ທາງຣົດໄຟ ສວັນນະເຂດ-ລາວບາວ
2012.12.28
ບໍຣິສັດ Giant Consolidated ຈາກ ມາເລເຊັຽ ຊຶ່ງເປັນ ຜູ້ລົງທຶນ ສ້າງທາງ ຣົດໄຟ ຄວາມໄວສູງ ສວັນນະເຂດ-ລາວບາວ ຈະໃຊ້ເວລາ 6 ເດືອນ ໃນການສໍາຣວດ ເອົາຂໍ້ມູນ ໃນພື້ນທີ່ ບ່ອນທີ່ຈະສ້າງ. ຫລັງຈາກນັ້ນ ຈຶ່ງຈະເລີ່ມ ກໍ່ສ້າງຢ່າງ ເປັນທາງການ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຂອງລາວ ໃນວັນທີ 28 ທັນວາ 2012. ທ່ານເວົ້າວ່າ:
"ຂະເຈົ້າ ກໍລົງມາເລີ່ມ ການສໍາຣວດ ມາເບິ່ງ ສະຖານທີ່ ເລີ່ມຕົ້ນ ການສໍາຣວດ ຣະອຽດ ຖືວ່າເລີ່ມແຕ່ ເດືອນນີ້ໄປ ໃຫ້ສໍາຣວດ ພາຍໃນ 6 ເດືອນ ເຂົາເຖິງສໍາຣວດ ອອກແບບໄປນໍາ ເກັບກໍາຂໍ້ມູນ ທາງດ້ານນີ້ ໄປນໍາ".
ທ່ານວ່າ ທາງບໍຣິສັດ ດັ່ງກ່າວ ໄດ້ລົງພື້ນທີ່ ເກັບຂໍ້ມູນ ແຮງງານ ຂອງ ຄົນງານລາວ ເພື່ອນໍາໄປ ພິຈາຣະນາ ວ່າຈະຈ້າງ ຄົນງານລາວ ໜ້ອຍ-ຫລາຍ ເທົ່າໃດ:
"ຂະເຈົ້າກໍກໍາລັງ ມາເອົາຂໍ້ມູນ ຫັ້ນແຫລະວ່າ ແຮງງານ ຄ່າແຮງງານ ຄ່າແຮງຂອງ ແຮງງານ ຢູ່ພາຍໃນນີ້ ມີແນວໃດ ຄືແນວໃດ".
ນອກຈາກ ການສໍາຣວດ ເສັ້ນທາງ ແລະ ແຮງງານແລ້ວ ທາງ ບໍຣິສັດ ຂອງ ມາເລເຊັຽ ກໍຍັງໄດ້ ສໍາຣວດ ຣາຄາວັສດຸ ອຸປກອນ ການກໍ່ສ້າງ ໃນແຂວງ ສວັນນະເຂດ ເພື່ອຫລຸດຜ່ອນ ການນໍາເຂົ້າ ຈາກຕ່າງປະເທດ.