່ ດົນນານກັບ ຣັດເຊັຍ ແລະ ຍີ່ປຸ່ນ ກໍມີຂໍ້ຂັດແຍ່ງ ທາງດ້ານ ດິນແດນ ທີ່ຂົມຂື່ນກັບ ຣັດເຊັຍ. ເຖິງຢ່າງໃດ ກໍຕາມ ຣັດເຊັຍ ກໍຍັງຫວັງທີ່ ຈະໄດ້ຮັບ ຜົນປະໂຫຍດ ທາງດ້ານເສຖກິດ ອັນຫລວງຫລາຍ ໃນການ ມີບົດບາດ ຢູ່ຂົງເຂດນີ້ ຫລາຍຂຶ້ນ.
ທ່ານ Gennady Ovechko ທູຕຣັດເຊັຍ ປະຈໍາ ເອເປັກ ກ່າວວ່າ ພູດສ່ວນຂອງ ຣັດເຊັຍ ໃນການຄ້າ ທັງໝົດ ຢູ່ເຂດ ເອເຊັຍ-ປາຊີຟິກ ມີປະມານ 1%. ມັນເຫັນໄດ້ຢ່າງ ແຈ່ມແຈ້ງວ່າ ອັນນີ້ມັນ ບໍ່ສອດຄ່ອງ ກັບນະໂຍບາຍ ການເມືອງ ຫຼື ກັບຜົນປະໂຍດ ທາງເສຖກິດ ຂອງຣັດເຊັຽ ຄວາມສາມາດ ອັນໃຫຍ່ຫລວງ ຂອງຣັດເຊັຍ ແມ່ນຊອກຫາ ຕລາດຂາຍ ຊັພຍາກອນ ທັມມະຊາດ ໃນເວລາທີ່ ການຂຍາຍຕົວ ຂອງເສຖກິດ ເອເຊັຍ ຕ້ອງການ ຊື້ນໍ້າມັນ ເຊື້ອເພີງ ແລະ ແກສ ຢູ່ນີ້.
ຣັຖມົນຕຣີ ກະຊວງ ການຄັງຣັດເຊັຍ ເວົ້າເມື່ອ ອາທິດຜ່ານມາ ກ່ອນໜ້າ ກອງປະຊຸມ ສຸດຍອດ ເອເປັກ ຊຶ່ງຈະຈັດຂຶ້ນ ໃນ ວັນທີ 8 ແລະ ທີ 9 ກັນຍາ ນີ້ວ່າ ຈັງຫວະ ການເຕີບໂຕ ທາງເສຖກິດ ໃນຣັດເຊັຍ ຈະຂຶ້ນຢູ່ ກັບຜົນ ກອງປະຊຸມ ຂອງເອເປັກ ນີ້.