ຣັຖບານລາວລໍຖ້າເງິນ 7 ຕື້ ຈາກຈີນ

ຣັຖບານລາວ ຍັງລໍຖ້າ ການປຶກສາ ຕົກລົງ ກ່ຽວກັບ ຣາຍຣະອຽດ ເງິນກູ້ ຈາກຈີນ ໃນໂຄງການ ຣົຖໄຟ ຄວາມໄວສູງ.
ສິດນີ
2012.12.20

ຣັຖບານລາວ ລໍຖ້າ ຈີນ ເຊີນໄປປຶກສາ ຫາລື ຣາຍຣະອຽດ ເຣື້ອງເງິນກູ້ ສໍາລັບ ໂຄງການ ຣົຖໄຟ ຄວາມໄວສູງ ໃນມູນຄ່າ 7 ພັນລ້ານ ໂດລາ ສະຫະຣັດ ທີ່ຈີນວ່າຈະ ອະນຸມັດໃຫ້. ທາງການລາວ ບອກວ່າຕ້ອງການ ຣາຍຣະອຽດ ເພີ້ມເຕີມ ກ່ອນຈະລົງມື້ສ້າງ. ດັ່ງເຈົ້າຫນ້າທີ່ ກ່ຽວຂ້ອງ ທ່ານນື່ງ ເວົ້າວ່າ:

"ຍັງລໍຖ້າ ໃຫ້ຂະເຈົ້າ ເຊີນເຮົາໄປ ປຶກສາ ຫາລືກັນຢູ່ ທາງດ້ານ ຫລັກການ ກໍຍັງຄືເກົ່າ ຍັງບໍ່ທັນ ມີຫຍັງຄືບຫນ້າ ຈະຕ້ອງໄດ້ລົມກັນ ລາຍລະອຽດ ໃນການ ກູ້ຢຶມເງິນ ຫຍັງຕ່າງໆ ຍັງບໍ່ທັນ ມີລາຍລະອຽດ ເທື່ອ".

ທ່ານກ່າວ ຕໍ່ໄປວ່າ ຍັງບໍ່ມີກຳນົດ ທີ່ແນ່ນອນວ່າ ເມື່ອໃດ ຈີນ ຈະເຊີນ ທາງການລາວ ໄປໂອ້ລົມກັນ ກ່ຽວກັບ ເຣື້ອງນີ້ ແຕ່ເຖິງຢ່າງໃດ ກໍຕາມ ທາງການລາວ ກໍຍັງ ຕ້ອງການ ຣາຍຣະອຽດ ໃນທຸກດ້ານ ຄື: ດ້ານງົບປະມານ ເຣື້ອງແຮງງານ ແລະ ອື່ນໆ ຕ້ອງມີຄວາມ ຊັດເຈນ ແລະ ເປັນຮູບຮ່າງ ຫລາຍກວ່າເດີມ.

ກ່ຽວກັບການ ຝຶກແຮງງານ ຄົນລາວ ໃນການ ປະກອບສ່ວນ ເຮັດວຽກ ໃນໂຄງການ ດັ່ງກ່າວ ເຈົ້າຫນ້າທີ່ລາວ ບອກວ່າ ເຣື້ອງນີ້ ຕ້ອງໄດ້ ໂອ້ລົມ ກັບຈີນກ່ອນ ແລະຍັງໃຫ້ ຄຳຕອບບໍ່ໄດ້ ໃນເວລານີ້ ວ່າຈະຈ້າງ ແຮງງານລາວ ຫລາຍປານໃດ.

ໂຄງການ ຣົຖໄຟ ຄວາມໄວສູງ ລາວ-ຈີນ ເຖິງວ່າຈະມີ ກຳນົດເລີ້ມຕົ້ນ ລົງມືສ້າງ ໃນຊ່ວງກາງປີ 2013 ນັ້ນກໍຕາມ ແຕ່ໃນ ປັດຈຸບັນ ກໍມີພຽງແຕ່ ການສຳຣວດ ພື້ນທີ່ ແລະ ເກັບກູ້ຣະເບິີດ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.