ຂໍ້ສເນີຂອງຍານາງຊູຈິ ໃນຣັຖສະພາ

ຍານາງ ອັອງ ຊານ ຊູ ຈິ ສເນີ ສິທທິທ໌ ຊົນເຜົ່າກຸ່ມນ້ອຍ ເປັນຣາຍການ ທໍາອິດ ທີ່ຈະແກ້ໄຂ ໃນກອງປະຊຸມ ຣັຖສະພາ

ຍານາງ ອັອງ ຊານ ຊູ ຈິ ກ່າວປາໃສ ໃນຣັຖສະພາ
ຍານາງ ອັອງ ຊານ ຊູ ຈິ ກ່າວປາໃສ ໃນຣັຖສະພາ (bk news)

0:00 / 0:00

ຍານາງ ອັອງ ຊານ ຊູ ຈິ ກ່າວປາໃສ ໃນຣັຖສະພາ ເປັນຄັ້ງທໍາອິດ ໃນກອງປະຊຸມ ຣັຖສະພາ ທີ່ນະຄອນຫລວງ ເນ ພີ ດໍ ໃນມື້ວັນພຸດນີ້ ເພື່ອສນັບສນູນ ກົດໝາຍປົກປ້ອງ ສິທທິທ໌ ຂອງຊົນເຜົ່າກຸ່ມນ້ອຍ, ອີງຕາມ ຣາຍງານ ທີ່ອອກໃນ ເວັບຊາຍ ຂອງຣັຖສະພາ ພະມ້າ ໃນມື້ວັນພຸດນີ້.

ຂໍ້ສເນີ ດັ່ງກ່າວ ໄດ້ຖືກນໍາຂຶ້ນ ກອງປະຊຸມ ໂດຍ ທ່ານ ຢູ ທິ ຄຸ໋ນ ມຽດ, ສະມາຊິກສະພາ ຈາກພັກ ຂອງ ຣັຖບານ ທ່ີ່ປົກຄອງປະເທດ ໃນປັຈຈຸບັນ. ອີງຕາມຕົວເລກ ຂອງທະນາຄານ ພັທນາ ເອເຊັຍ, ຍານາງ ອັອງ ຊານ ຊູ ຈິ ໃຫ້ຂໍ້ສັງເກດ ວ່າ ສະພາບການພັທນາ ຄວາມທຸກຍາກ ໃນພະມ້າ ຍັງບໍ່ທັນເປັນທີ່ ພໍໃຈ ໃນຂະນະທີ່ ອັຕຣາ ຄວາມທຸກຍາກ ທັງໝົດ ໃນປະເທດ ຢູ່ໃນຣະດັບ 25.6 ສ່ວນຮ້ອຍ ເປັນອັຕຣາ ສະເລັ່ຍ ທີ່ໜ້າເປັນຫ່ວງ ໃນຫລາຍຣັຖ ທີ່ມີຊົນເຜົ່າກຸ່ມນ້ອຍ ອາໃສຢູ່.

ເຖິງຢ່າງໃດ ກໍດີ, ຍານາງ ໄດ້ຊີ້ແຈງ ຕື່ມວ່າ ອັຕຣາ ຄວາມທຸກຍາກ ຂອງບາງຣັຖ ທີ່ມີຊົນເຜົ່າ ຢູ່ໃນຣະດັບ ທີ່ສູງກ່ວາ ອັຕຣາ ສເລັ່ຍ ຂອງປະເທດ, ໂດຍສະເພາະ ແມ່ນ ຣັຖ ຈິນ ສູງເຖິງ 73.3 ສ່ວນຮ້ອຍ, ຣັຖ ສານ 33.1 ສ່ວນຮ້ອຍ, ຣັຖ ຣາຄີນ 43.5, ແລະ ຣັຖ ກາຈິນ 28.6 ສ່ວນຮ້ອຍ, ໃນຂະນະທີ່ ຣັຖ ມອນ, ກາຢາ ແລະ ກາຢິນ ຢູ່ໃນຣະດັບຕໍ່າກ່ວາ.

ຕົວເລກ ດັ່ງກ່າວ ເປັນການຊີ້ແຈງ ໃຫ້ເຫັນວ່າ ຄວາມຂັດແຍ່ງກັນ ພາຍໃນ ຍັງບໍ່ທັນສິ້ນສຸດເທື່ອ, ຊຶ່ງຍານາງ ອັອງ ຊານ ຊູ ຈິ ສເນີໃຫ້ ມີການດັດແກ້ ກົດໝາຍ ທີ່ຈໍາເປັນ ຫລືວ່າ ປະກາດໃຊ້ ກົດໝາຍ ທີ່ປົກປ້ອງ ສິດທິ ຂອງ ຫລາຍຊົນເຜົ່າ ເພື່ອໃຫ້ເປັນຣັຖ ມີທີ່ປະຊາທິປະໄຕ.