ນາຍທຶນທາງຣົດໄຟ ຈະມາລາວ

ບໍຣິສັດ ມາເລເຊັຽ ທີ່ເປັນ ຜູ້ລົງທຶນ ສ້າງທາງ ຣົດໄຟ ຄວາມໄວສູງ ລາວ-ວຽດນາມ ຈະພົບປະກັບ ທາງການລາວ.
ຈໍາປາທອງ
2012.12.14
f-wood-bike ເດັກນ້ອຍ ຊາວວຽດນາມ ໃນເຂດ ຊົນນະບົດ ລາວບາວ ທີ່ຕິດກັບ ຊາຍແດນລາວ
talkvietnam.org

ບໍຣິສັດ Giant Consolidated Ltd ຂອງ ມາເລເຊັຍ ຊຶ່ງເປັນ ຜູ້ລົງທຶນ ສ້າງທາງ ຣົດໄຟ ຄວາມໄວສູງ ລາວ-ວຽດນາມ ຈະພົບປະກັບ ທາງການລາວ ທີ່ ແຂວງ ສວັນນະເຂດ ເປັນຄັ້ງທໍາອິດ ເພື່ອຫາລືກັນ ໃນຫລາຍບັນຫາ ທີ່ຍັງຄົງຄ້າງ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ກະຊວງ ໂຍທາທິການ ແລະ ຂົນສົ່ງ:

"ຂະເຈົ້າວ່າ ທິດໜ້າ ຂະເຈົ້າຊີ່ລົງມາ ພົບນະ ຍັງບໍ່ທັນ ໄດ້ພົບ ຂະເຈົ້າຄືກັນ ແຕ່ມີພວກຄົນ ມາເວົ້າຫລັງຈາກ ທີ່ເຂົາເຊັນສັນຍາ ແລ້ວຫັ້ນນະ ເຂົາຍັງບໍ່ທັນ ມາພົບ".

ທ່ານເວົ້າ ຕໍ່ໄປວ່າ ທີ່ຜ່ານມາ ທາງ ບໍຣິສັດ ມາເລເຊັຍ ເຄີຍສົ່ງ ເຈົ້າໜ້າທີ່ ມາສໍາຣວດ ເສັ້ນທາງ ທີ່ຈະສ້າງທາງ ຣົດໄຟ ນັ້ນແລ້ວ ແຕ່ບໍ່ເປັນ ທາງການ. ສໍາລັບ ການພົບປະກັນ ຄັ້ງນີ້ ແມ່ນຈະເຮັດ ໃຫ້ຮູ້ເຖິງ ຣາຍຣະອຽດ ຂອງ ເສັ້ນທາງຣົດໄຟ ນັ້ນຢ່າງ ແຈ່ມແຈ້ງ ແລະ ເປັນຮູບຮ່າງຂຶ້ນ.

ທ່ານວ່າ ສໍາລັບເຣື່ອງ ຄົນງານ ທີ່ຈະກໍ່ສ້າງ ໃນໂຄງການນີ້ ອາດຍັງບໍ່ທັນໄດ້ ເວົ້າເຖິງ ແຕ່ກໍຄາດວ່າ ຫລັງຈາກ ການພົບປະກັນ ແລ້ວ ກໍຈະຮູ້ວ່າ ທາງ ບໍຣິສັດ ຈະຈ້າງຄົນງານ ຈາກ ປະເທດໃດແດ່ ແລະ ຈະຈ້າງ ຄົນງານລາວ ຈໍານວນໜ້ອຍ ຫລາຍປານໃດ.

ທີ່ຜ່ານມາ ຄົນງານລາວ ທີ່ແຂວງ ສວັນນະເຂດ ເຄີຍເວົ້າກັບ ເອເຊັຍ ເສຣີ ວ່າພວກເຂົາເຈົ້າ ມີຄວາມພ້ອມ ທີ່ຈະຮ່ວມ ເຮັດວຽກ ໃນໂຄງການ ທາງຣົດໄຟ ແຫ່ງນີ້ ແລະວ່າ ຄວນຈ້າງ ຄົນງານລາວ ເປັນກັມມະກອນ ຫລາຍກວ່າ ຄົນງານ ຕ່າງປະເທດ ຍ້ອນວ່າ ຄົນງານລາວ ຈະຮູ້ສະພາບ ໃນບ່ອນທີ່ຈະ ກໍ່ສ້າງ ນັ້ນດີກວ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.