ຣົຖໄຟ ລາວ-ວຽດນາມ ເຈັ້ຽສໍຍັງບໍ່ຄົບ

ໂຄງການ ສ້າງທາງ ຣົຖໄຟ ລາວ-ວຽດນາມ ຍັງບໍ່ມີການ ປະເມີນ ຜົລກະທົບ ຕໍ່ ສິ່ງແວດລ້ອມ.
ຈະເຣີນສຸກ
2012.12.18

ເຖິງແມ່ນວ່າ ໂຄງການ ຣົຖໄຟ ຄວາມໄວສູງ ລາວ-ວຽດນາມ ມີແຜນຈະເຣີ້ມ ລົງມື ກໍ່ສ້າງ ໃນຕົ້ນປີ 2013 ກໍຕາມ, ແຕ່ປັຈຈຸບັນ ພາກສ່ວນ ກ່ຽວຂ້ອງ ກັບໂຄງການ ດັ່ງກ່າວ ຍັງບໍ່ມີການ ປະເມີນ ຜົລກະທົບ ຕໍ່ ສິ່ງແວດລ້ອມ ໃນບໍຣິເວນ ສ້າງທາງ ຣົຖໄຟ. ດັ່ງນັ້ນ ຈຶ່ງຍັງບໍ່ຣູ້ວ່າ ໂຄງການນີ້ ຈະມີຜົລກະທົບ ຕໍ່ສິ່ງແວດລ້ອມ ໃນແຂວງ ສວັນນະເຂດ ໜ້ອຍຫລາຍ ປາຍໃດ, ອີງຕາມ ຄໍາເວົ້າ ຂອງ ເຈົ້າໜ້າທີ່ ເມືອງໄກສອນ ພົມວິຫານ:

“ຍິນຂ່າວ ວ່າ ຈະມີແນວນັ້ນ ມີທາງຣົຖໄຟ ຈັ່ງວ່າເດີ ໂຕນີ້ ຂ້ອຍກໍຍັງ ບໍ່ໄດ້ສຶກສາ ເບິ່ງວ່າ ມັນຊິສົ່ງ ຜົລກະທົບ ຫຍັງ ດ້ານ ສິ່ງແວດລ້ອມ ຍັງບໍ່ທັນຮູ້ ຂໍ້ມູນ ລະອຽດ ໄດ້ຍິນແຕ່ ຄ້າວໆ ແບບເຜີນໆ ໄປຊື່ໆ.”

ໃນຂະນະດຽວກັນ ຜູ້ສື່ຂ່າວ ໄດ້ຕິດຕໍ່ ໄປຍັງ ຜແນກ ພະຍາກອນນໍ້າ ແລະ ສິ່ງແວດລ້ອມ ແຂວງ ສວັນນະເຂດ ເພື່ອຖາມວ່າ ໂຄງການ ຣົຖໄຟ ຈະສົ່ງຜົລ ກະທົບ ຕໍ່ສິ່ງແວດລ້ອມ ຢ່າງໃດແດ່, ຊຶ່ງເຈົ້າໜ້າທີ່ ຍັງບໍ່ສາມາດ ໃຫ້ຄໍາຕອບໄດ້ວ່າ ຈະເກີດຜົລກະທົບ ຫຍັງແດ່:

“ກະເຮັດຢູ່ ແຕ່ວ່າ ເຣື້ອງນີ້ ເພິ່ນຍັງບໍ່ເອົາ ເຂົ້າໃນ ກອງປະຊຸມ ເຮົາກໍບໍ່ທັນ ມີຄວາມສາມາດ ທີ່ຈະ ອະທິບາຍ ໃຫ້ໄດ້ໂຕນີ້ ເຮົາກໍຍັງ ບໍ່ເຂົ້າໃຈແຫລະ.”

ຢ່າງໃດ ກໍຕາມ ກ່ອນໜ້ານີ້ ເຈົ້າໜ້າທີ່ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ໃຫ້ ຂໍ້ມູນ ວ່າ ໂຄງການ ດັ່ງກ່າວ ຈະສ້າງໃນເຂດ ທົ່ງນາ ເປັນສ່ວນໃຫຍ່ ເພື່ອໃຫ້ຂນານກັບ ເສັນທາງເລກ 9 ໄປຫາ ຊາຍແດນ ວຽດນາມ. ແຕ່ກໍມີ ການສ້າງທາງ ຜ່ານຕົວເມືອງ ເປັນບາງສ່ວນ, ຊຶ່ງບາງ ບໍຣິສັດ ຈາກ ມະເລເຊັຍ ທີ່ເປັນຜູ້ ລົງທຶນ ຈະມາພົບພໍ້ກັບ ເຈົ້າໜ້າທີ່ ໃນແຂວງ ສວັນນະເຂດ ໃນສັປດານີ້ ເພື່ອຫາລືກັນ ໃນຫລາຍໆດ້ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.