ຣົດໄຟລາວແລະວຽດນາມຍັງບໍ່ມີ ພິທີໃດໆ


2013.08.29
f-savannakhet ໃນໃຈກາງ ແຂວງ ສວັນນະເຂດ
Artphotoasia

 

ພິທີວາງສີລາລຶກ ສ້າງທາງຣົດໄຟ ຣະຫວ່າງ ລາວຫ-ວຽດນາມ ຖືກເລື່ອນອອກໄປ ຢ່າງບໍ່ມີກຳນົດ ເພາະວ່າກ່ອນນີ້ ທາງການລາວ ມີແຜນ ຈະວາງສີລາລຶກ ເລິ້ມ ສ້າງທາງຣົດເສັ້ນດັ່ງກ່າວ ໃນ ເດືອນສິງຫາ ນີ້ ແຕ່ເດືອນສິງຫາ ກໍໃກ້ຈະສິ້ນສຸດລົງແລ້ວ ກໍຍັງບໍ່ມີວິແວວວ່າ ຈະມີ ການຈັດພິທີ ນັ້ນເລີຍ. ດັ່ງເຈົ້າໜ້າທີ່ ທ່ານນຶ່ງ ໃນແຂວງສວັນນະເຂດ ເວົ້າວ່າ:

“ຍັງບໍ່ທັນມີຫຍັງ ຄືບໜ້າ ເດືອນສິງຫາ ເວົ້າແຕ່ກ່ອນຫັ່ນນະ ແຕ່ວ່າ ບໍທັນເຫັນເພິ່ນວ່າແນວໃດ ຄືຊິແມ່ນເລື່ອນ ອອກໄປຕື່ມ ຫັ່ນແຫລະ ເຊັນກັນແລ້ວໃດ໋ ລະເຊັນກັບຜູ້ໃຫ້ທຶນຫັ່ນນະ ວ່າໃຫ້ເງິນ ຫ້າຕື້ໂດລ່າ ເດີ້ເບື້ອງຕົ້ນ ແຕ່ວ່າ ຄືຊິແມ່ນ ດ້ານເອກກະສານ ດ້ານ ຫຍັງ ຂະເຈົ້າຍັງຊ້າ.”

ເຈົ້າໜ້າທີ່ ທ່ານນີ້ເວົ້າ ໃນທຳນອງວ່າ ສາເຫດທີ່ພາໃຫ້ຖືກເລື່ອນ ອອກໄປນັ້ນ ອາດຈະແມ່ນ ບໍຣິສັດທີ່ລົງທຶນສ້າງ ອາດມີບັນຫາປະກອບ ເອກກະສານ ເພື່ອຢືມເງິນ ຈາກທະນາຄານ ນິວຊີແລັນ ອີກຢ່າງນຶ່ງ ເຈົ້າໜ້າທີ່ ບໍຣິສັດ Giant Consolidated ຂອງມາເລເຊັຍ ທີ່ເປັນ ບໍຣິສັດ ລົງທຶນ ກໍ່ສ້າງທາງຣົດໄຟ ລາວ-ວຽດນາມ ນັ້ນ ກໍບໍ່ປະກົດວ່າ ທຽວມາ ແຂວງ ສວັນນະເຂດ ໃນເດືອນ ສິງຫາ ນີ້ເລີຍ. ສໍາຣັບ ໃນດ້ານອື່ນໆ ເຈົ້າໜ້າທີ່ ທ່ານນີ້ ເວົ້າວ່າ ທາງການ ທີ່ກ່ຽວຂ້ອງ ໄດ້ກະຕຽມໄວ້ໝົດແລ້ວ ເຊັ່ນໄດ້ກະຕຽມ ຈັດຄົນງານ ແລະ ອຸປກອນ ການກໍ່ສ້າງໄວ້ ຮຽບຮ້ອຍ.

ສ່ວນໃນດ້ານການ ໃຫ້ຄ່າຊົດເຊີຍ ປະຊາຊົນ ທີ່ຈະໄດ້ຮັບ ຜົນກະທົບນັ້ນ ເຈົ້າໜ້າທີ່ ແຂວງສວັນນະເຂດ ອີກທ່ານນຶ່ງເວົ້າວ່າ: ທາງໂຄງ ການ ຈະພຍາຍາມ ຫລີກລ້ຽງບ້ານເຮືອນ ແລະທົ່ງໄຮ່ ທົ່ງນາ ຂອງປະຊາຊົນ; ຖ້າບ່ອນໃດ ຫລີກລ້ຽງບໍ່ໄດ້ ກໍຈະໃຫ້ຄ່າຊົດເຊີຍ ຢ່າງສົມ ເຫດສົມຜົນ. ຣັຖບານລາວ ແລະ ບໍຣິສັດ Giant ຂອງມາເລເຊັຍ ເຊັນຂໍ້ຕົກລົງ ຈະສ້າງທາງຣົດໄຟ ຄວາມໄວສູງ ຈາກ ເມືອງໄກສອນ ພົມວິຫານໃນ ແຂວງສວັນນະເຂດ ອອກໄປຫາ ຊາຍແດນວຽດນາມ ທີ່ມີຄວາມຍາວ ປະມານ 220 ກິໂລແມັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.