ທາງຣົດໄຟຈະກໍ້າເກິ່ງ ອໍານາດ ຈີນ-ຫວຽດ
2012.12.10

ນັກຊ່ຽວຊານ ວ່າ ຫລັງຈາກ ໄດ້ສຶກສາເບິ່ງ ຣາຍງານຂອງ ທ່ານ ສົມສວາດ ເລັງສວັດ ຮອງ ນາຍົກ ຣັຖມົນຕຣີ ແລະ ເປັນປະທານ ຄະນະກັມມະການ ສ້າງທາງຣົດໄຟ ຂອງລາວແລ້ວ ຜູ້ນໍາລາວ ໄດ້ພະຍາຍາມ ປຶກສາກັບ ຝ່າຍຈີນ ຕັ້ງແຕ່ ປີ 2001 ເປັນຕົ້ນມາ ເພື່ອຢາກເຮັດໃຫ້ ລາວ ຊື່ງເປັນປະເທດ ບໍ່ຕິດກັບ ທະເລ ເຊື່ອມຈອດ ກັບ ປະເທດ ໃນຂົງເຂດ ພູມີພາກ ດ້ວຍຣະບົບ ເສັ້ນທາງຣົດໄຟ. ໃນຊ່ວງ ເວລານັ້ນ ຈີນບອກວ່າ ສະພາບການ ບໍ່ທັນອໍານວຍ ເສັ້ນທາງລົດໄຟ ຈື່ງບໍ່ເກີດຂື້ນ.
ມາຮອດປີ 2009 ທ່ານ ຈູມມາລີ ໄຊຍະສອນ ປະທານ ປະເທດ ສປປ ລາວ ກັບທ່ານ ຮູຈິນຕ້າວ ປະທານ ປະເທດ ສປຈີນ ໄດ້ຍົກລະດັບ ການພົວພັນ ຣະຫ່ວາງ ປະເທດ ລາວ ແລະ ຈີນ ຂື້ນເປັນຄູ່ຍຸທສາຕ ຮອບດ້ານ. ຫລັງຈາກນັ້ນ ການຊ່ວຍເຫລືອ ຂອງຈີນ ໃນທຸກດ້ານ ໄດ້ຫລັ່ງໄຫລ ເຂົ້າມາໃນລາວ. ຣາຍງານ ຂອງທ່ານ ສົມສວາດ ແຈ້ງວ່າ ລາວ-ຈີນ ໄດ້ເຊັນສັນຍາ ບົດບັນທືກ ຄວາມເຂົ້າໃຈ ໃນຮ່ວມມື ໂຄງການ ສ້າງທາງຣົດໄຟ ເມື່ອວັນທີ່ 7 ເມສາ ປີ 2010.
ໃນບົດບັນທຶກ ໄດ້ຣະບຸວ່າ ໃນຂັ້ນຕົ້ນແມ່ນ ສ້າງທາງຣົດໄຟ ເຊື່ອມຕໍ່ຊາຍແດນ ລາວ-ຈີນ ເຂົ້າຫາ ນະຄອນຫລວງ ວຽງຈັນ ແລ້ວຕໍ່ໃສ່ ປະເທດໄທ. ຂັ້ນຕໍ່ໄປ ຈື່ງຂຍາຍແຕ່ ນະຄອນຫລວງ ວຽງຈັນ ໄປຫາຄໍາມ່ວນ ຕໍ່ໃສ່ຊາຍແດນ ລາວ-ວຽດນາມ ແລະ ຈາກທ່າແຂກ ລົງໄປພາກໃຕ້ ຕໍ່ໃສ່ຊາຍແດນ ລາວ-ກໍາພູຊາ. ທ່ານ ສົມສວາດ ແຈ້ງວ່າ ຈີນ ກໍຍິນດີ ສໍາຣວດຂຍາຍ ເສັ້ນທາງຣົດໄຟ ທົ່ວປະເທດລາວ.
ນັກວິເຄາະ ເວົ້າວ່າ ເງິນທຶນ ມະຫາສານ ທີ່ຫລາຍກວ່າ ຜົນຜລິດລວມຍອດ ຂອງປະເທດ ທີ່ຈະນໍາມາ ສ້າງນີ້ ຄົງມາຈາກ ການກູ້ຢືມ ຈາກຣັຖບານຈີນ ເປັນສ່ວນໃຫ່ຽ. ທັງໝົດນີ້ ເປັນເງື່ອນໄຂ ທີ່ຈະເຮັດໃຫ້ ພູມີສາດ ດ້ານການເມືອງ ແລະ ອິດທິພົນ ທາງການເມືອງ ຢູ່ໃນລາວ ຣະຫ່ວາງ ຈີນ-ວຽດນາມ ມີຄວາມກໍ້າເກິ່ງ ຫລາຍຂື້ນ.