ຣົດໄຟຄວາມໄວສູງ ໄທ-ຈີນ
2012.11.22
ໄທແລະຈີນ ຕົກລົງ ໂຄງການ ທາງຣົດໄຟ ຄວາມໄວສູງ ໃນຣະຫວ່າງ ການຢ້ຽມຢາມ ໄທ ຂອງນາຍົກ ຣັຖມົນຕຣີ ເຫວິນເຈັ໊ຽປາວ.
ໃນການພົບປະກັນ ຣະຫວ່າງ ນາຍົກ ຣັຖມົນຕຣີໄທ ຍານາງຍິ່ງລັກ ຊິນນະວັດ ແລະ ນາຍົກ ຣັຖມົນຕຣີຈີນ ທ່ານເຫວິນເຈັ້ຽເປົາ ທີ່ທໍານຽບ ຣັຖບານຂອງໄທ ໃນວັນທີ 21 ພຶສຈິກາ 2012 ນີ້ ໄດ້ມີ ການຫາຣືກັນ ເຣື່ອງຣົດໄຟ ຄວາມໄວສູງ. ຝ່າຍຈີນ ໄດ້ສເນີຕໍ່ ຝ່າຍໄທ ສອງເສັ້ນທາງ ຄືສາຍ ບາງກອກ-ຊຽງໃໝ່ ແລະ ບາງກອກ- ໜອງຄາຍ ທີ່ເປັນເສັ້ນທາງ ສໍາຄັນສໍາລັບ ປະເທດໄທ ຊຶ່ງຝ່າຍໄທ ກໍເຫັນດີນໍາ. ແຕ່ການດໍາເນີນງານ ໃນປະເທດໄທ ນັ້ນ ຄົງຈະເປັນແບບ ການປະມູນ ໂຄງການ ຊຶ່ງຝ່າຍຈີນ ບອກວ່າ ຍິນດີ ທີ່ຈະເຂົ້າຮ່ວມ ໃນໂຄງການປະມູນ.
ທ່ານ ດໍາຣົງ ໄຄຣ່ຄວນ ອະທິບໍດີກົມ ເອເຊັຽ ຕາເວັນອອກ ກະຊວງການ ຕ່າງປະເທດໄທ ກ່າວຕໍ່ ສື່ມວລຊົນວ່າ:
"ທາງຈີນ ມີຄວາມ ສົນໃຈຫລາຍ ໄດ້ສເນີ ຣາຍລະອຽດຕ່າງໆ ໃຫ້ຝ່າຍໄທແລ້ວ ແລະ ກໍລໍຖ້າເບິ່ງ ວ່າຈະປະມູນ ຢ່າງໃດ ຊຶ່ງທາງຈີນ ກໍວ່າພ້ອມ ທີ່ຈະເຂົ້າຮ່ວມ ໃນການປະມູນ ຫາກຕ້ອງມີການ ແຂ່ງຂັນກັນ ກັບຄົນໃດໆນັ້ນ ເຂົາກໍຍິນດີ ທີ່ຈະເຂົ້າຮ່ວມ ຂໍແຕ່ມີຄວາມ ໂປ່ງໃສ ແລະເປັນທັມ".
ເຣື່ອງການຂຍາຍ ຣົດໄຟ ສາຍ ບາງກອກ-ໜອງຄາຍ ນັ້ນ ໄດ້ມີສັນຍານ ການເຄື່ອນໄຫວ ຂອງຈີນ ມາກ່ອນໜ້າ ນີ້ແລ້ວ ຫລັງຈາກທີ່ ທາງທະນາຄານ ເພື່ອການ ສົ່ງອອກ ຂອງຈີນ ໄດ້ຕົກລົງ ທີ່ຈະໃຫ້ເງິນ ກູ້ຢືມ ຈໍານວນ 7 ພັນລ້ານ ໂດລາ ສະຫະຣັຖ ແກ່ສປປລາວ ໃນໂຄງການນີ້ ໂດຍທີ່ລາວ ຈະເປັນຜູ້ດໍາເນີນ ໂຄງການນີ້ ແຕ່ພຽງຜູ້ດຽວ.
ກ່ຽວກັບ ເສັ້ນທາງ ສໍາຄັນ ສອງສາຍນີ້ ທ່ານ ດໍາຣົງ ເປີດເຜີຍຕື່ມວ່າ ທາງຣົດໄຟ ບາງກອກ-ໜອງຄາຍ ຈະຜ່ານເຂົ້າໄປ ລາວ ໄປເຖິງຈີນ. ໃນສ່ວນຂອງໄທ ການກໍ່ສ້າງ ຈະສຸດທີ່ ແຂວງໜອງຄາຍ. ສ່ວນໃນລາວ ກໍຄົງມີການ ຮ່ວມມື ຈາກຈີນ ນໍາດ້ວຍ. ໃນສ່ວນຂອງລາວ ກໍຄົງຈະຮັບ ຜິດຊອບ ເຊື່ອມຕໍ່ ຣະຫວ່າງ ໜອງຄາຍ ແລະ ນະຄອນຫລວງ ວຽງຈັນ ຮວມທັງເສັ້ນທາງ ທີ່ຕໍ່ລົງມາ ຈາກຈີນ ຊຶ່ງຖືເປັນແຜນ ຍຸທສາດ ສໍາຄັນ ຂອງຈີນ ໃນການແຜ່ຂຍາຍ ອິທິພົນ ໃນພູມີພາກ ທາງຕອນໃຕ້ ຫລາຍຂຶ້ນ ໃນແງ່ການເມືອງ ແລະເສຖກິດ.